ຄວາມເຊື່ອຂອງຊາວຊິມູ ເມື່ອ 600 ກວ່າປີກ່ອນ ຂ້າເດັກນັບຮ້ອຍເພື່ອສັງເວີຍໃຫ້ເທບພະເຈົ້າ


ຊາວຊິມູ ໃນຂະນະທີ່ປະເທດເປຣູ ກຳລັງພົບກັບບັນຫາການແຜ່ລະບາດຂອງໂຣກໄຂ້ຍຸງລາຍທີ່ຮຸນແຮງທີ່ສຸດໃນປະຫວັດສາດ ຈາກການລາຍງານພົບວ່າມີຈຳນວນຜູ້ປ່ວຍຫຼາຍກວ່າ 170.000 ຄົນ ແລະ ມີຈໍານວນຜູ້ເສຍຊີວິດຈາກໂຣກນີ້ຫຼາຍກວ່າ 225 ຄົນ, ໜຶ່ງໃນປັດໄຈທີ່ເຮັດໃຫ້ໂຣກໄຂ້ເລືອດອອກລະບາດໜັກໃນເປຣູຄືສະພາບອາກາດຊຸ່ມທີ່ຜິດປົກກະຕິຈາກປາກົດການ El Niño .

ນັກວິໄຈເຊື່ອວ່າການປ່ຽນແປງສະພາບພູມອາກາດຄືສາເຫດ ທີ່ເຮັດໃຫ້ຜົນກະທົບຈາກປາກົດການ El Niño ເພີ່ມທະວີຄວາມຮຸນແຮງຂຶ້ນ ແຕ່ຫຼັກຖານທາງປະຫວັດສາດ ຊີ້ໃຫ້ເຫັນວ່າສະພາວະອາກາດແປປວນສົ່ງຜົນກະທົບຢ່າງຮຸນແຮງຕໍ່ຊີວິດຂອງຜູ້ຄົນໃນປະເທດນີ້ຫຼາຍພັນປີແລ້ວ ຫຼັກຖານທີ່ພົບສະແດງເຖິງການຮັບມືກັບໄພທຳມະຊາດຂອງຜູ້ຄົນໃນຍຸກບູຮານໃນຮູບແບບຂອງສິ່ງກໍ່ສ້າງຊ່ວຍເຫຼືອ ຈາກເທບພະເຈົ້າຜ່ານການບູຊາຍັນຊີວິດເດັກ ເຊິ່ງບໍ່ເຄີຍເກີດຂຶ້ນໃນໜ້າປະຫວັດສາດໂລກມາກ່ອນ.

ນັບຕັ້ງແຕ່ປີ 2011 ກາບຽວ ປີເອໂຕ ນັກບູຮານຄະດີຊາວເປຣູ ແລະ ນັກສຳຫຼວດ ໄດ້ຄົ້ນພົບຮ່ອງຮອຍຂອງການບູຊາຍັນໝູ່ ໂດຍໃຊ້ເດັກເປັນເຄື່ອງສັງເວີຍອ້ອມຕົວເມືອງຊັນຊັນ (Chan Chan)  ເມືອງຂະໜາດໃຫຍ່ທາງຕອນເໜືອຂອງເປຣູ ທີ່ເຕັມໄປດ້ວຍສະຖາປັດຕະຍະກໍາ ເມືອງນີ້ເປັນເມືອງຫຼວງຂອງອານາຈັກ (Chimú) ນັບແຕ່ປີ ຄສ ທີ 11 ເປັນຕົ້ນມາ ຈົນຖືກຊາວອິນຄາ ເຂົ້າມາຢຶດຄອງພື້ນທີ່ໃນປີ 1470. ປັດຈຸບັນ ນັກບູຮານຄະດີຂຸດພົບສົບຫຼາຍກວ່າ 250 ຮ່າງຂອງເຫຍື່ອອາຍຸນ້ອຍ ທີ່ຖືກຂ້າຢ່າງໂຫດຮ້າຍປ່າເຖື່ອນ ເພື່ອສັງເວີຍໃນພິທີບູຊາຍັນທີ່ຈັດຂຶ້ນໄລຍະປີ 1400-1450 ໂດຍສ່ວນໃຫຍ່ຮ່າງທີ່ພົບຈະຖືກຟັນທີ່ໜ້າເອິກ ຈາກນັ້ນຈະຖືກຫໍ່ຮ່າງດ້ວຍຜ້າຝ້າຍ ແລະ ນຳໄປຝັງໄວ້ຂ້າງກັບລູກລາມະ.

El Niño ກັບຊາວຮິນດູ ໂດຍສ່ວນໃຫຍ່ແລ້ວ ສະຖານທີ່ໃຊ້ປະກອບພິທີບູຊາຍັນຈະພົບໄດ້ໃນແຫຼ່ງບູຮານຄະດີ ທີ່ຕັ້ງຢູ່ຕາມແນວຊາຍຝັ່ງຂອງເປຣູ ບໍລິເວນຫຼຸມຝັງຮ່າງເຫຍື່ອ ຈາກການບູຊາຍັນທີ່ຖືກດິນເປັນຕົມຖົມຈົນກາຍເປັນຊັ້ນໜາ ເປັນຫຼັກຖານຊັດເຈນທີ່ຢືນຢັນໄດ້ວ່າບໍລິເວນນີ້ ເຄີຍໄດ້ຮັບຜົນກະທົບຈາກປາກົດການ El Niño ມາຕັ້ງແຕ່ຍຸກບູຮານ ຊັ້ນດິນໜາໆ ສະແດງໃຫ້ເຫັນວ່າເຄີຍເກີດຝົນຕົກໜັກຂຶ້ນໃນພື້ນທີ່ນີ້ມາກ່ອນ ແລະ ມີພຽງ El Niño ເທົ່ານັ້ນ ທີ່ສາມາດເຮັດໃຫ້ຝົນຕົກ ໃນແຖບຊາຍຝັ່ງທາງຕອນເໜືອຂອງເປຣູທີ່ສຸດແສນຈະແຫ້ງແລ້ງໄດ້.  

ຂໍ້ມູນຈາກ: National Geographic Thailand

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/