
ພອນສະຫວັນ ແສງພະຈັນ ຊ່າງພາບສັນຊາດລາວທີ່ໄດ້ເຂົ້າຮອບສຸດທ້າຍ ໃນງານປະກວດຮູບຂອງ London Street Photography Festival (LSPF)
London Street Photography Festival (LSPF) ເປັນງານປະກວດຮູບຖ່າຍທີ່ຍິ່ງໃຫຍ່ ແລະເປັນທີ່ຮູ້ຈັກຈາກຝັ່ງສະຫະລາຊະອານາຈັກ (United Kingdom) ຈົນຮອດບັນດາປະເທດໃນຢູໂຣບ (Europe) ເພື່ອສ້າງກຸ່ມຊຸມຊົນຖ່າຍຮູບ, ພັດທະນາຮູບແບບເຄືອຂ່າຍ, ຮຽນຮູ້ຜ່ານການຈັດສະແດງຜົນງານ ແລະ ການແຂ່ງຂັນ. ເຊິ່ງງານດັ່ງກ່າວຖືກຈັດຂຶ້ນຄັ້ງທຳອິດໃນປີ 2017 ໂດຍຈະຈັດຂຶ້ນພຽງຄັ້ງດຽວຕໍ່ປີເທົ່ານັ້ນ. ເນື່ອງຈາກສະຖານະການການແຜ່ລະບາດຂອງ COVID-19 ກິດຈະກຳຂອງປີ 2021 ນີ້ຈຶ່ງໄດ້ຖືກຈັດຂຶ້ນໃນຮູບແບບ Online ແທນ.

ກວ່າ 1000 ຜູ້ເຂົ້າຮ່ວມຈາກທົ່ວໂລກ, ພອນສະຫວັນໄດ້ເປັນ 1 ໃນ 37 ແລະ ເປັນຄົນລາວຄົນດຽວໃນບັນດາຜູ້ເຂົ້າຮອບສຸດທ້າຍສຳລັບສາຂາ Single Photograph ຈາກທັງໝົດ 4 ສາຂາຄື:
1. Single Photograph
2. Photo Series
3. London Photograph
4. Under 21s
ພອນສະຫວັນໄດ້ໃຫ້ຊື່ກັບຮູບທີ່ຜ່ານເຂົ້າຮອບນັ້ນວ່າ “me behind me” ຄວາມໝາຍໂດຍຫຍໍ້ຂອງຮູບຄື ໃນຕົວຕົນຂອງເຮົາຍັງມີຕົວເຮົາໃນອີກຫຼາຍແບບເຊື່ອງຊ້ອນຢູ່. ການຖ່າຍຮູບແບບ Street Photography ວິທີການແມ່ນຮູບຖ່າຍນັ້ນຕ້ອງເປັນເຫດການທີ່ຜູ້ຖ່າຍບໍ່ສາມາດປ່ຽນແປງ ຫຼື ຈັດວາງຕາມໃຈໄດ້, ຈະຕ້ອງເປັນຄວາມບັງເອີນໃນມຸມມອງຂະນະນັ້ນ (Decisive Moment) ແລະບັນທຶກໄວ້ຕາມຈິນຕະນາການຂອງຜູ້ຖ່າຍ.

ໃນສາຂາທັງ 4, ພອນສະຫວັນໄດ້ສົ່ງຮູບເຂົ້າປະກວດໄປ 2 ສາຂາມີຄື:
- ສາຂາ Single Photography ຈຳນວນ 3 ຮູບ, ຕາມລະບຽບຂອງການແຂ່ງຂັນ.
- ສາຂາ Photo Series ຈຳນວນ 8 ຮູບ ສຳລັບ 1 ຊຸດ, ຕາມລະບຽບຂອງການແຂ່ງຂັນ.
ພອນສະຫວັນເປັນຄົນລາວຄົນທຳອິດທີ່ໄດ້ກ້າວເຂົ້າສູ່ຮອບສຸດທ້າຍຂອງການແຂ່ງຂັນຮູບຖ່າຍ Street Photography ລະດັບໂລກແບບ London Street Photography Festival (LSPF) 2021 ນີ້. ນອກຈາກນີ້ກໍມີຊ່າງພາບລາວອີກທ່ານທີ່ໄດ້ເຂົ້າຮ່ວມສົ່ງຮູບພາບເຂົ້າໄປປະກວດ, ອານຸກິດ ຄິດສະຫວັດ ລາວຍັງໄດ້ໃຫ້ການຊ່ວຍເຫຼືອພອນສະຫວັນໃນການສະໜອງຂໍ້ມູນຂອງການສົ່ງຜົນງານ ຮ່ວມກັບທ່ານ ພານຸມາດ ດີສັດຖາ ທີ່ເປັນຊ່າງພາບ Street Photography ຂອງລາວ ແລະ ທ່ານນາງ ມິສຸດາ ເຮືອງສຸກຄຸນ ທີ່ເປັນຜູ້ຈັດງານດ້ານສິລະປະ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັດເລືອກສົ່ງຜົນງານຂອງພອນສະຫວັນ.
“ສຸດທ້າຍຢາກຝາກເຖິງນັກຖ່າຍພາບ Street Photography ຂອງລາວ, ໃຫ້ສ້າງສັນຜົນງານຕໍ່ໄປ, ຝຶກຝົນວິທີການເລົ່າເລື່ອງ ແລະ ເກັບກໍາຜົນງານໄວ້ຫຼາຍໆເພື່ອໂອກາດໃນເວທີສາກົນ ແລະ ພັດທະນາການຖ່າຍຮູບແບບ Street Photography ໃຫ້ເປັນທີ່ຮູ້ຈັກໃຫ້ເປັນວົງກວ້າງໃນບ້ານເຮົາ” ພອນສະຫວັນ ແສງພະຈັນກ່າວ.
ເວັບໄຊແຂ່ງຂັນພາບຖ່າຍ: https://lspf.co.uk/
ຂອບໃຈຂໍ້ມູນຈາກ: ພອນສະຫວັນ ແສງພະຈັນ
ຮຽບຮຽງໂດຍ: ວາດສະໜາ ນົງວິໄລ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/