ການຄ້າ ເມືອງຫາດຊາຍຟອງ ລົງກວດກາຕະຫຼາດ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ


ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເອົາໃຈໃສ່ ລົງຊຸກຍູ້ການຊື້ຂາຍສິນຄ້າ ທີ່ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ, ໂດຍສະເພາະຢູ່ຕະຫຼາດດົງຄຳຊ້າງເມືອງຫາດຊາຍຟອງ ຫຼັງຈາກທີ່ທາງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ແລະ ທາງຫ້ອງການກໍໄດ້ປະຕິບັດຄຳຊີ້ນຳຂອງທ່ານເຈົ້າເມືອງ ເມືອງຫາດຊາຍຟອງ.

ກ່ຽວກັບການຄຸ້ມຄອງການຄ້າປະເພດເຄື່ອງອຸປະໂພກ-ບໍລິໂພກ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ຕາມທ້ອງຕະຫຼາດ ເພື່ອບໍ່ໃຫ້ຊາວຄ້າຂາຍ ສ່ວຍໂອກາດຂຶ້ນລາຄາສິນຄ້າໂດຍບໍ່ມີເຫດຜົນ ຖ້າພົບເຫັນຜູ້ລະເມີດ ແມ່ນໃຫ້ປະຕິບັດມາດຕະການ ມາສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມຄວາມເໝາະສົມ.

ເຖິງຢ່າງໃດກໍຕາມ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່, ໂດຍລວມແລ້ວ ສະພາບການຊື້ຂາຍສິນຄ້າ ຢູ່ໃນເມືອງຫາດຊາຍຟອງ ແມ່ນຢູ່ໃນສະເພາບປົກກະຕິ. ໃນໄລຍະຜ່ານມາ ທາງຫ້ອງການອຸດຫາສະກຳແມ່ນໄດ້ຊຸກຍູ້ ຫົວໜ່ວຍທຸລະກິດຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆຕາມໃຈຕົວເອງ.

ຂອບໃຈຂໍ້ມູນຈກ:

https://fb.watch/4TvaXuCXXK/

ໃນໄລຍະປີໃໝ່

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/