ເຈົ້າຂອງຮາງວັນ ໂນເບວສາຂາສັນຕິພາບ ປີ 2022 ອາເລັສ ເບຍລຽດສກີ້ (Ales Bialiatski) ແລະ ນັກເຄື່ອນໄຫວດ້ານສິດທິມະນຸດຊາວເບລາຣຸສ 2 ຄົນ ຖືກສານເບລາຣຸສຕັດສິນລົງໂທດຈຳຄຸກ 10 ປີໃນວັນສຸກທີ 3 ກຸມພາ ທີ່ຜ່ານມານີ້ ໃນຂໍ້ຫາລະດົມທຶນ ແລະ ລັກລອບເອົາເງິນເຂົ້າປະເທດ ແລະ ລະດົມເງິນທຶນເຂົ້າໃຊ້ໃນການປະທ້ວງຕໍ່ຕ້ານ, ຂັບໄລ່ລັດຖະບານ ພາຍໃຕ້ການນຳຂອງ ປະທານາທິບໍດີ ອາເລັກຊານເດີ ລູຄາເຊັນໂກ (Alexander Lukashenko).
ນັກເຄື່ອນໄຫວອີກສອງຄົນທີ່ໄດ້ຖືກຕັດສິນຈຳຄຸກຄື ວາລຽນຊິນ ສະເຕຟາໂນວິສ (Valiantsin Stefanovich) ໂດຍສານຕັດສິນ ຈຳຄຸກ 9 ປີ, ແລະ ອູລັດຊິເມຍ ລັບໂຄວິສ (Uladzimir Labkovich), ຖືກຕັດສິນຈຳຄຄຸກ 7 ປີ.
![ເບລາຣຸສ](https://laox.la/wp-content/uploads/2023/03/image-34.png)
ພາຍຫຼັງມີການຕັດສິນດັ່ງກ່າວ ຜູ້ນໍາຝ່າຍຄ້ານຂອງເບລາຣຸສ ຊາວຽດລານາ ຊີຄາໂນສຄາຍາ (Sviatlana Tsikhanouskaya) ເຊິ່ງປັດຈຸບັນ ລີ້ໄພຢູ່ຕ່າງປະເທດ ໄດ້ອອກຄຳກ່າວປະນາມເປັນຄຳຕັດສິນທີ່ໜ້າຕົກໃຈທີ່ສຸດ ພ້ອມກັບລະບຸວ່າ: “ພວກເຮົາຕ້ອງເຮັດທຸກສິ່ງທີ່ພວກເຮົາສາມາດເຮັດໄດ້ເພື່ອຕໍ່ສູ້ກັບຄວາມບໍ່ຍຸຕິທໍາທີ່ໜ້າອັບອາຍນີ້ ແລະ ຟື້ນຟູເສລີພາບຂອງພວກເຂົາໃຫ້ກັບຄືນມາ”
![ເບລາຣຸສ](https://laox.la/wp-content/uploads/2023/03/image-35.png)
ໃນຂະນະທີ່ ແອນນາເລນາ ເບີບັອກ (Annalena Berbok), ລັດຖະມົນຕີການຕ່າງປະເທດເຢຍລະມັນ ກໍໄດ້ອອກມາປະນາມການກ່າວຫາ ແລະ ການຕັດສິນຂອງສານເບລາຣຸສເຊັ່ນກັນ. ໂດຍກ່າວວ່າມັນເປັນການຕັດສິນທີ່ຕະຫຼົກຫຼາຍ ທີ່ທັງ 3 ຄົນ ຖືກຕັດສິນຈຳຄຸກຍ້ອນພວກເຂົາຕໍ່ສູ້ຮຽກຮ້ອງສິດທິ ສັກສີ ແລະ ເສລີພາບໃຫ້ແກ່ຊາວ ເບລາຣຸສ ເທົ່ານັ້ນເອງ.
ໃນປີ 2022 ອາເລັສ ເບຍລຽດສກີ້ ໄດ້ຮັບຮາງວັນໂນເບວສາຂາສັນຕິພາບ ຮ່ວມກັບອົງການສິດທິມະນຸດຂອງຣັດເຊຍ Memorial, ແລະ ສູນກາງເພື່ອເສລີພາບພົນລະເມືອງ (CCL), ເຊິ່ງເປັນອົງການສິດທິມະນຸດຂອງຢູເຄຣນ ຫຼັງຈາກທີ່ພະຍາຍາມຮວບຮວມຂໍ້ມູນ ແລະ ຫຼັກຖານກ່ຽວກັບການລະເມີດສິດທິມະນຸດ ລວມທັງອາຊະຍາກຳສົງຄາມ.
![ເບລາຣຸສ](https://laox.la/wp-content/uploads/2023/03/image-36.png)
ໂດຍ ອາເລັສ ເບຍລຽດສກີ້ ເປັນໜຶ່ງໃນນັກເຄື່ອນໄຫວດ້ານ ສິດທິມະນຸດ ທີ່ມີຊື່ສຽງ ເຊິ່ງມີລາຍງານວ່າ ອາເລັສ ເບຍລຽດສກີ້ ໄດ້ເຮັດການເກັບກຳຂໍ້ມູນ ແລະ ຫຼັກຖານການລະເມີດສິດທິມະນຸດໃນ ເບລາຣຸສ ຕັ້ງແຕ່ຊຸມປີ 1980 ກ່ອນທີ່ຈະກໍ່ຕັ້ງອົງກອນ Viasna (ໜ່ວຍງານທີ່ຮຽກຮ້ອງສິດທິມະນຸດໃນເບລາຣຸສ) ຂຶ້ນໃນປີ 1996 ຫຼັງການເຮັດປະຊາມະຕິເພື່ອຄວບລວມອຳນາດບໍລິຫານງານຂອງປະທານາທິບໍດີ ອາເລັກເຊນເດີ ລາຄາເຊັນໂກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/