ຊາຍຊາວອາເມຣິກາ ກາຍເປັນຄົນທຳອິດທີ່ໄດ້ຮັບການຜ່າຕັດປູກຖ່າຍຫົວໃຈໝູ


David Bennett ຊາຍຊາວອາເມຣິກາ ໄດ້ກາຍເປັນຜູ້ປ່ວຍທຳອິດຂອງໂລກ ທີ່ໄດ້ຮັບການຜ່າຕັດປູກຖ່າຍຫົວໃຈຈາກໝູ. ບັນດາແພດໝໍຈາກມະຫາວິທະຍາໄລແມຣີແລນ ໄດ້ຮັບສິດການຜ່າຕັດນັ້ນ ເນື່ອງຈາກວ່າຜູ້ປ່ວຍ ອາຍຸ 57 ປີຄົນນີ້ ເປັນໂຣກຫົວໃຈໄລຍະສຸດທ້າຍ ແລະ ກຳລັງນອນຕິດຕຽງ, ພ້ອມທັງຕ້ອງໃສ່ເຄື່ອງຊ່ວຍຊີວິດ ເປັນເວລາ 6 ອາທິດ. ລາວໄດ້ຕັດສິນໃຈເລືອກຮັບການຜ່າຕັດປູກຖ່າຍເອົາຫົວໃຈໝູທີ່ໄດ້ຮັບການປັບແຕ່ງທາງກຳມະພັນ ພ້ອມໄດ້ກ່າວກ່ອນເຂົ້າຜ່າຕັດວ່າ “ມັນມີແຕ່ວ່າຈະຕາຍ ຫຼື ຈະເຂົ້າຜ່າຕັດ ເຊິ່ງການຕັດສິນໃຈນີ້ກໍອັນຕະລາຍຫຼາຍ ແຕ່ມັນກໍເປັນທາງເລືອກສຸດທ້າຍຂອງຂ້ອຍ”

ທາງແພດໄດ້ກ່າວວ່າ David ບໍ່ໄດ້ສິດທິຮັບບໍລິຈາກການປູກຖ່າຍຫົວໃຈ ເນື່ອງຈາກສຸຂະພາບຂອງລາວທີ່ບໍ່ແຂງແຮງ. ການປູກຖ່າຍຄັ້ງນີ້ຈຶ່ງນັບວ່າເປັນໂອກາດສຸດທ້າຍໃນການຊ່ວຍຊີວິດຂອງລາວ ເຖິງແມ່ນວ່າໂອກາດທີ່ລາວຈະມີຊີວິດນັ້ນບໍ່ຊັດເຈນກໍຕາມ. ແຕ່ສຳລັບທີມຜ່າຕັດຄັ້ງນີ້, ມັນຖືວ່າເປັນຄວາມສຳເລັດອັນສູງສຸດຂອງປີ ແລະ ຍັງເປັນຜົນການວິໄຈທີ່ໃຫຍ່ຫຼວງ, 3 ມື້ຜ່ານໄປຫຼັງຈາກການປູກຖ່າຍຫົວໃຈ ທ້າວ David ກໍຍັງແຂງແຮງດີຢູ່.

ໃນເດືອນຕຸລາເມື່ອປີ 2021 ແພດໝໍທີ່ນິວຢອກໄດ້ມີປະກາດຄວາມສຳເລັດໃນການຜ່າຕັດປູກຖ່າຍຫົວໃຈໝູແກ່ຄົນຮຽບຮ້ອຍ ແຕ່ນັ້ນແມ່ນສຳລັບຜູ້ປ່ວຍທີ່ສະໝອງຕາຍ ເຊິ່ງບໍ່ມີທາງປິ່ນປົວກັບມາໄດ້. ດ້ວຍເຫດນັ້ນ, David ຈຶ່ງແມ່ນອາສາສະໝັກຜູ້ທຳອິດຂອງໂລກ. ໃນວັນຈັນທີ່ຜ່ານມາ, ແພດໄດ້ລາຍງານວ່າຜູ້ປ່ວຍສາມາດຫາຍໃຈໄດ້ດ້ວຍຕົນເອງແລ້ວ ຂະນະທີ່ມີແພດໝໍເຝົ້າເບິ່ງຢ່າງໃກ້ຊິດ. ການຜ່າຕັດຄັ້ງນີ້ຈະຊ່ວຍບັນຫາຂາດແຄນອະໄວຍະວະໃນໂລກເຮົາ ພ້ອມທັງຍັງມອບໂອກາດໃນການມີຊີວິດຕໍ່ຂອງຜູ້ປ່ວຍທີ່ກຳລັງລໍຖ້າໂອກາດປູກຖ່າຍອະໄວຍະວະຢູ່ ເຊິ່ງມີຫຼາຍກວ່າ 100,000 ລາຍຊື່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/