ການໂອນເງິນຂ້າມປະເທດດ້ວຍ Crypto ເສຍຄ່າທຳນຽມຖືກກວ່າການໂອນເງິນແບບດັ້ງເດີມເຖິງ 97%


Blog ໂພສຫຼ້າສຸດຂອງ Crypto exchange Coinbase ໄດ້ລະບຸວ່າຜູ້ບໍລິໂພກໃນສະຫະລັດທີ່ໂອນເງິນຜ່ານທະນາຄານລະຫວ່າງປະເທດຕ້ອງເສຍຄ່າທຳນຽມຈາກການໂອນເຖິງ 12 ຕື້ໂດລາຕໍ່ປີ.

ຈາກການວິໄຈຂອງ exchange “ອັດຕາຄ່າທຳນຽມຂອງສະຫະລັດຢູ່ທີ່ 6,18% ນັ້ນໝາຍຄວາມວ່າການໃຊ້ຈ່າຍສະເລ່ຍຕໍ່ປີຂອງຊາວອາເມຣິກາມີທ່າອ່ຽງໃກ້ຄຽງກັບຄ່າທຳນຽມໃນການໂອນເງິນທີ່ 12 ຕື້ໂດລາ” ໂພສໄດ້ລະບຸຕໍ່ວ່າ ເວລາສະເລ່ຍໃນການເຮັດທຸລະກຳມີຕັ້ງເເຕ່ 1 ເຖິງ 10 ມື້, ໃນຂະນະທີ່ການເຮັດທຸລະກຳ Cryptocurrency ທີ່ມີລັກສະນະຄ້າຍຄືກັນໃຊ້ເວລາປະມານ 10 ນາທີ.

ການເຮັດທຸລະກຳລະຫວ່າງປະເທດຜ່ານທະນາຄານ ໂດຍທົ່ວໄປຈະຕ້ອງເສຍຄ່າທຳນຽມໃນການໂອນ ເເລະ ຄ່າທຳນຽມຈາກ​ການ​ແປງ​ສະ​ກຸນ​ເງິນ​ເພື່ອ​ແລກ​ປ່ຽນ​ເປັນ​ສະ​ກຸນ​ເງິນ​ຕ່າງ​ໆ, ເຊິ່ງການເຮັດທຸລະກຳດ້ວຍ Cryptocurrency ມີທ່າອ່ຽງທີ່ຈະເສຍຄ່າໃຊ້ຈ່າຍໜ້ອຍກວ່າຫຼາຍ. ອີງຈາກຂໍ້ມູນຂອງ Coinbase ສະເເດງໃຫ້ເຫັນວ່າ ຄ່າທຳນຽມການເຮັດທຸລະກຳຂອງ Bitcoin ສະເລ່ຍຢູ່ທີ່ 1,5 ໂດລາ ເເລະ ETH ຢູ່ທີ່ 0,75 ໂດລາ.

ໂດຍຄ່າທໍານຽມດັ່ງກ່າວອາດຕໍ່າກວ່າຄ່າທໍານຽມໃນການໂອນເເບບດັ້ງເດີມ ອ້າງອີງຈາກ 6he World Bank ໂດຍສະເລ່ຍຢູ່ທີ່ 6,3%. ເຊິ່ງ Coinbase ຄາດການຈາກການໂອນຜ່ານ Crypto ນັ້ນຖືກກວ່າການໂອນເເບບດັ້່ງເດີມເຖິງ 96,7%.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/