8 ມີນາ ວັນແມ່ຍິງສາກົນ ວັນທີ່ແມ່ຍິງທົ່ວໂລກ ທວງເອົາຄວາມຍຸຕິທຳ ແລະສິດສະເໝີພາບລະຫວ່າງ ຍິງ-ຊາຍ


ແມ່ຍິງໃນສະໄໝກ່ອນແມ່ນໄດ້ອອກແຮງງານຢ່າງໜັກໜ່ວງ ແຕ່ຢູ່ໃນພາຍໃຕ້ລະບອບສັກດິນາ, ນາຍທຶນ ແລະ ໄດ້ຖືກກົດຂີ່ຂູດຮີດ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງຕ່ຳ, ເມື່ອເວລາຖືພາ ຫຼື ເຈັບເປັນ ຄົນນັ້ນແມ່ນຈະຖືກໄລ່ອອກ ຈະບໍ່ໄດ້ເຮັດວຽກໂດຍເດັດຂາດ.

ວັນທີ 8 ມີນາ ປີ 1899 ກຳມະກອນແມ່ຍິງຢູ່ໂຮງງານຕ່ຳແຜ່ນທີ່ເມືອງຊິຄາໂກ ແລະ ເມືອງນິວຢອກ ສະຫະລັດອາເມຣິກາ ໄດ້ພາກັນລຸກຮືຂຶ້ນຕໍ່ສູ້ ແລະ ຢຸດງານ ເພື່ອປະທ້ວງໃຫ້ນາຍທຶນຂຶ້ນຄ່າແຮງ.

ວັນທີ 8 ມີນາ ປີ 1910 ເປັນປີທີ່ແມ່ຍິງທົ່ວໂລກ ໄດ້ທວງເອົາຄວາມຍຸຕິທຳ, ທວງເອົາສິດສະເໝີພາບລະຫວ່າງ ຍິງ-ຊາຍ, ທວງເອົາຄ່າແຮງງານ ພ້ອມທັງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງຂອງການເຮັດວຽກ ແລະ ຍັງທວງເອົານະໂຍບາຍຕໍ່ຜູ້ຍິງໃນເວລາທີ່ເຈັບປ່ວຍ, ຖືພາ ແລະ ເກີດລູກ.

ນອກຈາກນີ້ ຍັງທວງເອົາຜົນປະໂຫຍດອັນເປັນທຳ ໃຫ້ແກ່ຜູ້ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ແລະ ໄດ້ກຳນົດເອົາວັນທີ 8 ມີນາ ຂອງທຸກໆປີເປັນວັນແມ່ຍິງສາກົນ ເພື່ອລະນຶກເຖິງແມ່ຍິງໃນສະໄໝກ່ອນ ທີ່ມີຄວາມເກັ່ງກ້າສາມາດ, ມີຄວາມອົດທົນ, ຍາດແຍ່ງເອົາຄວາມເປັນທຳຂອງຄ່າແຮງ ສິດສະເໝີພາບຂອງຍິງ ແລະ ຊາຍ ໃຫ້ເທົ່າທຽມກັນ. ມາຮອດປັດຈຸບັນ ປາກົດການດັ່ງກ່າວກໍໄດ້ສ່ອງແສງມາຍັງທຸກຄົນ ໃຫ້ມີຄວາມເຂົ້າໃຈໃນວັນແມ່ຍິງສາກົນທົ່ວໂລກ ແລະ ໃນທຸກວັນນີ້ ຄວາມເທົ່າທຽມ ແລະ ການບໍ່ເອົາປຽບກັນ ກໍດີຂຶ້ນນັບມື້.

ຂອບໃຈຂໍ້ມູນຈາກ:

https://bit.ly/3ZOqqHw

https://www.bigissue.com/latest/social-activism/international-womens-day-7-ways-to-celebrate-from-your-living-room/