ການກັ້ນຈາມເປັນອັນຕະລາຍແທ້ຫຼືບໍ່?


ລອງຈິນຕະນາການວ່າເຮົາກຳລັງຢູ່ໃນຫ້ອງທີ່ງຽບສະຫງົບແບບຫ້ອງຮຽນ ຫຼື ຫ້ອງປະຊຸມ ທັນໃດນັ້ນພາຍໃນດັງເຮົາກໍຮູ້ສຶກມີຫຍັງກຳລັງດັນອອກມາ ມັນຄືການຈາມນັ້ນເອງ, ແຕ່ວ່າ ໃນສະຖານະການແບບນີ້ ເຮົາຄວນຈະຈາມມັນອອກມາຫຼືບໍ່?

ຄຳຕອບກໍຄື ຕ້ອງຈາມອອກມາ. ບໍ່ວ່າຈະຢູ່ໃນສະຖານະການໃດ ການທີ່ຕ້ອງຈາມອອກມາຈະດີກວ່າການອົດກັ້ນເອົາໄວ້ ເພາະການອົດຈາມນັ້ນສາມາດເປັນອັນຕະລາຍຈາກລະດັບນ້ອຍເຖິງລະດັບໃຫຍ່ຢ່າງບັນຫາທາງຫູຊັ້ນກາງ ແລະ ຊັ້ນໃນເສຍຫາຍ, ຫູອັກເສບ, ແກ້ວຫູຂາດ ແລະ ອື່ນໆ.

ເປັນຫຍັງເຮົາຈຶ່ງຕ້ອງຈາມ?
ຍ້ອນວ່າຮ່າງກາຍຂອງເຮົາກວດພົບສິ່ງແປກປອມໃນຊ່ອງທາງຮູດັງ ແລະ ຮູ້ຕົວວ່າມັນບໍ່ຄວນຢູ່ໃນນັ້ນ. ອາດຈະເປັນຕັ້ງແຕ່ແບັກທີເຣຍ, ຂີ້ຝຸ່ນ, ເກສອນດອກໄມ້ ແລະ ຄວັນ. ລະບົບປ້ອງກັນໃນຮ່າງກາຍຈະປະຕິບັດການກຳຈັດສິ່ງແປກປອມນັ້ນຢ່າງອັດຕະໂນມັດ. ດ້ວຍເຫດນັ້ນ, ເຮົາຈຶ່ງຮູ້ສຶກຄັນ ຫຼື ອຶດອັດ ກ່ອນຈະຈາມອອກມາ. ພ້ອມກັນນັ້ນ, ການຈາມອອກມາກໍຄືການຂັບໄລ່ໄວຣັສອອກເພື່ອປ້ອງກັນບໍ່ໃຫ້ເຮົາປ່ວຍ ຫຼື ບາດເຈັບ ແລະ ຊ່ວຍ “ຕັ້ງຄ່າໃໝ່” ໃນດັງໃຫ້ກັບມາເປັນປົກກະຕິ.

ໃນປີ 2018 ໄດ້ມີຊາຍຜູ້ໜຶ່ງອາຍຸ 34 ປີ ໄດ້ກັ້ນຈາມຈົນສົ່ງຜົນໃຫ້ຊ່ອງຄໍແຕກ. ຫຼັງຈາກໄດ້ກັ້ນຈາມແລ້ວ ລາວກໍຮູ້ສຶກວ່າມີຫຍັງແຕກໃນຮູຄໍຂອງຕົນ ຕາມມາພ້ອມກັບຄວາມເຈັບປວດຕໍ່ການກືນຫຍັງລົງໄປ ຫຼື ເວົ້າອອກມາ. ເວລາທີ່ເຮົາຈາມອອກມາກໍຄືການໃຊ້ແຮງດັນຈາກອາກາດທີ່ສົ່ງສິ່ງແປກປອມອອກໄປ ເປັນຮູບຮ່າງຄືກັບນ້ຳມູກ ແລະ ລະອອງນ້ຳ ດ້ວຍຄວາມໄວທີ່ສູງເຖິງ 160 ກິໂລແມັດຕໍ່ຊົ່ວໂມງ. ເມື່ອຖືກອັດທາງອອກໄວ້, ແຮງດັນດັ່ງກ່າວຈຶ່ງບໍ່ມີບ່ອນອອກຈຶ່ງໄດ້ສົ່ງກັບໄປສົ່ງຜົນກະທົບໃຫ້ເຍື່ອຫຸ້ມຈີກຂາດ ໃຫ້ລອງໃຫ້ຈິນຕະນາການພາບແຮງດັນອາກາດທີ່ມີຄວາມສູງຂະໜາດນັ້ນແລ່ນກັບເຂົ້າມາໃນຮ່າງກາຍຄົນເຮົາ, ບໍ່ດີປານໃດແມ່ນບໍ່? ດັ່ງນັ້ນ ປ່ອຍອອກໄປຈຶ່ງເປັນການດີທີ່ສຸດ.

ການຈາມອອກມານັ້ນເປັນສິ່ງທີ່ດີ, ແຕ່ຕ້ອງຈາມແນວໃດຈຶ່ງຖືກຫຼັກອະນາໄມ ແລະ ບໍ່ສົ່ງຕໍ່ມັນໃຫ້ຜູ້ອື່ນ?
ເມື່ອຄົນເຮົາຈາມ ຫຼື ຂັບໄລ່ເຊື້ອໄວຣັສອອກມາໂດຍບໍ່ມີສິ່ງໃດມາຮອງຮັບມັນ ກໍເທົ່າກັບວ່າປ່ອຍໃຫ້ແບັກທີເຣຍນັ້ນລ່ອງລອຍຢູ່ຕາມອາກາດ. ນອກຈາກນີ້ການໄອກໍເປັນລະບົບການກຳຈັດສິ່ງແປກປອມອອກຈາກຮ່າງກາຍເຊັ່ນດຽວກັນ. ໂດຍສະເພາະໃນສະຖານທີ່ປິດແລ້ວ, ອັດຕາຄວາມເປັນໄປໄດ້ທີ່ຄົນອື່ນຈະໄດ້ຮັບມັນຕໍ່ຈາກເຮົານັ້ນສູງຫຼາຍ. ແຕ່ເຮົາສາມາດຢຸດການສົ່ງຕໍ່ນີ້ໄດ້ໂດຍການ: ປິດປາກ ແລະ ດັງດ້ວຍເຈ້ຍເມື່ອຈາມ ຫຼື ໄອ, ຈາມ ຫຼື ໄອໃສ່ເສື້ອຜ້າ, ສອກ ແລະ ມືຖ້າໃນກໍລະນີຈຳເປັນ. ເນື່ອງຈາກເຮົາອາດຈະໄດ້ສຳຜັດກັບສິ່ງອື່ນຫຼັງຈາກການຈາມໂດຍບໍ່ທັນໄດ້ສັງເກດ. ດັ່ງນັ້ນ ເຮົາຈຶ່ງຕ້ອງລ້າງມືໃຫ້ສະອາດທັນທີ ຫຼັງຈາກທີ່ຈາມຫຼືໄອແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/