ກຽມລົງໂທດໜັກ! ຕຳຫຼວດໄທດຳເນີນຄະດີ 2 ບ່າວໄທ ແລະ 1 ສາວລາວ ທີ່ລັກຂ້າມມາແຜ່ເຊື້ອໃນປະເທດລາວ


ກອງກຳລັງກວດກາຄົນເຂົ້າເມືອງ ເຂົ້າແຈ້ງຄວາມດຳເນີນຄະດີກັບ 2 ບ່າວໄທ ແລະ 1 ສາວລາວ ລວມກັນ 3 ຄົນ ແລະ ຍັງພົບວ່າ ທັງ 3 ຄົນແມ່ນຕິດເຊື້ອພະຍາດ ໂຄວິດ-19 ຈຶ່ງອະນຸຍາດໃຫ້ເຂົ້າຮັກສາຕົວຢູ່ ໂຮງໝໍໜອງຄາຍ.

ນອກຈາກນັ້ນ, ຕຳຫຼວດປະຈຳຈັງຫວັດໜອງຄາຍ ຍັງໄດ້ຕັ້ງຂໍ້ຫາທັງ 3 ຄົນ ໃນຂໍ້ຫາລັກລອບອອກປະເທດແບບຜິດກົດໝາຍ ແລະ ປິດບັງຂໍ້ມູນການເດີນທາງ ຈົນເປັນເຫດໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ທັງພາຍໃນ (ປະເທດໄທ) ແລະ ປະເທດເພື່ອນບ້ານ (ລາວ) ອີກດ້ວຍ.

ຫຼ້າສຸດ, ທ່ານ ພົນຕີ ກິດຊະດາ ການຈະນະລົງກອນ ຜູ້ບັງຄັບການກອງກຳລັງກວດກາຄົນເຂົ້າເມືອງທີ 4 ໄດ້ສັ່ງການໃຫ້ ກອງກຳລັງກວດກາຄົນເຂົ້າເມືອງປະຈຳຈັງຫວັດໜອງຄາຍ ໃຫ້ສືບສວນສອບສວນຂໍ້ມູນການເດີນທາງຢ່າງຮີບດ່ວນ ໂດຍປະສານງານກັບຝ່າຍ ສປປ ລາວ ເພື່ອດຳເນີນການກັບຜູ້ກະທຳຜິດຢ່າງເດັດຂາດ ແລະ ຈິງຈັງ. 

ຫຼັງຈາກ, ທັງ 3 ກໍລະນີລັກເຂົ້າເມືອງແລ້ວ ຈຶ່ງເປັນເຫດໃຫ້ຜູ້ຕິດເຊື້ອໂຄວິດ-19 ແຜ່ກະຈາຍເປັນຈຳນວນຫຼາຍໃນນະຄອນຫຼວງວຽງຈັນ ແລະ ເຮັດຈຳນວນຜູ້ຕິດເຊື້ອສະສົມເພີ່ມຂຶ້ນທັງໝົດເປັນ 159ຄົນ ຕັ້ງແຕ່ປີ 2020 ຮອດປັດຈຸບັນ.

ຍ້ອນສະພາບການເປັນແນວນັ້ນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຈຶ່ງອອກຄຳສັ່ງປິດການເຂົ້າ-ອອກນະຄອນຫຼວງວຽງຈັນ ຕັ້ງແຕ່ວັນທີ 22 ເມສາ ເຖິງ 5 ພຶດສະພາ ປີ 2021 ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີທ່າອ່ຽງເພີ່ມຂຶ້ນ.

ທີ່ມາ:

ພາບ: nongkhainewsonlin, siamrath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/