ປ່າອະເມຊອນຂອງບຣາຊິວ ສືບຕໍ່ຖືກຕັດໄມ້ທໍາລາຍປ່າເພີ່ມຂຶ້ນ 14% ໃນເດືອນມີນາເມື່ອທຽບກັບເດືອນມີນາປີທີ່ຜ່ານມາ. ເຖິງເເມ່ນວ່າປະທານາທິບໍດີ ລູລາ ດາ ຊິລວາ (Luiz Inacio Lula da Silva) ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຍຸຕິການຕັດໄມ້ທຳລາຍປ່າ ຫຼັງຈາກໄດ້ມີການຕັດໄມ້ທຳລາຍປ່າຢ່າງໜັກໜ່ວງເປັນເວລາຫຼາຍປີ ພາຍໃຕ້ການດຳລົງຕຳແໜ່ງຂອງ ຊາອີ ໂບລໂຊນາຣູ (Jair Bolsonaro) ຜູ້ນຳຄົນກ່ອນໜ້ານີ້, ທີ່ບໍ່ພະຍາຍາມຈະປົກປ້ອງສິ່ງແວດລ້ອມໃນ ອະເມຊອນ.
“ການເພີ່ມຂຶ້ນນີ້ສະແດງໃຫ້ເຫັນວ່າປ່າ Amazon ຍັງຄົງປະເຊີນກັບບັນຫາໃຫຍ່ ແລະລັດຖະບານຈໍາເປັນຕ້ອງໄດ້ປະຕິບັດຢ່າງຮີບດ່ວນເພື່ອສ້າງຂີດຄວາມສາມາດໃນການຕ້ານອາຊະຍາກໍາຕໍ່ສະພາບແວດລ້ອມ, ເຊິ່ງໄດ້ຖືກທໍາລາຍໄປຢ່າງສິ້ນເຊີງໂດຍລັດຖະບານຊຸດກ່ອນ” ມາຊິໂອ ແອສຕິນີ (Marcio Astrini), ຫົວໜ້າຂອງກຸ່ມສິ່ງເເວດລ້ອມ Climate Observatory ກ່າວ.

ໂດຍຂໍ້ມູນຈາກອົງການຄົ້ນຄວ້າອະວະກາດ INPE ໄດ້ເຜີຍຮູບພາບຈາກດາວທຽມວ່າ ພື້ນທີ່ 356 ກິໂລແມັດຕາແມັດຂອງປ່າອະເມຊອນ ໄດ້ກາຍເປັນພື້ນທີ່ເປີດ. ຕົວເລກຫຼ້າສຸດສະແດງໃຫ້ເຫັນພາບລວມກ່ຽວກັບການຕໍ່ຕ້ານການຕັດໄມ້ທຳລາຍປ່າຂອງລັດຖະບານມາຮອດປະຈຸບັນ, ການຕັດໄມ້ທຳລາຍປ່າໃນເດືອນມັງກອນຫາເດືອນມີນາໄດ້ລົດລົງເຫຼືອ 845 ກິໂລຕາແມັດ ເຊິ່ງລົດລົງ 11% ຈາກປີກ່ອນ.
ເມື່ອທຽບກັບເດືອນສິງຫາ ປີ 2022 ຫາ ເດືອນມີນາ ປີ 2023, ຫຼ້າສຸດປ່າອະເມຊອນຖືກຕັດໄມ້ທຳລາຍປ່າເພີ່ມຂຶ້ນເຖິງ 39% ເຊິ່ງໄດ້ຖືກວິພາກວິຈານຢ່າງໜັກຈາກນັກອະນຸລັກ. ຢ່າງໃດກໍຕາມ, ປະທານາທິບໍດີ ລູລາ ດາ ຊິລວາໄດ້ເປີດຮັບການຊ່ວຍເຫຼືອຈາກນານາຊາດເພື່ອຄວາມຮີບດ່ວນ.

ເນື່ອງຈາກລັດຖະບານຊຸດກ່ອນໄດ້ຍົກເລີກກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຫຼາຍສະບັບ ແລະ ຕ້ອງໃຊ້ເງິນຈຳນວນຫຼາຍເພື່ອຟື້ນຟູມັນຄືນ. ໂດຍການເປີດກອງທຶນທີ່ມີຊື່ວ່າ ກອງທຶນ Amazon ໂດຍມີນໍເວ ແລະ ເຢຍລະມັນເປັນຜູ້ສະໜັບສະໜູນຫຼັກ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/