Casanova ຜູ້ຊາຍເຈົ້າຊູ້ ມີທີ່ມາຈາກໃຜ?


Casanova ຫຼື ຜູ້ຊາຍເຈົ້າຊູ້ ຕົ້ນກຳເນີດຂອງຜູ້ຊາຍເຈົ້າຊູ້ ຫຼາຍຄົນຄົງສົງໄສວ່າມີທີ່ມາຄືແນວໃດ ແລະ ໃຜເປັນຄົນໄດ້ຮັບສາຍານີ້ໃນອະດີດ. ມື້ນີ້ເຮົາຈະມາຮູ້ຈັກໄປພ້ອມໆກັນ ວ່າຄວາມເຈົ້າຊູ້ແມ່ນໃຜເປັນຄົນເລີ່ມຕົ້ນ.

ໃນປີ ຄ.ສ 1725 ມີເດັກນ້ອຍຜູ້ຊາຍຄົນໜຶ່ງທີ່ໄດ້ເກີດມາໃນໂລກໃບນີ້ ໃນສາທາລະນະລັດເວນິສ ເດັກນ້ອຍຄົນນີ້ໃຫຍ່ມາຈະເຕີບໂຕເປັນ “Casanova” ຜູ້ເປັນທີ່ຮູ້ຈັກຈາກຄວາມຫຼົງໃຫຼໃນ “ຣາຄະ” (ຜູ້ຍິງງາມທີ່ລາວຮັກ) ຕະຫຼອດຊີວິດຂອງລາວ.

ໃນສະຕະວັດທີ 18 ສະພາບບ້ານເມືອງ ຫຼື ຜູ້ຄົນ ເຕັມໄປດ້ວຍຄວາມງົດງາມ ຄວາມຮັ່ງມີ ແລະ ຄວາມເລິກລັບ. ເມືອງແຫ່ງນີ້ໄດ້ສ້າງວິທີການເບິ່ງໂລກ ແລະ ທັດສະນະຄະຕິຂອງຊາຍໜຸ່ມຜູ້ນີ້ ບັນດາງານສະເຫຼີມສະຫຼອງໂຮງຮູບເງົາ, ບ່ອນຫຼິ້ນການພະນັນ ເຮັດໃຫ້ລາວໄດ້ຮັບການໃຊ້ຊີວິດທີ່ເຕັມໄປດ້ວຍສິດເສລີ ປະກອບກັບຄວາມສຸກ.

ຈາກນັ້ນ ມີນັກສະແດງສອງຄົນໃນ “San Samuele” ຂອງເມືອງເວນິສ ເລື່ອງລາວຊີວິດທີ່ຂີດຂຽນດ້ວຍລາວເອງໃນຕອນໜຸ່ມໆ. “Casanova” ໄດ້ຂຽນບັນທຶກເປັນປຶ້ມຫົວໃຫຍ່ ທີ່ເລົ່າເລື່ອງລາວໃນຊີວິດ 50 ປີທຳອິດຂອງຕົນເອງ ມີການລະນຶກເຖິງອະດີດຢ່າງລະອຽດ ແລະ ກົງໄປກົງມາ. ນັບຕັ້ງແຕ່ຍັງໜຸ່ມ ໄດ້ເປີດເຜີຍວ່າເມືອງແຫ່ງສາຍນ້ຳນີ້ ມອບປະສົບການຫຍັງໃຫ້ກັບລາວ.

ພໍ່ຂອງລາວໄດ້ຍ້າຍມາທີ່ເວນິສຈາກຕ່າງເມືອງ ແລະ ເລີ່ມເຮັດວຽກກັບຄະນະລະຄອນໃນສະຕະວັດທີ 1720 ກ່ອນຈະພົບຮັກກັບນັກສະແດງສາວ ສີມືດີອາຍຸໜ້ອຍກວ່າຕົນເອງ 11 ປີ ແລະ ແຕ່ງງານກັນເມື່ອປີ 1724.

   Casanova ມີຊື່ສຽງໂດ່ງດັງໃນເລື່ອງລາວເຂົ້າຊູ້ ເລື່ອງບໍ່ດີກ່ຽວກັບທາງເພດ ແລະ ບັນດາຊູ້ຮັກຂອງລາວ ເປັນການພົບປະກັບຜູ້ຍິງຫຼາຍຄົນແບບນັບບໍ່ຖ້ວນ ໂດຍຕົນເອງພາກພູມໃຈກັບເຫດການເລື່ອງລາວທີ່ເກີດຂຶ້ນ ເຖິງຈະເປັນເລື່ອງຊູ້ສາວກໍຕາມ. ໃນການພົບປະຜູ້ຍິງ ແມ່ນຈະຜິດສິນທຳ ແລະ ບາງຄັ້ງ ກໍເປັນເລື່ອງທີ່ບໍ່ດີທີ່ສຸດເປັນອາຊະຍາກຳ.

ຄວາມເຈົ້າຊູ້ຂອງ Casanova ແມ່ຊີລາວກໍບໍ່ມີຂໍ້ຍົກເວັ້ນ ມີເລື່ອງຊູ້ສາວກັບແມ່ຊີ ແຕ່ແມ່ຊີຄົນດັ່ງກ່າວກໍບໍ່ໄດ້ເປັນຊູ້ກັບ Casanova ພຽງແຕ່ຄົນດຽວ ລາວຍັງເປັນຊູ້ກັບໃຜຕໍ່ໃຜຫຼາຍໆຄົນ. Casanova ມັກໄປສະຖານທີ່ໂຮງຮູບເງົາເປັນປະຈໍາ ເພື່ອສະແຫວງຫາຄວາມສຸກ ພົບປະສັງຄົມທີ່ມີຊົນຊັ້ນ. ບາງຄັ້ງລາວກໍຢາກຫ່າງຈາກຜູ້ຍິງ ແຕ່ກໍມີຄວາມອິດສາສາມີຂອງພວກເຂົາ, ມີຄວາມສົນໃຈຜູ້ຍິງທີ່ຍັງເປັນສາວ ແລະ ມັກຜູ້ຍິງສາມັນ ເປັນພິເສດ. ນອກຈາກນີ້ ຍັງເປັນຄົນທີ່ມັກການພະນັນ ຈົນຕິດເປັນນິດໄສ ບາງຄັ້ງຊັບສິນຫາຍໄປໃນບາດດຽວຈົນເກີດມີໜີ້ຂຶ້ນເລື້ອຍໆ ແລະ ເລີ່ມຢືມເງິນ ເພື່ອມາໃຫ້ແກ່ສາວໆ.

ຊີວິດຂອງລາວເລີ່ມຕົກຕ່ຳຂຶ້ນນັບມື້ ລາວໄດ້ເຮັດສິ່ງທີ່ຜິດກົດໝາຍ. ຈາກນັ້ນ ລາວໄດ້ຖືກຂັງບໍ້ມີໂອກາດໄດ້ຖືກປ່ອຍຕົວ ລາວຈຶ່ງໄດ້ເຈະຮູເທິງເພດານເພື່ອອອກຈາກຫ້ອງຂັງ ແລະ ຍ່າງຜ່ານສາຍຕາທີ່ບໍ່ຮູ້ເລື່ອງລາວຂອງຜູ້ຄຸມ. ຫຼັງຈາກຫຼົບໜີ ຄາສໂນວາ ຈຶ່ງໄດ້ອາໄສຢູ່ນອກເມືອງເປັນເວລາ 18 ປີ ແລະ ເດີນທາງຫາຕົວະຜູ້ຄົນໄປທົ່ວຢູໂຣບ. ພໍມາຮອດອາຍຸ 20 ປີ ລາວກໍຕ້ອງໄດ້ລີ້ໄພອີກ ແລະ ໃຊ້ເວລາຂຽນບັນທຶກເລື່ອງລາວຂອງຕົນແບບກົງໄປກົງໄປກົງມາ ແລະ ບໍ່ວ່າຕົນເອງຈະພົບສິ່ງດີ ຫຼື ຮ້າຍ. ຈາກນັ້ນ ໃນປີ 1798 ອາຍຸໄດ້ 73 ປີ ລາວກໍໄດ້ເສຍຊີວິດ.

ຂອບໃຈຂໍ້ມູນຈາກ: https://bit.ly/3SzHXAP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/