ຊົມເຊີຍ ທັບນັກກິລາຄົນພິການລາວ ຍາດມາໄດ້ 2 ຫຼຽນເງິນ ແລະ 7 ຫຼຽນທອງ ໃນການແຂ່ງຂັນ ASEAN Para Games 2022

ທັບນັກກິລາຄົນພິການລາວ

ການແຂ່ງຂັນອາຊຽນ ພາຣາ ເກມ ຄັ້ງທີ 11 ທີ່ເມືອງໂຊໂລ, ປະເທດອິນໂດເນເຊຍ ໄດ້ໂຄຈອນມາເຖິງໂຄ້ງສຸດທ້າຍ ເຊິ່ງຫຼາຍປະເພດກິລາກໍແຂ່ງຂັນກັນຈົບສິ້ນໄປແລ້ວ ໂດຍສະເພາະທັບນັກກິລາລາວ ທີ່ສົ່ງນັກກິລາເຂົ້າຮ່ວມຄັ້ງນີ້ ກວ່າ 60 ຄົນກໍໄດ້ລົງແຂ່ງຄົບໝົດແລ້ວທັງ 6 ປະເພດກິລາ.

ທັບນັກກິລາຄົນພິການລາວ

ໃນການແຂ່ງຂັນຄັ້ງນີ້ ລາວ ໄດ້ສົ່ງທັບນັກກິລາກວ່າ 60 ຄົນເຂົ້າຮ່ວມ ແລະ ໄດ້ລົງແຂ່ງຄົບ 6 ປະເພດກິລາທີ່ຕົນສົ່ງເຂົ້າຮ່ວມແລ້ວ ໂດຍກວາດມາໄດ້ທັງໝົດ 9 ຫຼຽນ ໃນນັ້ນປະກອບດ້ວຍ 2 ຫຼຽນເງິນ, 2 ຫຼຽນທອງ ຈາກຍົກນໍ້າໜັກ, ແລ່ນລານ 3 ຫຼຽນທອງ ແລະ ບານບ້ວງລໍ້ເລື່ອນ 2 ຫຼຽນທອງ ຂະນະທີ່ ບັອດເຊຍ, ໂກນບອລ ແລະ ລອຍນໍ້າ ແມ່ນບໍ່ສາມາດຄວ້າຫຼຽນໄດ້.

ທັບນັກກິລາຄົນພິການລາວ
ທັບນັກກິລາຄົນພິການລາວ
ທັບນັກກິລາຄົນພິການລາວ

ຂອບໃຈຂໍ້ມູນຈາກ: https://cutt.ly/ZZHuhc3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply