ໃນໄລຍະປີ 1960-1970 ເປັນໄລຍະທີ່ວົງການການແພດໄດ້ຄິດຄົ້ນຢາຄຸມກຳເນີດຂຶ້ນມາ ເພື່ອປ້ອງກັນ “ການຖືພາທີ່ຍັງບໍ່ພ້ອມ” ເຊິ່ງຜູ້ຍິງກໍຈະເສຍຫາຍຫຼາຍກວ່າຜູ້ຊາຍ ເພາະວ່າຜູ້ຍິງຕ້ອງຖືພາ ແລະ ລ້ຽງລູກອີກ. ເມື່ອມີຢາຄຸມກຳເນີດ ກໍຍັງແມ່ນຜູ້ຍິງທີ່ຕ້ອງເປັນຄົນຮັບຜິດຊອບ ທັງຄ່າໃຊ້ຈ່າຍໃນການຊື້ຢາ, ຜົນຂ້າງຄຽງ ແລະ ຄວາມຮັບຜິດຊອບໃນການກິນຢາໃຫ້ຖືກເວລາ.

ໃນປັດຈຸບັນມີຄວາມກ້າວໜ້າທາງການແພດຂຶ້ນເລື້ອຍໆ ຈົນໃນທີ່ສຸດ “ຢາຄຸມກຳເນີດສຳລັບເພດຊາຍ” ກໍໄດ້ຖືກຄິດຄົ້ນຂຶ້ນມາສຳເລັດ ເພື່ອລົດຊ່ອງຫວ່າງລະຫວ່າງເພດ ບໍ່ເປັນການໂຍນພາລະຕ່າງໆມາໃຫ້ຜູ້ຍິງຫຼາຍ ແລະ ໃຫ້ເລື່ອງເພດມີຄວາມປອດໄພຍິ່ງຂຶ້ນ.
ຢາຄຸມກຳເນີດເພດຊາຍດັ່ງກ່າວມີຊື່ວ່າ DMAU ຫຼື Dimethandrolone undecanoate ເຊິ່ງຜ່ານການທົດສອບແລ້ວວ່າປອດໄພ ບໍ່ສົ່ງຜົນອັນຕະລາຍໃດໆຕໍ່ຮ່າງກາຍ ແລະ ມີປະສິດທິພາບເທົ່າກັບຢາຄຸມກຳເນີດສຳລັບເພດຍິງ.

ເມື່ອກິນຢານີ້ເຂົ້າໄປແລ້ວ ມັນຈະມີຄຸນສົມບັດຊ່ວຍຢຸດຮໍໂມນ “ໂທສເທສເຕີໂຣນ” (Testosterone Hormone) ເຊິ່ງເຮັດໜ້າທີ່ເປັນຮໍໂມນທີ່ສ້າງຕົວອະສຸຈິ ຫຼື ສະເປີມໄດ້, ແຕ່ເມື່ອຢາ DMAU ໝົດລິດແລ້ວ ຮ່າງກາຍກໍສາມາດກັບມາຜະລິດຮໍໂມນໂທສເທສເຕີໂຣນໄດ້ປົກກະຕິ.
ຈາກການທົດລອງກັບອາສາສະໝັກຜູ້ຊາຍທັງໝົດ 83 ຄົນ ນັ້ນ ບໍ່ພົບກັບອັນຕະລາຍໃດໆຕໍ່ຮ່າງກາຍ ແລະ ຕັບ ເຊິ່ງການທົດລອງການນຳໃຊ້ DMAU ທັງໝົດ 3 ຂະໜາດ ທີ່ແຕກຕ່າງກັນ ຮັບປະທານທຸກມື້ ມື້ລະ 1 ເມັດ ຕະຫຼອດໄລຍະເວລາ 28 ມື້, ລວມແລ້ວມີອາສາສະໝັກຊາຍຈຳນວນ 8 ຄົນຈາກ 83 ຄົນເທົ່ານັ້ນທີ່ພົບວ່ານ້ຳໜັກເພີ່ມຂຶ້ນພຽງເລັກນ້ອຍ ແລະ ມີການລົດລົງຂອງຄໍເລສເຕີຣໍທີ່ດີອີກດ້ວຍ.

ແຕ່ເຖິງວ່າວິທະຍາສາດການແພດຈະກ້າວໜ້າຈົນມີຢາຄຸມສຳລັບເພດຊາຍແລ້ວ ຢ່າລືມວ່າມັນບໍ່ສາມາດປ້ອງກັນໂຣກຕິດຕໍ່ທາງເພດສຳພັນຢູ່ດີ ມັນປ້ອງກັນພຽງການຖືພາເທົ່ານັ້ນ. ຖ້າຫາກເປັນຄົນຮັກ ຫຼື ຄົນຮູ້ຈັກອາດຈະໃຊ້ວິທີຄຸມກຳເນີດແບບໃຊ້ຢາຄຸມໄດ້ ແຕ່ຖ້າເປັນຄົນທີ່ບໍ່ຮູ້ຈັກດີ ແນະນຳວ່າໃຊ້ຖົງຢາງອະນາໄມໄປນຳແມ່ນດີທີ່ສຸດ.
ຂອບໃຈຂໍ້ມູນຈາກ: