ຄູຝຶກທີມຊາດລາວ ຈະປັບປຸງຮູບແບບການຫຼິ້ນ ໃນນັດທີ່ຈະພົບກັບທີມຊາດມາເລເຊຍ


ທ່ານ ເຊວາໄຣ ເວັນກາດາຣາມ ຊາວສິງກະໂປ ຄູຝຶກທີມຊາດລາວ ແລະ ທິບພະຈັນ ອິນທະວົງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ຜ່ານໂປຣແກຣມ Zoom ກ່ຽວກັບຄວາມພ້ອມກ່ອນຈະພົບກັບ ທີມຊາດມາເລເຊຍ ໃນວັນທີ 9 ທັນວານີ້ ເວລາ 16:30 ໂມງ.

ທ່ານ ເຊວາໄຣ ເວັນກາດາຣາມ ໄດ້ກ່າວວ່າ: ພວກເຮົາຈະມີການປັບປຸງການຫຼິ້ນໃຫ້ດີຂຶ້ນ, ອາດຈະມີເກມບຸກທີ່ຫຼາຍຂຶ້ນ ແລະ ຂໍໄປພິສູດໃນເກມມື້ອື່ນ. ນັດຜ່ານມາຂ້ອຍຮູ້ດີວ່າສັກກະຍະພາບນັກກິລາຂອງຂ້ອຍເປັນແນວໃດ,​ ຂ້ອຍໄດ້ກິນ ໄດ້ນອນ ແລະ ຮ່ວມຝຶກຊ້ອມນຳເຂົາ, ຂ້ອຍຮູ້ວ່າ ຈະຕ້ອງວາງເກມແນວໃດ ພວກທ່ານຈະຮັບໄດ້ຫຼືບໍ່ ກໍບໍ່ເປັນຫຍັງ, ສ່ວນອາກາດບາດເຈັບຂໍ້ຕີນຂອງ ບິນລີ້ ເກດແກ້ວພົມພອນ ຄາດວ່າຈະຫາຍດີທັນກັບມາຊ່ວຍທີມໄດ້. ມື້ອື່ນ ວັນ ພະຫັດ ວັນທີ 9 ທັນວາ ເວລາ 16:30 ຕາມເວລາບ້ານເຮົາ ກຽມມາພິສູດ ແລະ ໃຫ້ກຳລັງໃຈທີມຊາດລາວພ້ອມກັນ.

ຂະນະທີ່ ທິບພະຈັນ ອິນທະວົງ ໃຫ້ຮູ້ວ່າ: ນັດທີ່ຈະພົບກັບ ມາເລເຊຍ ພວກເຮົາກໍພ້ອມແລ້ວ ຈະຫຼິ້ນຕາມທີ່ຄູຝຶກວາງເກມໃຫ້ ນັກເຕະທຸກຄົນກໍມີຄວາມພ້ອມ ຢາກຈະຍາດຄະແນນ ແລະ ມີຄະແນນໃນນັດນີ້, ສຳລັບການສື່ສານກັບ ມິດສະດາ ສາຍໃຕ້ຟ້າ ກໍບໍ່ມີບັນຫາຫຍັງ ເພາະວ່າລາວສາມາດຟັງພາສາລາວເຂົ້າໃຈ ແລະ ຈະຊ່ວຍກັນເຮັດຜົນງານໃຫ້ດີກວ່ານັດຜ່ານມາ.

ສ່ວນ ຕັນເຊັງໂຮ ຄູຝຶກຊາວມາເລເຊຍ ກ່າວວ່າ: ພໍໃຈກັບນັດທີ່ຜ່ານມາ, ສຳລັບນັດກັບທີມຊາດລາວ ກໍໄດ້ສຶກສາເບິ່ງເກມຂອງທີມຊາດລາວແລ້ວ, ສິ່ງທີ່ຈະຕ້ອງເອົາໃຈໃສ່ແມ່ນການຈັບຕາເປັນພິເສດແມ່ນເບີ 21 ບິນລີ້ ເກດແກ້ວພົມພອນ ເພາະມີຄວາມສາມາດ ເທັກນິກສູງ.

ສ່ວນນັດທີ 3 ທີມຊາດລາວ ພົບກັບ ອິນໂດເນເຊຍ ວັນທີ 12 ທັນວາ ເວລາ 16:30 ໂມງ ແລະ ນັດສຸດທ້າຍພົບກັບ ກຳປູເຈຍ ວັນທີ 15 ທັນວາ ເວລາ 16:30 ໂມງ ທຸກນັດແຂ່ງ​ຢູ່​ທີ່​ສະໜາມ BISHAN STADIUM ປະ​ເທດ​ສິງ​ກະ​ໂປ.

ສຳລັບທີມແຊ້ມ ຈະໄດ້ຮັບເງິນຮາງວັນ 300.000 ໂດລາ, ອັນດັບ 2 ໄດ້ຮັບເງິນຮາງວັນ 100,000 ໂດລາ ແລະ ທີມຜ່ານເຂົ້າຮອບຮອງຊະນະເລີດ ຈະໄດ້ຮັບເງິນຮາງວັນ 50,000 ໂດລາ. ເຕະບານຊາຍຊິງແຊ້ມອາຊຽນ 12 ຄັ້ງຜ່ານມາ, ທີມຊາດໄທ ຄວ້າແຊ້ມຫຼາຍສຸດ 5 ສະໄໝ, ສິງກະໂປ 4 ສະໄໝ, ຫວຽດນາມ 2 ສະໄໝ ແລະ ທີມຊາດມາເລເຊຍ 1 ສະໄໝ. ຂະນະທີ່ ທີມຊາດລາວ ຍັງບໍ່ສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/