ຍິນດີນຳ! ບຸນພະຈັນ ບຸນກອງ ເປີດຕົວຢ່າງເປັນທາງການກັບສະໂມສອນໃໝ່ ສະເວຣຽງ ເອັຟຊີ ທີມໃນ ລີກກຳປູເຈຍ


ບຸນພະຈັນ ບຸນກອງ ສູນໜ້າຕົວສຳຄັນຂອງທີມຊາດລາວ ແລະ ອະດີດກອງໜ້າດີເດັ່ນຂອງສະໂມສອນ ຊ້າງນ້ອຍ  ເປີດຕົວຢ່າງເປັນທາງການກັບສະໂມສອນໃໝ່ ຢູ່ລີກ ກຳປູເຈຍ ກາຍເປັນນັກເຕະບານລາວຄົນທຳອິດ ໃນສັງວຽນລີກສູງສຸດຂອງ ກຳປູເຈຍ ກັບສະໂມສອນ ສະເວຣຽງ ເອັຟຊີ (Svay Rieng FC).

ໂດຍ ບຸນພະຈັນ ບຸນກອງ ຖືເປັນກອງໜ້າຄົນສຳຄັນຂອງທີມຊາດລາວ ທີ່ມີຜົນງານໂດດເດັ່ນມາຕະຫຼອດ ແລະ ເປັນກຳລັງສຳຄັນທີ່ນຳພາ ສະໂມສອນຊ້າງນ້ອຍ ຄວ້າແຊ້ມລາວລີກ 2023 ທີ່ຜ່ານມາໄດ້ ພ້ອມຄວ້າຕຳແໜ່ງ ນັກກິລາດີເດັ່ນ ປະຈຳລາວລີກ 2023 ອີກດ້ວຍ.

ສຳລັບສະໂມສອນໃໝ່ຂອງ ບຸນພະຈັນ ບຸນກອງ ກໍຄື ສະໂມສອນ ສະເວຣຽງ ເອັຟຊີ ຖືເປັນທີມຊັ້ນນຳໃນລີກ ກໍປູເຈຍ ມີຜູ້ຫຼິ້ນລະດັບຕົ້ນໆຂອງປະເທດຫຼາຍຄົນ ແລະ ເຄີຍຄວ້າແຊ້ມລີກສູງສຸດຂອງ ກຳປູເຈຍມາແລ້ວ 2 ຄັ້ງ ໃນປີ 2013 ແລະ ປີ 2019. ເຊິ່ງຜົນໃນລະດູການຫຼ້າສຸດ ສະເວຣຽງ ເອັຟຊີ ຈົບເປັນອັນດັບ 3​ຂອງລີກ ກຳູເຈຍ.

ຂອບໃຈຂໍ້ມູນຈາກ: Preah Khan Reach Svay Rieng FC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/