ການຄົ້ນຄິດຂອງພໍ່ເຫີ່ລູກ ເຮັດໃຫ້ເກີດກ້ອງຖ່າຍຮູບໃນໂທລະສັບ


ຄົງບໍ່ມີໃຜຄິດວ່າຮູບພາບຮູບທຳອິດຈາກໂທລະສັບຈະເປັນຮູບລູກສາວຕົວນ້ອຍທີ່ຖືກຄິດຄົ້ນໂດຍພໍ່ຂອງລາວເອງ ທີ່ມີຄວາມ​ປາຖະໜາຢາກຖ່າຍຮູບລູກສາວໃນມື້ທຳອິດທີ່ເກີດ ຈົນເປັນການກຳເນີດນະວັດຕະກຳໃໝ່ຂອງໂທລະສັບ.

ເມື່ອວັນທີ 11 ມິຖຸນາ 1997 ດ້ວຍຄວາມຕື່ນເຕັ້ນຂອງ Phillippe ນັກຂຽນໂປຣແກຣມ ແລະ ຜູ້ປະກອບການທີ່ເຮັດທຸລະກິດກ່ຽວກັບຊອຟແວ ທີ່ກຳລັງຈະກາຍເປັນພໍ່ຄົນໃນອີກບໍ່ດົນ. ຂະນະທີ່ Phillippe ແລະ ພັນລະຍາຂອງລາວຢູ່ໃນຫ້ອງລໍຖ້າຄອດທີ່ຄີນິກ Sutter Maternity & Sugery Center ຄີນິກປະຈຳເມືອງລັດແຄລິຟໍເນຍສະຫະລັດອາເມຣິກາ. ດ້ວຍຄວາມເຫີ່ລູກ Phillippe ຈຶ່ງເກີດຄວາມຄິດທີ່ຢາກຈະຖ່າຍພາບລູກສາວທັນທີທີ່ເກີດ ແລ້ວສົ່ງພາບນັ້ນໄປເຖິງພີ່ນ້ອງ, ໝູ່ເພື່ອນ, ຄົນໃກ້ຊິດເພື່ອຮ່ວມເປັນສ່ວນໜຶ່ງໃນເວລາທີ່ສຳຄັນທີ່ສຸດໃນຊີວິດຂອງລາວ.

ໃນຂະນະນັ້ນ Phillippe ມີພຽງໂທລະສັບມືຖືແບບຝາພັບ, ກ້ອງດິຈິຕອນ ແລະ ຄອມພິວເຕີໂນດບຸກເທົ່ານັ່ນ ລາວຈຶ່ງພະຍາຍາມເຊື່ອມຕໍ່ທຸກຢ່າງດ້ວຍສາຍເຄເບິ້ນເທົ່າທີ່ຫາໄດ້ ໂດຍມີຫຼັກການເຮັດວຽກຄືໃຊ້ກ້ອງດິຈິຕອນຖ່າຍພາບລູກສາວ ແລ້ວດຶງພາບຈາກກ້ອງດິຈິຕອນໄປໄວ້ໃນໂນດບຸກ ຈາກນັ້ນເປີດສັນຍານໃນໂທລະສັບເພື່ອສົ່ງພາບຈາກໂນດບຸກໄປຍັງເຊີຟເວີທີ່ເຮັດວຽກ ແລ້ວໃຊ້ໂປຣແກຣມທີ່ລາວຂຽນຂຶ້ນມາເພື່ອສົ່ງຕໍ່ໃຫ້ບັນຊີໃນລາຍຊື່ຕິດຕໍ່.

ເວລາ 14:21 ກໍໄດ້ຖືກຳເນີດຮູບຖ່າຍຈາກໂທລະສັບມືຖືພາບທຳອິດຂອງໂລກ ເຊິ່ງກໍຄື ‘sophie’ ລູກສາວຄົນທຳອິດຂອງ Phillippe ກໍຖືກສົ່ງໄປຍັງໝູ່ເພື່ອນ, ຍາດພີ່ນ້ອງ, ຄົນຮູ້ຈັກກວ່າ 2000 ຄົນ ແລະ ທຸກຄົນກໍຕອບກັບຮ່ວມສະແດງຄວາມຍິນດີຕ້ອນຮັບສະມາຊິກໃໝ່.

ໃນວັນທີ 7 ກັນຍາ 2000 ທີ່ນິທັດສະການ DEMO mobile ງານນຳສະເໜີເຕັກໂນໂລຊີການສື່ສານກ່ຽວກັບໂທລະສັບບໍ່ມີສາຍ Phillippe ໄດ້ອະທິບາຍຂະບວນການເຮັດວຽກ, ຂັ້ນຕອນການຮັບ-ສົ່ງພາບ ໂດຍການທົດລອງຖ່າຍພາບ ‘Chris Shipley’ ຫົວໜ້າທີມຈັດງານ ເຮັດໃຫ້ທຸກຄົນພາຍໃນງານຕ່າງກໍໃຫ້ຄວາມສົນໃຈ ໂດຍສະເພາະບໍລິສັດ Sharp ທີ່ນຳວິທີຄິດຂອງ Phillippe ໄປຕໍ່ຍອດຈົນເປັນໂທລະສັບມືຖືຂອງຄ້າຍ J-phone (ປັດຈຸບັນປ່ຽນຊື່ເປັນ Softbank) ເຊິ່ງໄດ້ຮັບຄວາມນິຍົມໄປທົ່ວໂລກ.

ປີ 2016 ວາລະສານ Time ຍົກໃຫ້ພາບຖ່າຍ ‘Sophie’ ລູກສາວຂອງ Phillippe ທີ່ມີຊື່ວ່າ ‘First cell-phone picture’ ເປັນ 1 ໃນ 100 ພາບຖ່າຍທີ່ຊົງອິດທິພົນຕະຫຼອດການ.

ແລະນີ້ກໍຄືເລື່ອງລາວໃນໄລຍະເວລາທີ່ມີຄວາມໝາຍທີ່ສຸດຂອງ Phillippe ທີ່ເກີດຂຶ້ນໃນຂະນະເວລາໄລ່ເລ່ຍກັນຄືລູກສາວຄົນທຳອິດ ແລະ ຮູບຖ່າຍຈາກໂທລະສັບມືຖືພາບທຳອິດຂອງໂລກ.

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/LwOsi4YF

https://cutt.ly/TwOsogKM

https://cutt.ly/1wOsoUzg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/