ຊັງວຽກທີ່ເຮັດ ຍິ່ງຕ້ອງເຮັດວຽກນັ້ນໃຫ້ດີ


ປະຕິເສດບໍ່ໄດ້ວ່າ ມັນເປັນເລື່ອງປົກກະຕິເວລາທີ່ເຮັດວຽກກໍຕ້ອງມີວຽກທີ່ມັກ ແລະ ບໍ່ມັກ ສຳລັບວຽກທີ່ມັກນັ້ນບໍ່ແມ່ນເລື່ອງຍາກ ເພາະຕໍ່ໃຫ້ເມື່ອຍເທົ່າໃດແຕ່ດ້ວຍໃຈຮັກຫຼືເພາະຍັງມ່ວນ ກໍເຮັດໃຫ້ກັດແຂ້ວອົດທົນເຮັດຕໍ່ໄປໄດ້, ແຕ່ພໍເມື່ອເປັນວຽກທີ່ບໍ່ມັກ ກໍເປັນເລື່ອງຍາກທີ່ຈະໃຫ້ກຳລັງໃຈຕົວເອງວ່າເປັນຫຍັງຂ້ອຍຈຶ່ງຄວນອົດທົນເຮັດມັນຕໍ່ໄປ.

ທີ່ຈິງແລ້ວ ບໍ່ວ່າຈະເຮັດວຽກຢູ່ໃນລະດັບໃດ ກໍຈະມີວຽກທີ່ບໍ່ມັກປະປົນຢູ່ສະເໝີເຊັ່ນ: ບາງຄົນຂຶ້ນມາເປັນຫົວໜ້າ ແລ້ວນຶກວ່າຈະລອດຈາກວຽກຈຸກຈິກ ແຕ່ສຸດທ້າຍວຽກຈຸກຈິກເຈັບຫົວກໍຢູ່ໃນຮູບແບບອື່ນແທນເຊັ່ນລູກນ້ອງຜິດກັນ ລູກນ້ອງບໍ່ຮ່ວມມືກັນ. ສະນັ້ນ ຂໍໃຫ້ຄິດໄວ້ເລີຍວ່າວຽກທຸກວຽກຕ້ອງມີສິ່ງທີ່ເຮົາມັກ ແລະ ບໍ່ມັກປົນກັນສະເໝີ.

ແຕ່ເມື່ອມັນເປັນແບບນີ້ແລ້ວ ເພື່ອໃຫ້ຫຼຸດພົ້ນຈາກວຽກທີ່ບໍ່ມັກໄດ້ໄວໆ ເຊິ່ງຄຳຕອບນັ້ນກໍຄື “ຖ້າຊັງວຽກໃດ ກໍຈົ່ງເຮັດວຽກນັ້ນໃຫ້ເຕັມທີ່ຍິ່ງກວ່າເກົ່າ”

ເຫດຜົນກໍເພາະວ່າ ຖ້າເຮົາເຮັດວຽກຫຍັງກໍຕາມຢ່າງສຸດຄວາມສາມາດ ສຸດທ້າຍເຮົາຈະເກັ່ງໃນວຽກນັ້ນໃນທີ່ສຸດ ເຊິ່ງເມື່ອຮອດຈຸດນັ້ນແລ້ວ ຄວາມຮູ້ສຶກຊັງກໍຈະລົດໜ້ອຍລົງ ເພາະຫຼາຍຄັ້ງເຫດຜົນທີ່ເຮົາບໍ່ມັກວຽກທີ່ເຮັດເປັນເພາະວ່າເຮົາບໍ່ຖະໜັດ ຫຼື ບໍ່ກໍບໍ່ລຶ້ງກັບມັນ ແຕ່ເມື່ອເຝິກຝົນເຮັດວຽກທີ່ຊັງໄດ້ໄລຍະໜຶ່ງຈົນລຶ້ງເຄີຍ ເຮົາຈະຮູ້ສຶກສະບາຍຕົວ ຮູ້ສຶກຄ່ອງມືຂຶ້ນ ເມື່ອນັ້ນເຮົາກໍຈະມ່ວນກັບວຽກຫຼາຍຂຶ້ນ ຫຼື ຮູ້ສຶກບໍ່ດີກັບວຽກນັ້ນໜ້ອຍລົງ.

ໃນທາງດຽວກັນ ເມື່ອຄວາມສາມາດເຮົາເລີ່ມສາຍແວວ ສຸດທ້າຍກໍຈະມີຄົນມາດຶງຕົວເຮົາອອກຈາກວຽກນັ້ນໄປເຮັດວຽກໃນຕຳແໜ່ງທີ່ສູງຂຶ້ນ ເວົ້າອີກຢ່າງໜຶ່ງກໍຄື ເມື່ອເຮົາເກັ່ງສິ່ງໃດຫຼາຍໆແລ້ວ ຜົນງານຈະສາຍແວວອອກມາເອງ ແລ້ວເມື່ອນັ້ນກໍກາຍເປັນວ່າມີແຕ່ຄົນຢາກໄດ້ຕົວໄປເຮັດວຽກ ແລະ ໃນທີ່ສຸດ ເຮົາຈະບໍ່ໄດ້ເຮັດວຽກທີ່ບໍ່ມັກນັ້ນອີກຕໍ່ໄປ ແຕ່ຈະໄດ້ປ່ຽນໄປເຮັດວຽກໃຫມ່ແທນ.

ໃນທາງກົງກັນຂ້າມ ຖ້າເຮົາຊັງວຽກທີ່ເຮັດ ແຕ່ເຮົາບໍ່ພະຍາຍາມເຮັດມັນໃຫ້ດີ ຜົນຈະກາຍເປັນວ່າເຮົາຕ້ອງຕິດຢູ່ກັບງານທີ່ບໍ່ມັກນັ້ນຍາວຂຶ້ນ.

ເພື່ອໃຫ້ເຫັນພາບຫຼາຍຂຶ້ນ ຂໍຍົກຕົວຢ່າງຊີວິດຂອງ ໂຈນາ ເປເຣດຕີ ຜູ້ກໍ່ຕັ້ງສຳນັກຂ່າວອອນລາຍຊື່ດັງ Buzzfeed ທຳອິດເປເຣດຕີເລີ່ມຕົ້ນອາຊີບທີ່ຫຼາຍຄົນອາດຈະເບິ່ງວ່າໜ້າເບື່ອຈຳເຈ ແລະ ເບິ່ງຂັດແຍ່ງກັບນິໄສຄິດຢ່າງແຕກຕ່າງ ເຊິ່ງນັ້ນຄືອາຊີບຄູ. ແຕ່ແທນທີ່ເປເຣດຕີຈະເຮັດໂຕເປັນຄູສອນໜັງສືຄືຄົນອື່ນ ເປເຣດຕີບໍ່ປະໃຫ້ອາຊີບຄູກາຍເປັນອາຊີບທີ່ໜ້າເບື່ອ ໂດຍລາວໃຊ້ຫ້ອງຮຽນ ແລະ ນັກຮຽນເປັນຫ້ອງທົດລອງເຮັດສື່ການສອນດ້ວຍເຕັກໂນໂລຊີໃຫມ່ ຜົນຄຶມື້ໜຶ່ງ ລາວຄົ້ນພົບຄວາມຝັນຂອງໂຕເອງ ເລີຍອອກມາຮຽນຕໍ່ດ້ານ Media Lab.    

ຕໍ່ມາບໍ່ດົນ ການຮຽນດ້ານ  Media Lab ກໍຊ່ວຍປູທາງໃຫ້ລາວເຫັນສິ່ງທີ່ເອີ້ນວ່າ ອິນເຕີເນັດມີມ (Internet Meme) ໂດຍລາວບໍ່ປ່ອຍໃຫ້ນັກວິໄຈດ້ານສື່ກາຍເປັນສິ່ງທີ່ໜ້າເບື່ອອີກຕໍ່ໄປເຊັ່ນດຽວກັນ.

ຖ້າຈະເວົ້າແລ້ວ ແທນທີ່ຈະເອົາແຕ່ຮຽນ ແລະ ວິໄຈໄປເລື້ອຍໆ ລາວໄດ້ລອງສິ່ງທີ່ແຕກຕ່າງ ດ້ວຍການເຮັດ campaign ແປກໆອອກມາແລ້ວກໍກາຍໄປເປັນທີ່ໜ້າສົນໃຈໃນສື່ສັງຄົມອອນລາຍ (viral) ດັງໄປທົ່ວປະເທດໄດ້ເຖິງ 3 ຄັ້ງ. ເວົ້າງ່າຍໆຄືເປເຣດຕີມີຊີວິດທີ່ຢູ່ໃນບົດບາດຫຼືວຽກທີ່ຫຼາຍຄົນຄິດວ່າມັນໜ້າເບື່ອ ແລະ ອາດຈະເຮັດຫຍັງຫວືຫວາບໍ່ໄດ້ຫຼາຍ ນັ້ນຄືການເປັນຄູກັບນັກວິໄຈ, ແຕ່ແທນທີ່ລາວຈະຄິດແບບຄົນອື່ນ ລາວໄດ້ເຕັມທີ່ກັບບົດບາດເຫຼົ່ານັ້ນ ເຊັ່ນ: ໝູ່ຄູ່ຄົນອື່ນອາດຈະມີແຕ່ສອນໜັງສືໄປເລື້ອຍໆ ແຕ່ລາວໄດ້ມີການປັບປ່ຽນໂດຍການເອົາເຕັກໂນໂລຊີທີ່ເປັນສື່ມາສອນ ຫຼື ໝູ່ນັກວິໄຈຄົນອື່ນອາດຈະວິໄຈແຫລ່ງຂໍ້ມູນອື່ນໆ ແຕ່ລາວນຳສິ່ງເຫລົ່ານັ້ນມາທົດລອງເຮັດແທ້ເລີຍ. ຜົນກໍຄື ທຸກຄັ້ງທີ່ເປເຣດຕີລົງມືເຮັດຫຍັງເຕັມທີ່ ຈະເຫັນໄດ້ວ່າລາວມີການຕີງໜີອອກຈາກວຽກເກົ່າສະເໝີ ເຊິ່ງຕອນທີ່ລາວທົດລອງເຮັດສື່ການສອນໃໝ່ ມັນເຮັດໃຫ້ລາວຮູ້ຈັກຕົວເອງໄດ້ໄວຂຶ້ນວ່າ ແທ້ໆແລ້ວລາວສົນໃຈເລື່ອງສື່ ຫຼື ອີກຕອນໜຶ່ງທີ່ຜົນງານຂອງລາວດັງໃນຕອນນັ້ນກໍກາຍເປັນວ່າຜົນງານຂອງລາວໄປເຕະຕານັກທຸລະກິດ ທີ່ຕໍ່ມາໄດ້ຖືກຊັກຊວນໃຫ້ເປເຣດຕີຮູ້ຈັກກັບ ຜູ້ກໍ່ຕັ້ງສຳນັກຂ່າວອອນລາຍຢ່າງ “The Huffington Post” ຈົນໂດ່ງດັງທະລົ່ມທະລາຍ ກ່ອນທີ່ເປເຣດຕີຈະອອກມາເປີດສຳນັກຂ່າວຂອງຕົວເອງຄື Buzzfeed ເຊິ່ງຕອນນີ້ກາຍເປັນສື່ອິນເຕີເນັດລາຍໃຫຍ່ອັນດັບຕົ້ນໆຂອງໂລກເຊັ່ນກັນ.

ດັ່ງນັ້ນ ຖ້າເບິ່ງຈາກຊີວິດຂອງເປເຣດຕີ ຈະເຫັນວ່າລາວເປັນຕົວຢ່າງຂອງຄົນທີ່ພົບກັບວຽກທີ່ບໍ່ໄດ້ເປັນຕົວຂອງຕົວເອງ ແຕ່ແທນທີ່ຈະຄິດຄືຄົນສ່ວນໃຫຍ່ ລາວໄດ້ເດີນໜ້າເຮັດວຽກໃຫ້ເຕັມທີ່ຍິ່ງກວ່າເກົ່າ ຜົນລັບເລີຍກາຍເປັນວ່າລາວຢູ່ກັບວຽກທີ່ບໍ່ມັກນັ້ນສັ້ນລົງເລື້ອຍໆໄປເອງ.

ສະນັ້ນ ສຳລັບໃຜທີ່ເບື່ອ ບໍ່ມັກວຽກທີ່ເຮັດ ວິທີທີ່ຈະເຮັດໃຫ້ເຮົາຫຼຸດພົ້ນຈາກຈຸດນັ້ນໄດ້ໄວໆ ຄືການລົງມືປັບປຸງໃຫ້ບ່ອນນັ້ນໜ້າຢູ່ ແລະ ເຖິງວ່າເຮົາຈະຖືກໄປຢູ່ນາລົກຂຸມໃຫຍ່, ແຕ່ດ້ວຍວິທີຄິດພ້ອມລຸຍແລະເຕັມທີ່ກັບວຽກແບບນີ້ ກໍຈະເຮັດໃຫ້ນາລົກບໍ່ໜ້າເບື່ອຫຼື ເປັນຕາຢ້ານຄືທີ່ຄິດ. ເວົ້າບໍ່ໄດ້ ບາງເທື່ອເຮົາອາດຈະຮູ້ສຶກມ່ວນກໍເປັນໄດ້.

ທີ່ມາ: https://adaybulletin.com/article-work-actually-when-you-hate-your-job/36141