ເມື່ອບໍ່ດົນມານີ້, ໜັງສືພິມຊາວໜຸ່ມຂອງຈີນໄດ້ດຳເນີນການສຳຫຼວດນັກສຶກສາທົ່ວປະເທດຈີນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ຈາກການຕອບແບບສອບຖາມຂອງນັກສຶກສາ 2.739 ຄົນໃນ 142 ມະຫາວິທະຍາໄລ ປາກົດວ່າ 95,58% ມີຄວາມສົນໃຈຕໍ່ບັນຫາສິ່ງແວດລ້ອມ, 28,59% ມີຄວາມສົນໃຈເປັນພິເສດ, 41,91% ມີຄວາມສົນໃຈໃນການອະນຸລັກສິ່ງແວດລ້ອມ, ຜູ້ຕອບແບບສອບຖາມຍັງໄດ້ປະເມີນຈິດສຳນຶກໃນການອະນຸລັກສິ່ງແວດລ້ອມຂອງຕົນ ໂດຍມີຄະແນນເຕັມຄື 10 ຄະແນນ ແລະ ຄະແນນສະເລ່ຍຢູທີ່ 7,9.
ໂດຍນັກສຶກສາກວ່າ 87,11% ເຫັນດີວ່າ ໃນປັດຈຸບັນໂລກພວມປະເຊີນໜ້າກັບສິ່ງທ້າທາຍດ້ານສິ່ງແວດລ້ອມ ຈຶ່ງມີຄວາມຈໍາເປັນອັນຮີບດ່ວນເພື່ອແກ້ໄຂບັນຫາ ເຊິ່ງຜູ້ຕອບສ່ວນໃຫຍ່ກວ່າ 83,02% ແມ່ນໄດ້ຮັບຮູ້ເຖິງຜົນກະທົບໂດຍກົງຈາກທຳມະຊາດເຊັ່ນ: ສະພາບອາກາດທີ່ຮຸນແຮງ, ມົນລະພິດທາງອາກາດ, ມົນລະພິດທາງນໍ້າ ແລະ ອື່ນໆ.

ຜູ້ຮ່ວມເຮັດແບບສອບຖາມກວ່າ 93,90% ຍັງມີທັດສະນະຄະຕິຕໍ່ການອະນຸລັກສິ່ງແວດລ້ອມເຊັ່ນ: ການກິນອາຫານໃຫ້ໝົດຈານ, ຄັດແຍກຂີ້ເຫຍື້ອ, ປະຢັດໄຟຟ້າ, ປະຢັດພະລັງງານເຊັ່ນ: ແກ໊ສຂົນສົ່ງສາທາລະນະ, ໃຊ້ນ້ຳຢ່າງປະຢັດ, recycle ເຄື່ອງນຸ່ງທີ່ໃຊ້ແລ້ວ, ລົດຜ່ອນ ຫຼື ຢຸດໃຊ້ພລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ ແລະ ອື່ນໆ. ນອກຈາກນີ້ຜູ້ຮ່ວມເຮັດແບບສອບຖາມກວ່າ 73,42% ຍັງມີສ່ວນຮ່ວມຜ່ານທາງມະຫາວິທະຍາໄລ ຫຼື ອົງກອນອະນຸລັກສິ່ງແວດລ້ອມ ໃນການອະນຸລັກສິ່ງແວດລ້ອມ ຫຼື ເປັນອາສາສະໝັກ, ລວມທັງການໂຄສະນາເຜີຍແຜ່ແນວຄວາມຄິດຂອງການອະນຸລັກສິ່ງແວດລ້ອມເຊັ່ນ: ການອະນາໄມສະຖານທີ່ສາທາລະນະ, ປູກຕົ້ນໄມ້, ການດໍາລົງຊີວິດທີ່ມີຄາບອນຕໍ່າເປັນຕົ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/