Golden Gate Bridge ຂົວໂດ່ງດັງລະດັບໂລກ ແກ້ໄຂບັນຫາຄົນໂດດຂົວ ດ້ວຍການຕິດຕາໜ່າງນິລະໄພ


ຂົວ Golden Gate Bridge ທີ່ໂດ່ງດັງທີ່ສຸດໃນໂລກ ແລະ ສວຍງາມ ເປັນສິ່ງດຶງດູດໃຫ້ນັກທ່ອງທ່ຽວມາທ່ຽວຊົມ. ແຕ່ວ່ານັບແຕ່ປີ 1937 ຂົວທີ່ມີຄວາມຍາວ 2,7 ກິໂລແມັດແຫ່ງນີ້ ຍັງກາຍເປັນສະຖານທີ່ ທີ່ຜູ້ຄົນມັກມາໂດດຂົວ ເພື່ອຈະຈົບຊີວິດຂອງຕົນເອງ. ດັ່ງນັ້ນຈຶ່ງໄດ້ມີແຜນການສ້າງຕາໜ່າງກັ້ນ ເພື່ອປ້ອງກັນບໍ່ໃຫ້ມີການໂດດຂົວ.

ຈາກຂໍ້ມູນຂອງ  Golden Gate Bridge Highway and Transportation District ໜ່ວຍງານທີ່ດູແລພື້ນທີ່ຂົວດັ່ງກ່າວໄດ້ລະບຸວ່າ ນັບຕັ້ງແຕ່ສ້າງຂົວແລ້ວ ເມື່ອ 85 ປີຫຼັງ ມີຄົນໃຊ້ຂົວແຫ່ງນີ້ເປັນສະຖານທີ່ຈົບຊີວິດຕົນເອງໄປຫຼາຍກວ່າ 1.800 ຄົນ. KEVIN HINES ຊາຍທີ່ລອດຈາກການຂ້າຕົວຕາຍຢູ່ທີ່ຂົວແຫ່ງນີ້ໄດ້ອຸທິດຕົນເອງເປັນນັກລົນນະລົງ ເພື່ອປ້ອງກັນການຂ້າຕົວຕາຍ ລວມທັງມີສ່ວນຊຸກຍູ້ ໃຫ້ມີການຕິດຕັ້ງຕາໜ່າງນິລະໄພທີ່ຂົວແຫ່ງນີ້ ເພາະຕອນສ້າງແລ້ວທຳອິດ ແມ່ນຍັງບໍ່ມີຕາໜ່າງ ອາດເຮັດໃຫ້ຄົນຄິດສັ້ນຢາກໂດດຕື່ມອີກ.

ແຜນການຕິດຕັ້ງຕາໜ່າງນິລະໄພ ທີ່ຂົວແຫ່ງນີ້ໄດ້ຮັບອະນຸມັດມາຕັ້ງແຕ່ປີ 2008 ແຕ່ແຜນການກໍ່ສ້າງໄດ້ເລີ່ມຂຶ້ນອີກ 10​ ປີຫຼັງ ແລະ ການເຮັດວຽກນັ້ນ ກໍມີຄວາມຊັກຊ້າ ເນື່ອງຈາກພົບກັບບັນຫາຕ່າງໆ ເຊັ່ນ: ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນຫຼາຍເທົ່າ ໂດຍງົບປະມານເລີ່ມຕົ້ນແມ່ນ 76 ລ້ານໂດລາ ແຕ່ເປັນການປະເມີນຄ່າຕ່ຳ ເພາະຄວາມຈິງແມ່ນຈະຕົກຢູ່ທີ່ 200 ລ້ານໂດລາສະຫະລັດ ສາເຫດແມ່ນການລະບາດຂອງພະຍາດໂຄວິດ ແລະ ບັນຫາການຈັດການຕ່າງໆ.

ລະບົບຕາໜ່າງບໍ່ໃຫ້ຄົນຂ້າຕົວຕາຍ ກຳລັງຈະກາຍເປັນຈິງ ຫຼັງຈາກມີການຖົກຖຽງເຖິງເລື່ອງນີ້ມາຕັ້ງແຕ່ທົດສະວັດທີ 1950. ຜ່ານມາ ກໍມີກຸ່ມເຈົ້າໜ້າທີ່ ແລະ ອາສາສະໝັກ ອອກກວດກາຂົວໃນໄລຍະວັນສຳຄັນຕ່າງໆ ເປັນຕົ້ນວັນວາເລັນທາຍ ແລະ ວັນຄຣິສມາສ ເປັນວັນທີ່ຫຼາຍຄົນມັກເລືອກທີ່ຈະໂດດຂົວ ເພື່ອຈົບຊີວິດຂອງຕົນເອງ. ໃນປີ 2020 ມີຄົນໂດດຂົວເຖິງ 439 ຄົນ ອາຍຸລະຫວ່າງ 15-24 ປີ ສ່ວນຫຼາຍແລ້ວແມ່ນຄົນທີ່ມີອາຍຸຕໍ່າກວ່າ 45 ປີ.

ຕັ້ງແຕ່ປີ 2018 ທີ່ໄດ້ເລີ່ມສ້າງຕາໜ່າງຈະສາມາດລົດຜ່ອນການເສຍຊີວິດຈາກການໂດດຂົວໄດ້ເປັນຢ່າງດີ ເພາະມັນຊ່ວຍກັ້ນລະຫວ່າງຂົວ ແລະ ທະເລ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/