ກະຈຽບຂຽວເປັນພືດສະໝຸນໄພທີ່ອຸດົມສົມບູນໃນວິຕາມິນ, ແຮ່ທາດ ແລະ ສານຕ້ານອະນຸມູນອິດສະຫຼະ. ຫຼາຍຄົນເຊື່ອວ່າການບໍລິໂພກດອກກະຈຽບຂຽວອາດຊ່ວຍບໍາລຸງສຸຂະພາບ ແລະ ປິ່ນປົວພະຍາດຕ່າງໆເຊັ່ນ: ຊ່ວຍຕ້ານອະນຸມູນອິດສະຫຼະທີ່ເປັນອັນຕະລາຍຕໍ່ເຊລຕ່າງໆພາຍໃນຮ່າງກາຍ, ບັນເທົາຄວາມເມື່ອຍ ແລະ ອາດຈະປິ່ນປົວພະຍາດເບົາຫວານໄດ້.
- ຄຸນປະໂຫຍດຂອງກະຈຽບຂຽວ.
- ຊ່ວຍລົດນໍ້າຕານໃນເລືອດ ເໝາະສໍາລັບຜູ້ປ່ວຍພະຍາດເບົາຫວານ, ຜູ້ທີ່ຄວບຄຸມນ້ຳຕານ ເເລະ ນ້ຳໜັກ.
- ລົດຜ່ອນອາການທ້ອງຜູກ ເພາະມີນໍ້າເມືອກທີ່ຊ່ວຍເຮັດໃຫ້ອາຈົມອ່ອນຕົວລົງ ແລະ ຍັງມີເສັ້ນໃຍທີ່ດີສໍາລັບການຂັບຖ່າຍ.
- ລົດຜ່ອນ cholesterol ໃນຮ່າງກາຍ.
- ລົດຜ່ອນຄວາມສ່ຽງໃນການເປັນໂຣກກະເພາະ, ກະເພາະອັກເສບ ແລະ ລຳໄສ້ອັກເສບ. ສຳລັບໃຜທີ່ເປັນໂຣກກະເພາະຢູ່ເເລ້ວ ການກິນດອກກະຈຽບຂຽວພ້ອມມີນ້ຳເມືອກໜຽວໆຂອງມັນ ຈະຊ່ວຍເຂົ້າໄປເຄືອບເເຜໃນກະເພາະອາຫານໄດ້ອີກດ້ວຍ.
- ນຳຝັກກະຈຽບຂຽວມາຕົ້ມເເລ້ວໃສ່ເກືອໜ່ອຍໜຶ່ງ ສາມາດລົດຜ່ອນອາການກົດໄຫຼຢ້ອນໄດ້.

- ກະຈຽບຂຽວມີໂຟເລດສູງ, ຊ່ວຍເສີມສ້າງເມັດເລືອດແດງ ແລະ ເປັນສິ່ງຈໍາເປັນຕໍ່ການພັດທະນາຂອງລູກໃນທ້ອງ. ເພາະສະນັ້ນ, ມັນຈຶ່ງເໝາະກັບແມ່ຍິງຖືພາ.
- ປິ່ນປົວລະບົບທາງເດີນປັດສາວະ ແລະ ພະຍາດຕິດຕໍ່ທາງເພດສຳພັນ.
- ປິ່ນປົວໂຣກພະຍາດກາຝາກ ເມື່ອກິນຢ່າງຕໍ່ເນື່ອງປະມານ 2 ອາທິດ.
- ເພີ່ມຈໍານວນເຊື້ອແບັກທີເຣັຍທີ່ເປັນປະໂຫຍດ (prebiotics) ເຕີບໂຕໄດ້ດີ ຊ່ວຍລົດຜ່ອນເຊື້ອແບັກທີເຣັຍທີ່ບໍ່ດີໃນລໍາໄສ້.
- ເປັນຜັກທີ່ມີສານຕ້ານອະນຸມູນອິດສະຫຼະສູງ (Glutathione) ມີສ່ວນຊ່ວຍໃນການຕ້ານມະເຮັງ.
- ມີສານ pectin ຫຼາຍ ມີສ່ວນຊ່ວຍເຂົ້າໃນສະໝານເເຜພາຍໃນຂອງແມ່ຍິງຫຼັງຈາກການເກີດລູກ.

ວິທີການກິນກະຈຽບຂຽວ
ສາມາດຕັດເປັນຕ່ອນນ້ອຍໆເເລ້ວກິນດິບໆ ຫຼື ນຳມາປຸງອາຫານກັບເມນູອື່ນໆກໍໄດ້, ເອົາມັນໄປປີ້ງດ້ວຍໄຟອ່ອນໆ ຫຼື ຈະເອົາມາປະສົມກັບນໍ້າເຜິ້ງ, ນໍ້າໝາກນາວ ຫຼື ກະແລມກໍໄດ້.
ທີ່ມາ :
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/