ໃກ້ເຂົ້າມາແລ້ວ ກັບການແຂ່ງຂັນບານເຕະລາວລີກ 1 ປະຈຳປີ 2021 ທີ່ຈະຈັດຂຶ້ນໃນໄວໆນີ້ ເຊິ່ງທາງພາກສ່ວນຕ່າງໆ ໄດ້ປະຊຸມປຶກສາຫາລືກັນໃນໄລຍະຜ່ານມາ ແລະ ການແຂ່ງຂັນຄັ້ງນີ້ ຮັບຮອງວ່າທຸກຄົນທີ່ຮັກໃນວົງການເຕະບານຈະມ່ວນມັນກັນຢ່າງແນ່ນອນ ເພາະແຕ່ລະສະໂມສອນໄດ້ຄັດເລືອກເອົານັກເຕະທີ່ມີຄຸນະພາບ, ມີການເຕະທີ່ໂດດເດັ່ນຂອງແຕ່ລະຄົນ. ພ້ອມກັນນີ້ ຍັງມີການກະກຽມທາງດ້ານຕ່າງໆ ບໍ່ວ່າຈະເປັນຄະນະກຳມະການທີ່ໄດ້ຄັດເລືອກມາຢ່າງດີ ພິເສດສຸດ ຊິງເງິນລາງວັນເຖິງຫຼາຍຮ້ອຍລ້ານກີບ.

ກຳມະການຕັດສິນແມ່ນສຳຄັນທີ່ສຸດ ເພື່ອມາຕັດສິນບານເຕະໃຫ້ເປັນກາງ ແລະ ເປັນທຳ, ເພື່ອກຽມຄວາມພ້ອມໃນການແຂ່ງຂັນ ເປບຊີລາວ 1 ປະຈຳປີ 2021 ແລະ ກຽມພ້ອມທາງດ້ານກຳມະການ, ທີ່ຜ່ານມາກຳມະການທຸກຄົນໄດ້ເອົາໃສ່ ການເຝິກອົບຮົມມາດີໂດຍຕະຫຼອດ. ການແຂ່ງຂັນຈະເລີ່ມແຂ່ງໃນວັນທີ 27 ມີນາ 2021.

ການຄັດເລືອກ ແມ່ນມີການສອບເສັງທາງດ້ານພະລະກຳລັງ ແລະ ກະຕິກາໂດຍສາມາດສະຫຼຸບໄດ້ວ່າ: ທາງດ້ານກຳລັງ ກຳມະການຕັດສິນແມ່ນສອບເສັງຜ່ານ 92%, ທາງດ້ານກະຕິກາ ກຳມະການຕັດສິນ 85% ແມ່ນດີເລີດ, ຫຼັງຈາກສອບເສັງແມ່ນສາມາດຄັດເລືອກກຳມະການຕັດສິນໄດ້ 43 ທ່ານ, ຍິງ 2 ທ່ານ.

ເປບຊີ ລາວລີກ 1 ປະຈຳປີ 2021 ມີທັງໝົດແມ່ນ 6 ສະໂມສອນ ເຊັ່ນ: ສະໂມສອນ ຈັນທະບູລີ ເອັຟຊີ, ສະໂມສອນ ປກສ ເອັຟຊີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ເອສະຣາ ເອັຟຊີ, ສະໂມສອນ ວຽງຈັນ ເອັຟຊີ ແລະ ສະໂມສອນ ກອງທັບ ເອັຟຊີ.

ສຳລັບລາງວັນ:
- ອັນດັບໜຶ່ງໄດ້ເງິນລາງວັນ: 300.000.000 ກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 35 ຫຼຽນ.
- ອັນດັບສອງໄດ້ເງິນລາງວັນ: 150.000.000 ກີບ.
- ອັນດັບສາມໄດ້ເງິນລາງວັນ: 80.000.000 ກີບ.
- ອັນດັບສີ່ໄດ້ເງິນລາງວັນ: 40.000.000 ກີບ.
- ອັນດັບຫ້າໄດ້ເງິນລາງວັນ: 30.000.000 ກີບ.
ລວມເງິນລາງວັນທັງໝົດແມ່ນ 1 ຕື້ກວ່າກີບ.

ຂອບໃຈຂໍ້ມູນຈາກ:
- Lao Premier League | Facebook
- https://web.facebook.com/LaoFF/photos/a.3946682582019316/3946684288685812/