Ariana Grande ຖືວ່າເປັນສິລະປິນຍິງທີ່ຄວາມສາມາດສູງ, ເປັນຄົນຈິດໃຈດີ ແລະ ມັກຈະຊ່ວຍເຫຼືອຄົນອື່ນຢູ່ຕະຫຼອດເວລາ ເພາະທີ່ຜ່ານມາກໍເຄີຍບໍລິຈາກ ແລະ ສ້າງແຄມເປນເພື່ອສະໜັບສະໜູນ ຜູ້ທີ່ມີບັນຫາທາງຈິດມາແລ້ວຫຼາຍຄັ້ງ ເຊິ່ງຫຼ້າສຸດນີ້ Ariana ກໍໄດ້ອອກມາສ້າງແຄມເປນ ແລະ ເຮັດການບໍລິຈາກອີກຄັ້ງ ໂດຍໃນຄັ້ງນີ້ Ariana ເລືອກທີ່ຈະຊ່ວຍເຫຼືອ ພ້ອມສະໜັບສະໜູນກຸ່ມເດັກໄວໜຸ່ມຂ້າມເພດ.

ໂດຍການຊ່ວຍເຫຼືອໃນຄັ້ງນີ້ Ariana ກໍໄດ້ຮ່ວມມືກັບ Pledge ແພລັດຟອມຮັບບໍລິຈາກເງິນເພື່ອການກຸສົນເປີດຕົວແຄມເປນທີ່ມີຊື່ວ່າ Protect & Defend Trans Youth Fund ໂດຍມີຈຸດປະສົງເພື່ອການສະໜັບສະໜູນອົງກອນທີ່ເປັນກະບອກສຽງ ແລະ ເຮັດກິດຈະກຳຊ່ວຍເຫຼືອຮຽກຮ້ອງສິດທິໃຫ້ແກ່ເດັກໄວໜຸ່ມຂ້າມເພດ.
ແຄມເປນດັ່ງກ່າວແມ່ນໄດ້ເປີດຕົວໃນວັນ 31 ມີນາທີຜ່ານມາ ເຊິ່ງກົງກັບວັນຂອງການຄໍານຶງເຖິງການມີຕົວຕົນຂອງຄົນຂ້າມເພດສາກົນ (International Transgender Day of Visibility) ແລະ ຍິ່ງໄປກ່ວານັ້ນ ນັກຮ້ອງສາວກໍໄດ້ຈົກເງິນໃນກະເປົາຕົນເອງບໍລິຈາກໄປກັບແຄມເປນນີ້ ເຖິງ 1.5 ໂດລາ ໄປແລ້ວເປັນທີ່ຮຽບຮ້ອຍ.

ພ້ອມກັນນັ້ນ Ariana Grande ຍັງໄດ້ໂພສຮູບພາບພ້ອມຕົວໜັງສືຜ່ານ Instagram ໂດຍມີການກ່າວເຖິງນະໂຍບາຍ ແລະ ກົດໝາຍຮ່າງສະບັບໃໝ່ໃນອາເມຣິກາ ເຊິ່ງມີເນື້ອໃນຂ້ອນຂ້າງໄປທາງການຄຸກຄາມສິດທິ ແລະຕໍ່ຕ້ານກຸ່ມໄວໜຸ່ມຂ້າມເພດນັບທີ່ມື້ນັບເພີ່ມຂຶ້ນມາເລື້ອຍໆ.
ດ້ວຍເຫດນີ້ແຄມເປນນີ້ຈຶ່ງໄດ້ຖືກສ້າງຂຶ້ນເພື່ອທີ່ຈະມອບຄວາມຊ່ວຍເຫຼືອໃຫ້ກັບອົງກອນຜູ້ສະໜັບສະໜູນໄວໜຸ່ມຂ້າມເພດ ທັງເປັນກະບອກສຽງ ແລະການຕໍ່ສູ້ທາງດ້ານກົດໝາຍ. ທັງນີ້ Ariana ກໍໄດ້ລະບຸໃນໂພສວ່າ ເງິນທັງໝົດທີ່ໄດ້ຮັບຈາກການບໍລິຈາກແມ່ນຈະກະຈາຍໄປຢູ່ແຫ່ງໃດແດ່.

ເອີ້ນໄດ້ວ່າສິລະປິນຄົນນີ້ບໍ່ເຄີຍເຮັດໃຫ້ Arianator (ຊື່ກຸ່ມແຟນຄລັບຂອງ Ariana Grande) ແລະ ຄົນທີ່ຕິດຕາມຜົນງານຜິດຫວັງເລີຍ ພ້ອມກັນນັ້ນຍັງເປັນທີ່ເພິ່ງໃຫ້ກັບຄົນອື່ນໆອີກ. ເຫັນແບບນີ້ກໍໃຈຊຸ່ມຂຶ້ນມາເລີຍ ແລະ ເຊື່ອວ່າໃນອະນາຄົດພາຍພາກໜ້າ Ariana Grande ຕ້ອງກາຍເປັນຜູ້ຍິງຄົນໜຶ່ງທີ່ໄດ້ກາຍເປັນຕຳນານຂອງໂລກ ຢ່າງແນ່ນອນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/