ຈົບລົງໄປແລ້ວກັບການແຂ່ງຂັນ ກິລາລອຍນໍ້າ ຊຽງຂວາງເກມ ທີ່ເຮັດການແຂ່ງຂັນສຳເລັດໄປກ່ອນກິລາປະເພດອື່ນໆ ໃນລະຫວ່າງວັນທີ 19 ຫາ 22 ພະຈິກ 2022 ທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ.

ໂດຍການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ່ XI ເທື່ອນີ້ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 37 ຄົນ, ຍິງ 12 ຄົນ, ຊາຍ 25 ຄົນ ມາຈາກ 5 ພາກສ່ວນ ຄື: ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ.
ຜ່ານການແຂ່ງຂັນເມື່ອວັນທີ 19 ຫາ 22 ພະຈິກ 2022 ທີ່ຜ່ານມາ ຜົນປາກົດວ່າ ເຈົ້າຫຼຽນຄຳເປັນຂອງເຈົ້າພາບ ແຂວງຊຽງຂວາງ ຄອງຫຼຽນຄຳກິລາປະເພດນີ້ ເປັນຄັ້ງປະຫວັດສາດ ຍາດໄດ້ 8 ຫຼຽນຄຳ ຈາກທັງໝົດ 27 ຫຼຽນຄຳ.

ໂດຍໃນງານຄັ້ງນີ້ ທັບນັກກິລາຈາກແຂວງ ແມ່ນສາມາດຄວ້າໄດ້ 8 ຫຼຽນຄຳ, 1 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 15 ຫຼຽນ; ອັນດັບ 2 ຕົກເປັນຂອງ ແຂວງຈຳປາສັກ ຄວ້າໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ, 7 ຫຼຽນທອງ ລວມ 21 ຫຼຽນ; ອັນດັບ 3 ແຂວງ ແຂວງສະຫວັນນະເຂດ ໄດ້ 5 ຫຼຽນຄຳ, 6 ຫຼຽນເງິນ 6 ຫຼຽນທອງ ລວມ 17 ຫຼຽນ; ອັນດັບ 4 ນະຄອນຫຼວງວຽງຈັນ ໄດ້ 4 ຫຼຽນຄຳ, 8 ຫຼຽນເງິນ 6 ຫຼຽນທອງ ລວມ 18 ຫຼຽນ ແລະ ອັນດັບ 5 ແຂວງຫຼວງພະບາງ ຍາດມາໄດ້ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 10 ຫຼຽນ.
ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ກ່າວວ່າ: ສຳລັບຜົນງານຂອງນັກກິລາລອຍນໍ້າ ແຂວງຊຽງຂວາງ ໃນປີນີ້ ຖືວ່າເຮັດໄດ້ດີເດັ່ນ ເປັນຄັ້ງປະຫວັດສາດ, ໃນເບື້ອງຕົ້ນພວກເຮົາຄາດໝາຍໄວ້ແຕ່ 3 ຫຼຽນຄຳ ແຕ່ຜ່ານການແຂ່ງຂັນຕົວຈິງ ແມ່ນເຮັດໄດ້ລື່ນຄາດໝາຍໄປເຖິງ 8 ຫຼຽນຄຳ ຖືເປັນຄວາມພາກພູມໃຈຂອງຊາວແຂວງຊຽງຂວາງ.

ນອກຈາກນີ້ ທ່ານ ທອງຜິວ ສີປັນຍາ ຍັງໃຫ້ຮູ້ອີກວ່າ: ສຳລັບນັກກິລາທີ່ສາມາດຄວ້າຫຼຽນຄຳໄດ້ແມ່ນ ພວກເຮົາໄດ້ກຽມຮາງວັນໃຫ້ເປັນມູນຄ່າ 11 ລ້ານກີບ, ຫຼຽນເງິນ 8 ລ້ານກີບ ແລະ ສຳລັບຫຼຽນທອງ ແມ່ນ 6 ລ້ານກີບ.

ສຳລັບການມອບຫຼຽນຮາງວັນກິລາລອຍນໍ້າ ໃນງານກິລາແຫ່ງຊາດ ຄັ້ງນີ້ ແມ່ນຈະໄປມອບ-ຮັບ ຢູ່ທີ່ແຂວງຊຽງຂວາງເຈົ້າພາບ.
ສ່ວນການແຂ່ງຂັນກິລາປະເພດອື່ນໆ ແມ່ນຢູ່ແຂວງຊຽງຂວາງ ເຊິ່ງຈະເປີດການແຂ່ງຂັນ ຢ່າງເປັນທາງການ ໃນວັນທີ 13 ທັນວາ 2022 ທີ່ຈະມາເຖິງນີ້.
ຂອບໃຈຂໍ້ມູນຈາກ: https://cutt.ly/aM3duaR
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/