ຊົມຄວາມງົດງາມ ງານນິທັດສະການດອກຄາຍປ່າ ແລະ ຊາກຸລະ ແຂວງຫົວພັນ


ໃນວັນທີ 11 ມັງກອນ 2021 ຜ່ານມາ, ແຂວງຫົວພັນໄດ້ຈັດພິທີເປີດງານນິທັດສະການດອກຄາຍປ່າ ແລະ ຊາກຸຣະຫົວພັນ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ ສວນມິດຕະພາບຫົວພັນ-ແທັງຮວ່າ ຫຼາຍພາກສ່ວນໄດ້ເຂົ້າຮ່ວມຢ່າງເບີກບານມ່ວນຊື່ນ ແລະ ໃນງານກໍມີກິດຈະກໍາຕ່າງໆເພື່ອສ້າງຄວາມຄຶກຄື້ນໃຫ້ແກ່ຜູ້ທີ່ມາທ່ອງທ່ຽວ ເຊິ່ງມີການປະກວດນາງສາວຊາກຸຣະ ແລະ ດອກຄາຍປ່າຫົວພັນ ຢູ່ທີ່ຫໍວັດທະນະທໍາແຂວງອີກດ້ວຍ. ຖືໄດ້ວ່າເປັນການສ້າງຂະບວນການ ພັດທະນາເສດຖະກິດຂອງແຂວງ.

ໃນລະດູນີ້ແມ່ນຈະມີຕົ້ນໄມ້ຫຼາກຫຼາຍສາຍພັນ ທີ່ສວຍສົດງົດງາມແຕກຕ່າງກັນອອກໄປ ແຕ່ທາງພາກສ່ວນຈະເລືອກເອົາຕົ້ນຊາກຸຣະ ແລະ ດອກຄາຍປ່າ ເພາະນອກຈາກຄວາມງາມແລ້ວ ຍັງສໍາຜັດເຖິງກິ່ນອາຍຈາຊາກຸຣະຍີ່ປຸ່ນ ເຊິ່ງດອກຂອງມັນນັ້ນເປັ່ງປະກາຍຕາມເສັ້ນທາງເລກ 6 ແລະ ຕົວເມືອງຊໍາເໜືອ, ເມືອງວຽງໄຊ ພິເສດແມ່ນບ້ານຫ້ວຍອວງ ເມືອງຊໍາເໜືອ, ນອກຈາກນີ້ ສິ່ງອໍານວຍຄວາມສະດວກກໍຖືໄດ້ວ່າສະບາຍປອດໄພ ພ້ອມທັງສະດວກໃນການຖ່າຍຮູບ ຖ້າວ່າໃຜກາຍໄປກາຍມາກໍຢ່າລືມແວ່ທ່ຽວຊົມກັນເດີ ເພາະວ່າບໍ່ຮູ້ດອກຄາຍຈະຫຼົ່ນ ຫຼື ບານ ມື້ໃດ. ທ່ານໃດທີ່ມາແລ້ວ ຮັບຮອງວ່າຈະປະທັບໃຈແນ່ນອນ ເພາະມີທີ່ນີ້ແຫ່ງດຽວຂອງລາວເຮົາ.