ຊາຍຊາວອອສເຕຣເລຍ ຖືກແຂ້ຍາວ 4 ແມັດລາກລົງນ້ຳ ແຕ່ລອດມາໄດ້ເພາະເອົານິ້ວຈີ້ມຕາແຂ້


ກາຍເປັນເລື່ອງລາວສຸດອັດສະຈັນເມື່ອຊາຍຊາວ ອອສເຕຣເລຍ ອາຍຸ 44 ປີ ທີ່ລອດຈາກການຖືກແຂ້ທີ່ຍາວກວ່າ 4 ແມັດເຂົ້າໂຈມຕີ ແລ້ວລາກລົງນ້ຳແຕ່ໃຈຍັງສູ້ ຊາຍໄວກາງຄົນເອົານິ້ວຈີ້ມຕາແຂ້ຫຼາຍຮອບຈົນໜີມາໄດ້ສຳເລັດ.

ເວັບໄຊ ອິນໄຊເດີ ລາຍງານເຫດການທີ່ໜ້າອັດສະຈັນນີ້ວ່າ ຊາຍໄວກາງຄົນຊາວອອສເຕເລຍ ອາຍຸ 44 ປີ ກຳລັງຫາປາຢູ່ເຂດທ່ອງທ່ຽວ ແລະ ຕັ້ງແຄ້ມ ໃກ້ກັບເມືອງ ຄຸກທາວ ລັດຄວີນແລນ ປະເທດອອສເຕຣເລຍ ແຕ່ກໍເກີດເຫດການບໍ່ຄາດຝັນຂຶ້ນ ເມື່ອມີແຂ້ໂຕໃຫຍ່ກວ່າ 4 ແມັດເຂົາໂຈມຕີ ໜ່ວຍພະຍາບານສຸກເສີນໄດ້ລາຍງານວ່າ ຊາຍໄວກາງຄົນມີບາດແຜການຈາກຖືກກັດ 3 ບ່ອນ ແລະ ຖືກແຂ້ລາກລົງໄປໃນນ້ຳ ຈາກນັ້ນມີການຕໍ່ສູ້ ຊາຍໄວກາງຄົນໄດ້ໃຊ້ນິ້ວແທງເຂົ້າໄປໃນຕາຂອງແຂ້ ຈົນໜີ ແລະ ລອຍນ້ຳຂຶ້ນຝັ່ງໄດ້ສຳເລັດ.

ຕາມລາຍງານຍັງລະບຸອີກວ່າ “ລາວເປັນຄົນທີ່ໂຊກດີຫຼາຍ ໜ້ອຍຄົນທີ່ຈະໂຊກດີມີຊີວິດມາເລົ່າເລື່ອງແບບນີ້” ໂດຍຊາຍຄົນນີ້ໄດ້ຮັບບາດເຈັບທີ່ຫົວ, ໜ້າທ້ອງ ແລະ ຂາ ລາວໄດ້ຖືກນຳສົ່ງໄປໂຮງໝໍ ແລະ ຕອນນີ້ອາການຊົງຕົວ ແລະ ມີກຳລັງໃຈທີ່ດີ.

ໂຄສົກຂອງກະຊວງວິທະຍາ ແລະ ສິ່ງແວດລ້ອມຂອງຄວີີນແລນ ໄດ້ຖະແຫຼງວ່າ ຈະມີການສືບສວນເຫດການທີ່ເກີດຂື້ນໂດຍທີມເຈົ້າໜ້າທີ່ຮັກສາພັນສັດປ່າ ເຊິ່ງຈະເປັນຜູ້ຢືນຢັນວ່າ ແຂ້ໂຕດັ່ງກ່າວຍັງຢູ່ສະຖານທີ່ນັ້ນຢູ່ບໍ່? ນອກຈາກນີ້ ຍັງຊີ້ແຈ້ງວ່າ ອາເຊີພອຍ ເປັນສະຖານທີ່ທ່ອງທ່ຽວທີ່ຮູ້ກັນດີວ່າມີແຂ້ຫຼາຍ ປະຊາຊົນທີ່ເຂົ້າມາທ່ອງທ່ຽວໃນແຖບນີ້ຈຶ່ງຄວນລະມັດລະວັງດ້ວຍຕົນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/