ຂໍ້ມູນນີ້ຖືກເຜີຍແຜ່ໂດຍກະຊວງພັດທະນາທີ່ຢູ່ອາໄສ ແລະ ພັດທະນາເມືອງ ໃນເດືອນເມສາ 2020 ໂດຍມີການຫ້າມສ້າງຕຶກທີ່ສູງກວ່າ 250 ແມັດ, ແລະ ຕຶກທີ່ສູງກວ່າ 100 ແມັດ ຈະຕ້ອງມີການສຶກສາຢ່າງຮອບຄອບ. ນອກຈາກນັ້ນ ສູນບັນເທີງທີ່ໃຫຍ່ກວ່າ 30,000 ຕາແມັດ ກໍຈະຖືກຄວບຄຸມຢ່າງຈິງຈັງ.

ແທນທີ່ຈະສ້າງຕຶກທີ່ສູງໃຫຍ່ ແລະ ແປກແນວຮຽນແບບຕ່າງປະເທດນັ້ນ ທຸກເມືອງທີ່ຈະສ້າງຕຶກໃໝ່ນັ້ນຈະຕ້ອງຄຳນຶງເຖິງ “ຄວາມເໝາະກັບການໃຊ້ງານ, ກຸ້ມຄ່າ, ເປັນມິດກັບສິ່ງແວດລ້ອມ ແລະ ມີສີລະປະ”
“ໃນອະດີດ ເຮົາໃຫ້ຄວາມສຳຄັນກັບປະສິດທິພາບຂອງການໃຊ້ພື້ນທີ່ ແຕ່ຕອນນີ້ເຮົາໃຫ້ຄວາມສຳຄັນກັບຄວາມປອດໄພຂອງການພັດທະນາເມືອງ” Song Yingchang ນັກວິໄຈຈາກ Institute for Urban and Environmental Studies ກ່າວ “ໂດຍສະເພາະພາຍຫຼັງທີ່ເກີດການລະບາດໂຄວິດ-19 ເຮົາຍິ່ງຄຳນຶງເຖິງຄວາມສ່ຽງໃນການຄວບຄຸມການແຜ່ລະບາດນັ້ນສູງຫຼາຍ ເຊິ່ງນີ້ອາດນຳໄປສູ່ການປ່ຽນແປງມາດຕະການ”

ນອກຈາກນັ້ນ ເມື່ອເດືອນພະຈິກ 2020 ທີ່ຜ່ານມາ ປະທານປະເທດ ແຫ່ງ ສປ ຈີນ ສີ ຈິ້ນຜິງ ໄດ້ເຕືອນວ່າເມືອງໃນຈີນນັ້ນ “ບໍ່ສາມາດຂະຫຍາຍຕໍ່ໄປໄດ້ຢ່າງໄຮ້ຂີດຈຳກັດ” ທຸກເມືອງຄວນຈະຄວບຄຸມຄວາມໜາແໜ້ນຂອງປະຊາກອນ ແລະ ເມືອງຂະໜາດໃຫຍ່ຕ້ອງມີມາດຕະການໂດຍສະເພາະ.
ໃນນາມທີ່ເຮົາເປັນປະເທດທີ່ກຳລັງພັດທະນາ ເຮົາຄິດແນວໃດກັບການພັດທະນາບ້ານເມືອງໃນອະນາຄົດ ຢາກມີຕຶກສູງທີ່ທັນສະໄໝຫຼາຍໆ ຫຼື ຕຶກທີ່ຄຳນຶງເຖິງສິ່ງແວດລ້ອມເປັນຫຼັກ?
ທີ່ມາ: https://www.facebook.com/environman.th/posts/3326629340798823