ໃກ້ເຂົ້າມາແລ້ວ! ສໍາລັບກິລາແລ່ນ-ລານ ປະຈໍາປີ 2021 ເຊິ່ງການແຂ່ງຂັນຈະເປີດຢ່າງເປັນທາງການລະຫວ່າງວັນທີ 28-30 ເດືອນມັງກອນ. ສະຖານທີ່ແມ່ນຈັດຂຶ້ນທີ່ສະຖາບັນກິລາ-ກາຍະກໍາ “ບ້ານສີເກີດ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ”
ການແຂ່ງຂັນຈັດຂຶ້ນເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຕ່າງໆ ສໍາຄັນໃນການຈັດກິດຈະກໍາຄັ້ງນີ້ເປັນການຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ.
ມີການຊິງຮາງວັນທັງໝົດແມ່ນ 41 ລາຍການ
ປະເພດລານມີຄື:
- ຊຸກນ້ຳໜັກເຍົາວະຊົນ ຍິງ-ຊາຍ
- ຊຸກນ້ຳໜັກທົ່ວໄປ ຍິງ-ຊາຍ
- ຊັດຫຼາວເຍົາວະຊົນ ຍິງ-ຊາຍ
- ຊັດຫຼາວທົ່ວໄປຍິງ-ຊາຍ.
ສ່ວນປະເພດແລ່ນແມ່ນມີ:
- ແລ່ນ 100 ແມັດເຍົາວະຊົນ ຍິງ-ຊາຍ
- ແລ່ນ 100 ແມັດທົ່ວໄປ ຍິງ-ຊາຍ
- ແລ່ນ 200 ແມັດເຍົາວະຊົນ ຍິງ-ຊາຍ
- ແລ່ນ 200 ແມັດ ທົ່ວໄປຍິງ-ຊາຍ
- ແລ່ນ 400 ແມັດຂ້າມຮົ້ວເຍົາວະຊົນ ຍິງ-ຊາຍ
- ແລ່ນ 400 ແມັດຂ້າມຮົ້ວທົ່ວໄປ ຍິງ-ຊາຍ
- ແລ່ນ 400 ແມັດ ເຍົາວະຊົນ ຍິງ-ຊາຍ
- ແລ່ນ 400 ແມັດ ທົ່ວໄປຍິງ-ຊາຍ
ນອກນີ້ຍັງມີ:
- ເຕັ້ນຍາວທົ່ວໄປ ຍິງ-ຊາຍ
- ເຕັ້ນຍາວເຍົາວະຊົນ ຍິງ-ຊາຍ
- ເຕັ້ນ 3 ກ້າວເຍົາວະຊົນ ຍິງ-ຊາຍ
- ແລ່ນ 800 ແມັດ ເຍົາວະຊົນ ຍິງ-ຊາຍ
- ແລ່ນ 800 ແມັດ ທົ່ວໄປ ຍິງ-ຊາຍ
- ຍ່າງ 3.000 ແມັດຍິງ
- ຍ່າງ 5.000 ແມັດ ເຍົາວະຊົນ ຍິງ-ຊາຍ
- ແລ່ນ 4X100 ແມັດ ປະສົມ ເຍົາວະຊົນ ຍິງ-ຊາຍ
- ແລ່ນ 4X100 ແມັດ ປະສົມ ທົ່ວໄປ ຍິງ-ຊາຍ

ຂໍຂອບໃຈຂໍ້ມູນເບື້ອງຕົ້ນ: https://www.facebook.com/lnrlao/posts/2706825792961298
ຂໍຂອບໃຈຮູບພາບຈາກ:
https://www.facebook.com/jeabchalern/photos/303561150554544