ຊ່ວຍຈັບຂ້ອຍໄປເທາະ! ຊາຍໜຸ່ມຮ້ອງຂໍໃຫ້ຕຳຫຼວດຈັບຕົນເອງ ໃນຂໍ້ຫາເສບກັນຊາ ຍ້ອນວ່າເບື່ອແມ່ຖຽງກັບເມຍ


ເມື່ອວັນທີ 24 ມັງກອນ 2022 ໃນເວລາ 22:00 ທ້າວ ວໍລະພົດ ສາຍເບາະ ອາຍຸ 35 ປີ ມີອາຊີບເປັນຊ່າງສັກລາຍ ໄດ້ເດີນທາງມາທີ່ຫ້ອງການຕຳຫຼວດແຫ່ງໜຶ່ງ ໃນ ນົນທະບູລີ ໂດຍມາພ້ອມກັບສະພາບທີ່ບໍ່ໃສ່ເສື້ອ, ນຸ່ງໂສ້ງຂາສັ້ນ ແລະໄດ້ເຂົ້າພົບເຈົ້າໜ້າທີ່ຕໍາຫຼວດເພື່ອຂໍແຈ້ງຄວາມໃຫ້ຈັບຕົນເອງໃນຂໍ້ຫາເສບກັນຊາ ກ່ອນທີ່ເຈົ້າໜ້າທີ່ຈະເຂົ້າມາຄວບຄຸມສະຕິອາລົມ.

ໂດຍ ທ້າວ ວໍລະພົດ ຢືນຢັນກັບຕຳຫຼວດວ່າ ຕ້ອງການໃຫ້ຕຳຫຼວດຈັບກຸມລາວໃນຂໍ້ຫາເສບກັນຊາ ເນື່ອງຈາກວ່າກ່ອນໜ້າທີ່ຕົນເອງຈະອອກຈາກເຮືອນມາຫາເຈົ້າໜ້າທີ່ ແມ່ນໄດ້ມີປາກສຽງກັບພັນລະຍາໃນເລື່ອງທີ່ຕົນເອງໄປຊ່ວຍທາສີໃຫ້ກັບຮ້ານສັກລາຍຂອງໝູ່ແລ້ວກັບມາຮອດເຮືອນຜິດເວລາ ເຮັດໃຫ້ພັນລະຍາບໍ່ພໍໃຈ, ດ່າຕົນໃນທາງເສຍຫາຍ ແລະ ລາມໄປຮອດການດ່າພໍ່ແມ່ ຈົນໄດ້ເຮັດໃຫ້ແມ່ຂອງ ທ້າວ ວໍລະພົດ ທີ່ຢູ່ເຮືອນໃກ້ໆກັນໄດ້ຍິນ ແລະ ບໍ່ພໍໃຈທີ່ລູກໃພ້ດ່າຕົນດ້ວຍຄຳເວົ້າທີ່ຮຸນແຮງ ຈຶ່ງໄດ້ເກີດມີປາກສຽງຜິດຖຽງກັນລະຫວ່າງ ພັນລະຍາ ແລະ ແມ່ ຂອງ ທ້າວ ວໍລະພົດ ຈົນສຽງດັງໄປທົ່ວເຮືອນ.

ຈາກເຫດການດັ່ງກ່າວເຮັດໃຫ້ ທ້າວ ວໍລະພົດ ເກີດຄວາມຄຽດທີ່ແມ່ແລະພັນລະຍາຂອງຄົນຕ້ອງມາຜິດຖຽງກັນເພາະເລື່ອງເມືອເຮືອນບໍ່ຖືກເວລາ ແລະ ຕົນກໍບໍ່ຮູ້ວ່າຈະເຂົ້າຂ້າງໃຜດີ ຈຶ່ງໄດ້ຕັດສິນໃຈສູບກັນຊາ ແລະ ດື່ມເບຍເພື່ອເປັນການຍ້ອມໃຈ ກ່ອນທີ່ຈະຕັດສິນໃຈແລ່ນອອກຈາກເຮືອນມາທີ່ຫ້ອງການຕຳຫຼວດເພື່ອແຈ້ງຄວາມຈັບຕົນເອງ ເພື່ອທີ່ຈະໄດ້ໜີບັນຫາຄວາມຄຽດທີ່ແມ່ແລະພັນລະຍາຜິດກັນ.

ຫຼັງຈາກໄດ້ຮັບຟັງ ເລື່ອງລາວຂອງ ວໍລະພົດ ທີ່ໄດ້ລະບາຍອອກມາ ທາງເຈົ້າໜ້າທີ່ກໍໄດ້ປອບໃຈແລະຊີ້ແຈງໃຫ້  ວໍລະພົດ ໄດ້ຮູ້ວ່າ ເລື່ອງການເສບກັນຊານັ້ນແມ່ນບໍ່ພົບຫຼັກຖານ ແລະ ນະໂຍບາຍຂອງລັດຖະບານກໍໄດ້ລະບຸວ່າຜູ້ທີ່ເສບນັ້ນກໍຄືກັບຜູ້ປ່ວຍຕ້ອງໄດ້ເຮັດການສົ່ງຕົວໄປບຳບັດ. ດັ່ງນັ້ນຂໍ້ຫາ ທີ່ ວໍລະພົດ ຈະແຈ້ງຈັບຕົນເອງໃນຂໍ້ຫາເສບກັນຊານັ້ນ ກໍບໍ່ສາມາດຈັບຕິດຄຸກໄດ້ ສ່ວນບັນຫາເລື່ອງຄອບຄົວນັ້ນທາງເຈົ້າໜ້າທີ່ຈະຂໍເປັນຄົນກາງເພື່ອໄກ່ເກ່ຍໃຫ້ ແລະ ຂໍໃຫ້ ວໍລະພົດ ສະຫງົບສະຕິອາລົມລົງ.

ຫຼັງຈາກອາລົມສະຫງົບລົງແລ້ວ ວໍລະພົດກໍໄດ້ບອກກັບຕຳຫຼວດວ່າ “ຖືວ່າຂ້ອຍບໍ່ໄດ້ເຂົ້າມາແຈ້ງຄວາມກໍແລ້ວກັນ ຄິດວ່າຂ້ອຍມາຂໍຄຳປຶກສາເພາະຂ້ອຍມີຄວາມຄຽດຫຼາຍ ບໍ່ຮູ້ຈະຫາທາງອອກທາງໃດ ຈຶ່ງຄິດວ່າພຽງແຕ່ໃຫ້ຖືກຕຳຫຼວດຈັບຕິດຄຸກໄປຈະບໍ່ໄດ້ຕ້ອງມາເຈິກັບເລື່ອງຄຽດໆ ແບບນີ້ອີກ” ຫຼັງຈາກທີ່ໄດ້ລະບາຍແລະໄດ້ຄຳປຶກສາຈົນເຮັດໃຫ້ໃຈເຢັນລົງແລ້ວ ວໍລະພົດ ຈຶ່ງຂໍຕົວລາເຈົ້າໜ້າທີ່ແລະໄດ້ຍ່າງຕີນເປົ່າກັບເມືອເຮືອນ.

ທີ່ມາ : https://cutt.ly/3I3y43e

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/