ຄອບຄົວຕົວແບບແຂວງໄຊຍະບູລີ ປູກພືດໝຸນວຽນເພື່ອຂາຍເປັນສິນຄ້າ ສາມາດສ້າງລາຍຮັບ 90 ລ້ານຕໍ່ປີ


ການສ້າງເສດຖະກິດຄອບຄົວແມ່ນການຫາລາຍໄດ້ແກ້ໄຂຄວາມທຸກຍາກ ເຮັດໃຫ້ສະມາຊິກທຸກຄົນມີຢູ່ມີກິນ, ມີລາຍຮັບໂດຍອີງໃສ່ຄວາມສາມາດ, ທ່າແຮງ, ເງື່ອນໄຂ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະກອບກັບ ຄວາມດຸໝັ່ນຂະຫຍັນພຽນ ເຮັດໃຫ້ຖານະຂອງຄອບຄົວດີຂຶ້ນ.

ຄອບຄົວຂອງທ່ານ ໂສມງາມ ເລີດວິໄລ, ອາຍຸ 60 ປີ, ປັດຈຸບັນ ຢູ່ບ້ານບວມເລົາຜາແກ້ວ ເມືອງປາກລາຍ ແຂວງ ໄຊຍະບູລີ, ເປັນຕົວແບບສ້າງລາຍຮັບໃນການປູກພືດໝຸນວຽນເພື່ອຂາຍເປັນສິນຄ້າ.

ທ່ານ ໂສມງາມ ເລີດວິໄລ ເຊິ່ງເປັນຄອບຄົວຕົວແບບການຜະລິດພືດຂາຍເປັນສິນຄ້າ ປະກອບຄໍາຄິດເຫັນຢູ່ໃນກອງປະຊຸມອົງການປົກຄອງບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວໃຫ້ຮູ້ວ່າ ໃນໄລຍະຜ່ານມາ ການປູກພືດເປັນສິນຄ້າ ໄດ້ປູກແຕ່ສາລີ ດ້ວຍຮູບແບບການໄຖດິນ ແລະ ນຳໃຊ້ຢາຂ້າຫຍ້າ ເພື່ອກະກຽມດິນປູກພືດດັ່ງກ່າວ ແລະ ປູກແຕ່ພືດຊະນິດດຽວໃນພື້ນທີ່ເກົ່າຕໍ່ກັນຫຼາຍປີ, ບໍໍ່ມີການປັບປຸງດິນ, ບໍ່ມີການໃສ່ຝຸ່ນ, ບໍ່ມີການປູກພືດໝຸນວຽນ, ຈຶ່ງເຮັດໃຫ້ດິນເສື່ອມຄຸນນະພາບລົງ, ຜົນຜະລິດສາລີຫຼຸດລົງເລື້ອຍໆໃນແຕ່ລະປີ.

ມາຮອດປີ 2000 ໄດ້ມີໂຄງການນິເວດກະສິກໍາ ລົງຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມການປູກສາລີ ແບບບໍ່ໄຖດິນ, ຮັກສາເສດພືດປົກຄຸມໜ້າດິນ, ໂດຍມີການປູກພືດປະສົມປະສານ, ປູກພືດໝຸນວຽນ ແລະ ປູກພືດຕໍ່ເນື່ອງ, ເຊິ່ງຄອບຄົວຂອງທ່ານ ໂສມງາມ ເລີດວິໄລ ກໍເປັນຄອບຄົວໜຶ່ງທີ່ໄດ້ເຂົ້າຮ່ວມເປັນສະມາຊິກກຸ່ມຂອງໂຄງການດັ່ງກ່າວ, ໂດຍໄດ້ຮັບການເຝິກອົບຮົມຮຽນຮູ້ທາງດ້ານເຕັກນິກຕ່າງໆ ແລ້ວນຳມາຈັດຕັ້ງປະຕິບັດຕົວຈິງໃນພື້ນທີ່ຂອງຕົນເອງ. ໃນເນື້ອທີ່ປູກພືດທັງໝົດ 3 ເຮັກຕາເຄິ່ງ, ໂດຍແບ່ງອອກເປັນ 2 ຕອນຄື: ຕອນທີ1: ເນື້ອທີ່ 2,50 ເຮັກຕາ, ໄດ້ປູກສາລີ ປະສົມ ແລະ ຕໍ່ເນື່ອງກັບຖົ່ວແດງ, ຖົ່ວດິນ. ເມື່ອປູກສາລີໄດ້ 75 ຫາ 80 ວັນ, ຫຼື ສັງເກດເບີ່ງສາລີກາບເຫຼືອງ, ກໍອະນາໄມພື້ນທີ່, ຖາງຫຍ້າຢູ່ຕາມວ່າງສາລີ ຈາກນັ້ນເອົາຖົ່ວແດງມາປູກສັບຫວ່າງສາລີ (ນີ້ແມ່ນເຕັກນິກ: ປູກປະສົມປະສານ) ເມື່ອສາລີມີອາຍຸ 120 ວັນ, ກໍເກັບກູ້ສາລີອອກ, ອະນາໄມພື້ນທີ່ ແລ້ວ ຖົ່ວແດງ ຫຼື ເອົາຖົ່ວດິນມາປູກໃສ່ (ອັນນີ້ແມ່ນເອີ້ນວ່າ: ການປູກຕໍ່ເນື່ອງ), ສ່ວນຕອນດິນທີ 2: ມີເນື້ອທີ່ 1,50 ເຮັກຕາ, ແບ່ງເປັນ 2 ແປງ: ແປງທີ 1 ປູກສາລີປະສົມກັບຖົ່ວແດງ, ແລະ ແປງທີ 2 ປູກມັນຕົ້ນ: ປີຕໍ່ໄປ ແປງທີ່ປູກສາລີ ປະສົມກັບຖົ່ວແດງ ແມ່ນ ເອົາມັນຕົ້ນມາປູກໃສ່ ແລະ ແປງທີ່ປູກມັນຕົ້ນປີຜ່ານມາ ແມ່ນເອົາສາລີ ແລະ ຖົ່ວແດງ ມາປູກໃສ່ ໜູນວຽນກັນໄປເລື້ອຍໆໃນແຕ່ລະປີໆ ຈາກການປະຕິບັດຕາມເຕັກນິກດັ່ງກ່າວ ເຫັນວ່າດິນມີຄວາມອຸດົມສົມບູນຂື້ນ, ເພາະພືດຕະກູນຖົ່ວເປັນພືດທີ່ສາມາດປັບປຸງດິນໃນຕົວມັນເອງ, ໄດ້ຜົນຜະລິດເພີ່ມຂຶ້ນ ຜົນຜະລິດຄົງຕົວໃນແຕ່ລະປີ, ການເຮັດເຕັກນິກແບບນີ້ ບໍ່ຈຳເປັນຕ້ອງຊື້ຝຸ່ນເຄມີ ເຂົ້າມານຳໃຊ້ໃນການຜະລິດ.

ທ່ານ ໂສມງາມ ເລີດວິໄລໄດ້ກ່າວຕຶ່ມອີກວ່າ: ມາຮອດປັດຈຸບັນດິນປູກພືດຂອງຕົນແມ່ນໄດ້ປູກແບບໝຸນວຽນພືດເປັນ 2 ຊະນິດຄື: ສາລີ ແລະ ມັນຕົ້ນ ແລ້ວເອົາຖົ່ວແດງ, ຖົ່ວດິນມາປູກຕໍ່ເນື່ອງ, ປີໜຶ່ງໄດ້ຜົນຜະລິດສາລີ 7,5 ໂຕນ ຕໍ່ 1 ເຮັກຕາ, ຂາຍເປັນເງິນໄດ້: 10.800.000ກີບ, ຖົ່ວແດງໄດ້ 2,5 ໂຕນຕໍ່ 1 ເຮັກຕາ ຂາຍໄດ້ 45 ລ້ານກີບ ແລະ ມັນຕົ້ນໄດ້ 36 ໂຕນ ຕໍ່ 1 ເຮັກຕາ ຂາຍໄດ້: 54ລ້ານກີບ, ລວມແລ້ວປີໜຶ່ງ ມີລາຍຮັບຈາກການຂາຍຜົນຜະລິດພືດ ໃນເນື້ອທີ່ 3,50 ເຮັກຕາ, ຫັກຕົ້ນທຶນອອກຍັງເຫຼືອ: 90  ລ້ານກີບ ຕໍ່ປີ. ເມື່ອມີຜົນໄດ້ຮັບດີຄືແນວນັ້ນ ແລະ ດິນມີຄວາມອຸດົມສົມບູນໄປເລື້ອຍໆ, ປະຈຸບັນເຕັກນິກການປູກພືດແບບປະສົມປະສານ, ໝຸນວຽນ ແລະ ປູກພືດຕໍ່ເນື່ອງ, ມີຫຼາຍຄອບຄົວນຳເອົາເປັນບົດຮຽນໄປຈັດຕັ້ງປະຕິບັດຢ່າງກ້ວາງຂວາງໃນເຂດພັດທະນາຜາແກ້ວ-ປ່າໄລ່ ແລະ ເຂດອື່ນໆຂອງເມືອງປາກລາຍ.

ຈາກຜົນສຳເລັດນັ້ນ, ຍ້ອນການຊີ້ນຳ-ນຳພາຂອງຄະນະພັກເມືອງ, ຄະນະນໍາ, ວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຊຸກຍູ້ສົ່ງເສີມເປັນປະຈຳ ເຊິ່ງໃນຕໍ່ໜ້ານີ້, ຄອບຄົວຂອງ ທ່ານ ໂສມງາມ ເລີດວິໄລ ຍັງຈະສືບຕໍ່ປູກພືດເປັນສິນຄ້າ ໂດຍນຳໃຊ້ເຕັກນິກດັ່ງກ່າວ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

ຂໍ້ມູນຈາກ: ປະເທດລາວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/