ການຜ່າຕັດປູກຖ່າຍຕາແບບ Bionic Eye ສຳເລັດ! ຊ່ວຍໃຫ້ແມ່ຍິງຕາບອດ ອາຍຸ 88 ປີ ໄດ້ກັບມາເບິ່ງເຫັນໜ້າຂອງຫຼານອີກຄັ້ງ


ຄົນເຮົາເມື່ອອາຍຸຫຼາຍຂຶ້ນກໍຈະພົບບັນຫາທາງດ້ານກາຍະພາບທີ່ເສື່ອມລົງ ໃນນັ້ນມີການສູນເສຍວິໄສທັດໃນການເບິ່ງເຫັນຈາກຄວາມແກ່ເຖົ້າ (AMD) ເຊິ່ງເປັນອາການທີ່ພົບເຫັນໄດ້ທົ່ວໄປ ເຊິ່ງມີຫຼາຍລ້ານຄົນທົ່ວໂລກພົບບັນຫານີ້ ແລະ ແມ່ຍິງຊາວອັງກິດຄົນໜຶ່ງ ອາຍຸ 88 ປີ ກໍໄດ້ປະສົບກັບມັນຈົນກາຍເປັນຄົນຕາບອດໄປ.  ເຖິງຢ່າງນັ້ນ ວົງການການແພດກໍບໍ່ຍອມແພ້ໃນການພັດທະນາ ແລະ ມັນໄດ້ຊ່ວຍໃຫ້ແມ່ຍິງຜູ້ນີ້ໄດ້ມີໂອກາດເບິ່ງເຫັນອີກຄັ້ງ ຜ່ານການປູກຖ່າຍ Bionic Eye.

ເທັກໂນໂລຢີດັ່ງກ່າວນີ້ ຖືກພັດທະນາໂດຍ Pixium Vision ທີ່ປະເທດຝຣັ່ງ ແລະ ໄດ້ມີການທົດລອງທົ່ວຢູໂຣບ ເຊິ່ງແມ່ນຍິງຊາວອັງກິດ ໄດ້ເປັນອາສາສະໝັກຜູ້ທຳອິດຂອງການທົດລອງນີ້ ແລະ ໄດ້ຜົນຕອບຮັບທີ່ດີ. ການຜ່າຕັດປູກຖ່າຍຕາແບບ Bionic Eye ຈະຊ່ວຍຜູ້ທີ່ສູນເສຍການເບິ່ງເຫັນຈາກ AMD, ແພດໝໍຈະເຮັດການປູກຖ່າຍດ້ວຍຊິບຂະໜາດ 2 ມິນລີແມັດ ທີ່ຝັງຢູ່ດ້ານຫຼັງເຍື່ອຫຸ້ມຊັ້ນໃນຂອງຕາຊ້າຍຜູ້ປ່ວຍ ພ້ອມກັບແວ່ນຕາທີ່ມາກັບກ້ອງທັນສະໄໝ, ມັນຈະເຊື່ອມຕໍ່ເຂົ້າກັບລະບົບຄອມພິວເຕີໃນຊິບທີ່ຝັງຢູ່ ຈາກນັ້ນກໍຈະໃຊ້ AI ໃນການປະມວນຜົນ ແລ້ວສົ່ງເປັນແສງອິນຟາເຣດສູ່ຕາ ປຽບດັ່ງການທີ່ຕາແທ້ໄດ້ຮັບແສງ. ເມື່ອຮັບແສງອິນຟາເຣດນັ້ນ ມັນກໍຈະສົ່ງຄື້ນກະແສໄຟຟ້າໄປສູ່ສະໝອງໃຫ້ຜູ້ປ່ວຍໄດ້ເບິ່ງເຫັນແບບທຳມະຊາດ.

ພາຍຫຼັງສິ້ນສຸດການຜ່າຕັດ ຜູ້ປ່ວຍກໍໄດ້ກ່າວວ່າມັນຊ່ວຍໃຫ້ລາວໄດ້ກັບມາເປັນອິດສະຫຼະໂດຍບໍ່ຕ້ອງເພິ່ງພາໃຜ ແລະ ໄດ້ເຮັດສິ່ງຕ່າງໆທີ່ລາວມັກ. ບໍ່ພຽງເທົ່ານັ້ນ, ລາວຍັງຈະໄດ້ກັບມາເຫັນລູກທັງ 7 ແລະຫຼານທັງ 8 ຄົນ ຂອງລາວອີກຄັ້ງ.

ນັກວິໄຈກ່າວວ່າການຄົ້ນພົບຄັ້ງນີ້ຈະຊ່ວຍຄົນໄດ້ຫຼາຍ ແລະ ມັນຈະເປັນຍຸກໃໝ່ຂອງການປູກຖ່າຍຕາໃຫ້ຜູ້ປ່ວຍ ດ້ວຍ Bionic ຈະຊ່ວຍໃຫ້ໂອກາດຄົນໄດ້ກັບມາເບິ່ງເຫັນອີກຄັ້ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/