ຄົນໂສດຈະບໍ່ໂສດອີກຕໍ່ໄປເມື່ອເຮົາສາມາດມີແຟນໄດ້ ດ້ວຍການເຊົ່າແຟນ ເລີ່ມຕົ້ນລາຄາພຽງ 30,000 ກີບ


ຖ້າທ່ານເປັນຄົນໜຶ່ງທີ່ເຫງົາ, ໂສດ ແລະ ຄິດວ່າການຫາແຟນມັນເປັນເລື່ອງຍາກແລ້ວ ໃຫ້ລອງຄິດໃໝ່ອີກເທື່ອ ເພາະຕອນນີ້ເຈົ້າສາມາດມີແຟນໄດ້ແບບງ່າຍໆດ້ວຍການເຊົ່າແຟນອອນລາຍ.

ໃນໄລຍະຫຼາຍປີຜ່ານມານີ້ ‘’ທຸລະກິດໃຫ້ບໍລິການເຊົ່າແຟນທາງອອນລາຍ” ກຳລັງເປັນກະແສແລະໄດ້ຮັບຄວາມນິຍົມໃນກຸ່ມໄວໜຸ່ມຈີນ ເຊິ່ງການມີແຟນນີ້ບໍ່ພຽງແຕ່ຕອບໂຈດຄົນໂສດ ຄົນເຫງົາທີ່ຕ້ອງການຫາໝູ່ລົມເທົ່ານັ້ນ ແຕ່ຍັງເປັນເຄື່ອງມືໜື່ງທີ່ຄົນໜຸ່ມສາວເອົາໄວ້ໃຊ້ແກ້ບັນຫາເວລາຖືກຖາມກ່ຽວກັບເລື່ອງຄົນຮັກຫຼືເລື່ອງການສ້າງຄອບຄົວອີກພ້ອມ.

ສຳລັບທຸລະກິດໃຫ້ບໍການເຊົ່າແຟນສາມາດພົບເຫັນໄດ້ໃນຮ້ານຄ້າອອນລາຍທົ່ວໄປເຊັ່ນ: ເຖົາເປົ່າ (Tao Bao) ເຊິ່ງລູກຄ້າສາມາດເຊົ່າຄົນທີ່ຖືກໃຈໄດ້ໃນລາຄາ 20 ຢວນ ຫຼື ປະມານ 30,000 ກີບ ຕໍ່ເຄິ່ງຊົ່ວໂມງ.

ພະນັກງານຄົນໜຶ່ງຂອງຮ້ານໃຫ້ບໍລິການເຊົ່າແຟນເຜີຍວ່າ ລູກຄ້າສາມາດເລືອກຄົນທີ່ມັກໄດ້ ໂດຍຈະມີໃຫ້ເລືອກຢ່າງໜ້ອຍ5ແບບ ສຳລັບແຟນຜູ້ຊາຍຈະມີໃຫ້ເລືອກຕັ້ງແຕ່ “ຜູ້ບ່າວນ້ອຍໜ້າຮັກ” ຈົນເຖິງ “ຜູ້ບ່າວໃຫຍ່ເອົາແຕ່ໃຈ” ສ່ວນແຟນຜູ້ຍິງກໍຈະມີຕັ້ງແຕ່ ແນວໜ້າຮັກມຸ໊ງມິ໊ງ ອ່ອນໂຍນ ໄປຈົນເຖິງແນວເອົາໃຈ ເຊິ່ງມີລາຄາແຕກຕ່າງກັນອອກໄປ ຖ້າເປັນແບບສຸ່ມຈະມີເລດລາຄາຕັ້ງແຕ່ 20 ຢວນຕໍ່ຊົ່ວໂມງ ແຕ່ຖ້າເປັນໂຕທັອບຂອງຮ້ານຈະມີລາຄາສູງເຖິງ 160 ຢວນ ຫຼື 250,000 ກີບ.

ຜູ້ໃຊ້ບໍລິການບາງຄົນໄດ້ແບ່ງປັນວິດີໂອປະສົບການການເຊົ່າແຟນອອນລາຍຂອງຕົນເອງລົງໃນສັງຄົມອອນລາຍຕ່າງໆ ເຊັ່ນ: Bilibili ໂດຍວິດີໂອດັ່ງກ່າວມີຍອດເບິ່ງກວ່າ 2.08 ລ້ານຄັ້ງ.

ອາຈານຈາກວິທະຍາໄລກົດໝາຍໃນນະຄອນຊ່ຽງໄຮ້ ໄດ້ແນະນຳຄົນຮຸ່ນໃໝ່ວ່າ ຄວນມີວິຈາລະນະຍານ ແລະຄວນຫຼີກເວັ້ນບໍ່ໃຫ້ຕົນເອງເຂົ້າໄປຢູ່ໃນສະຖານະການສ່ຽງອັນຕະລາຍ. ແນວໃດກໍຕາມ ແພລັດຟອມທີ່ເປັນສື່ກາງໃນການໃຫ້ບໍລິການແຟນເຊົ່າກໍຄວນມີການກວດຢ່າງເຂັ້ມງວດເຊັ່ນກັນ.

ເຖິງວ່າທຸລະກິດນີ້ກຳລັງເປັນທີ່ນິຍົມແຕ່ຜູ້ຊ່ຽວຊານຂອງຈີນໄດ້ອອກມາເຕືອນວ່າ ການເຊົ່າໝູ່-ເຊົ່າແຟນ ແບບລາຍວັນນີ້ປຽບເໝືອນກັບສັນຍາຈ້າງລະຫວ່າງສອງຝ່າຍ ໂດຍຜູ້ເຊົ່າຈະຈ່າຍຄ່າຕອບແທນ ແລະ ແຟນເຊົ່າກໍຈະໃຫ້ບໍລິການທົ່ວໆໄປ ເຊັ່ນ: ມີການໂອ້ລົມກັນ, ພາໄປກິນເຂົ້າ ຫຼືພາໄປຊື້ເຄື່ອງ ແຕ່ກໍມີຄວາມເປັນໄປໄດ້ວ່າຄວາມສຳພັນແບບນີ້ຈະນຳໄປສູ່ການກະທຳທີ່ຜິດກົດໝາຍ ຫຼື ກໍ່ໃຫ້ເກີດເຫດອາດຊະຍາກຳໄດ້ງ່າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/