ກະແສແຮງເກີນຕ້ານ! Squid Game ສ້າງສະຖິຕິໃໝ່ ໂດຍມີຍອດວິວ 1.7 ໝື່ນລ້ານຄັ້ງສຳລັບຄອນເທັ້ນຕ່າງໆເທິງ YouTube ແຊງໜ້າ Game of Thrones


Squid Game ເວົ້າໄດ້ວ່າເປັນຊີຣີ້ທີ່ກະແສມາແຮງທີ່ສຸດໃນປີນີ້ເລີຍກໍວ່າໄດ້ ເພາະບໍ່ວ່າເຮົາຈະເປີດແອັບ ຫຼື ແພລັດຟອມໃດ ຢ່າງໜ້ອຍຕ້ອງເຄີຍເຫັນຊີຣີ້ເລື່ອງນີ້ຜ່ານຫູຜ່າຕາມາຢ່າງແນ່ນອນ ຈາກກະແສສຸດຮ້ອນແຮງເຮັດໃຫ້ Squid Game ປະສົບຜົນສຳເລັດຢ່າງຫຼວງຫຼາຍ. ຫຼ້າສຸດ ສຳນັກຂ່າວ Variety ໄດ້ລາຍງານວ່າ ຄອນເທັ້ນວິດີໂອໃນ YouTube ທັງໝົດທີ່ກ່ຽວຂ້ອງກັບ ຊີຣີ້ Squid Game ແມ່ນມີຍອດຜູ້ເຂົ້າຊົມລວມກັນກວ່າ 1.7 ໝື່ນລ້ານວິວ ໂດຍອ້າງອີງຈາກ Vobile ເຊິ່ງເປັນບໍລິສັດຈັດເກັບ ແລະ ວິເຄາະເນື້ອຫາຊື່ດັງ.

ສຳລັບ Vobile ພວກເຂົາໄດ້ຮວບຮວມຂໍ້ມູນຈາກຄອນເທັ້ນວິດີໂອປະເພດຕ່າງໆ ທີ່ຖືກອັບໂຫຼດຂຶ້ນ YouTube ເຊິ່ງໄລ່ຕັ້ງແຕ່ Trailer ຊີຣີ້, ຄລິບທີ່ຖືກຕັດມາຈາກຊີຣີ້ໄປຈົນເຖິງ ຄລິບການແຂ່ງຂັນໃນໂລກແຫ່ງຄວາມເປັນຈິງ ຫຼື ວິດີໂອເກມທີ່ໄດ້ຮັບແຮງບັນດານໃຈຈາກຊີຣີ້ ຈໍານວນ 129,000 ວິດີໂອ ມີຍອດ Engagement (ມີສ່ວນຮ່ວມ) ທັງ Like , Dislike ແລະ Comment ກວ່າ 533 ລ້ານ.

ໂດຍຕົວເລກພວກນີ້ຖືເປັນອີກໜຶ່ງສ່ວນທີ່ຊ່ວຍເນັ້ນກະແສຄວາມດັງຂອງ Squid Game ໄດ້ເປັນຢ່າງດີ ເພາະວ່າ ຄອນເທັ້ນວິດີໂອຕ່າງໆ ຂອງໜຶ່ງໃນຊີຣີ້ທີ່ປະສົບຄວາມສຳເລັດສູງຄື  Game of Thrones ເຊິ່ງຖືກອັບໂຫຼດຂຶ້ນ YouTube ໂດຍມີຈໍານວນ 420,000 ວິດີໂອ ຍັງມີຍອດຜູ້ຮັບຊົມລວມກັນຢູ່ທີ່ 1.69 ໝື່ນລ້ານວິວ ພ້ອມຍອດ Engagement ຢູ່ທີ່ 233 ລ້ານ.

“ຕະຫຼອດ 10 ປີທີ່ໄດ້ຈັດເກັບ ແລະ ວິເຄາະຂໍ້ມູນເທິງ YouTube ພວກເຮົາບໍ່ເຄີຍເຫັນຫຍັງແບບນີ້ເລຍ” Jared Naylor ຮອງປະທານຜູ້ພັດທະນາຜູ້ຮັບຊົມຂອງ Vobile ກ່າວ.

ມາຮອດຕອນນີ້ຄືຈະປະຕິເສດບໍ່ໄດ້ແລ້ວວ່າ Squid Game ຄືໜຶ່ງໃນ ຊີຣີ້ທີ່ມິຊື່ສຽງ ແລະ ມີອິດທິພົນທີ່ສຸດໃນຍຸກສະໄໝນີ້.  ສຳລັບແຟນຄລັບຊີຣີ້ເລື່ອງນີ້ ທີ່ກຳລັງລໍຖ້າວ່າຈະມີຊີຊັ່ນໃໝ່ຫຼືບໍ່ ແມ່ນສາມາດດີໃຈໄດ້ເລີຍ  ເພາະວ່າຫຼ້າສຸດທາງຜູ້ກໍາກັບ Hwang Dong Hyuk  ໄດ້ໃຫ້ສໍາພາດກັບສໍານັກຂ່າວ Associated Press ແລະ ຢັ້ງຢືນແລ້ວວ່າ Squid Game ຈະມີຊີຊັ່ນ 2 ແນ່ນອນ!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/