ໃນແຕ່ລະປີ, ນ້ຳເຢັນປະລິມານ 250 ພັນຕື້ໂຕນຈົມລົງສູ່ກົ້ນຂອງມະຫາສະໝຸດ Antarctic, ກໍ່ໃຫ້ເກີດການໄຫຼວຽນເເທນທີ່ຂອງມວນນ້ຳຢູ່ລຸ່ມທີ່ອຸ່ນກວ່າຂຶ້ນມາສູ່ດ້ານເທິງເເທນ, ເຊິ່ງໄດ້ນໍາເອົາສານອາຫານທີ່ລ້ຽງສັດຫຼາຍຊີວິດຂຶ້ນມານໍາ.
ແຕ່ພາວະໂລກຮ້ອນກຳລັງເປັນໄພຄຸກຄາມຕໍ່ລະບົບໄຫຼວຽນຂອງທຳມະຊາດນີ້. ໂດຍຜົນການສຶກສາຫຼ້າສຸດຊີ້ໃຫ້ເຫັນວ່າ ລະບົບການໄຫຼວຽນນ້ຳຂອງ Antarctic ກຳລັງເຄື່ອນຕົວຊ້າລົງເລື້ອຍໆ ຄາດວ່າຈະເຫຼືອປະມານ 40% ຈາກຄວາມໄວເດີມໃນອີກ 30 ປີຂ້າງໜ້າ ແລະ ລະບົບອາດຈະຢຸດການເຮັດວຽກເຮັດໃຫ້ພັງທະລາຍລົງໃນໄວໆນີ້.

ອຸນຫະພູມໂລກພວມເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ແຜ່ນນ້ຳກ້ອນ Antarctic ກາຍເປັນນ້ຳຈືດໃນປະລິມານທີ່ເພີ່ມຂຶ້ນຢ່າງໄວວາ ສົ່ງຜົນໃຫ້ນ້ຳເຄັມທີ່ເຢັນບໍ່ຈົມລົງຢ່າງທີ່ເຄີຍ. ຄຽງຄູ່ກັບການປ່ຽນແປງຂອງກະແສລົມ ແລະອຸນຫະພູມໃນຄວາມເລິກຂອງມະຫາສະໝຸດທີ່ເລີ່ມຮ້ອນຜິດປົກກະຕິ ເຮັດໃຫ້ລະບົບການໄຫຼວຽນຂອງນໍ້າຈາກກົ້ນມະຫາສະໝຸດໄປຫາດ້ານເທິງຊ້າລົງ
ສາສະດາຈານ Matthew England ຈາກມະຫາວິທະຍາໄລ New South Wales ໃນອອສເຕຣເລຍກ່າວວ່າ: ຜົນໄດ້ຮັບແມ່ນຄິດໄລ່ດ້ວຍຕົວແບບຄອມພິວເຕີໂດຍໃຊ້ຂໍ້ມູນຫຼ້າສຸດ. ຊີ້ໃຫ້ເຫັນວ່າ ຖ້າອັດຕາການປ່ອຍອາຍຄາບອນອອກສູ່ຊັ້ນບັນຍາກາດໂລກຍັງຄົງເປັນຄືເກົ່າໃນທຸກວັນນີ້ ເຮົາຈະບໍ່ສາມາດຫຼີກເວັ້ນໄພພິບັດອັນໃຫຍ່ຫຼວງ.
ນີ້ແມ່ນຍ້ອນວ່າລະບົບການໄຫຼວຽນຂອງນໍ້າ Antarctic ຊ່ວຍຫຼາຍຊີວິດໃນມະຫາສະໝຸດ. ໂດຍການນຳເອົາສານອາຫານ ແລະ ອັອກຊີເຈນໃຫ້ກະຈາຍໄປຢ່າງທົ່ວເຖິງ, ມັນຍັງມີບົດບາດສໍາຄັນໃນການຂັບເຄື່ອນກະແສນ້ຳໃນມະຫາສະໝຸດອື່ນໆອີກຫຼາຍເເຫ່ງໃນທົ່ວໂລກ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/