ທາງລົດໄຟລາວ-ຈີນ ມີຜູ້ໂດຍສານໃຊ້ບໍລິການເຖິງ 1.000 ລ້ານເທື່ອຄົນແລ້ວ

ທາງລົດໄຟລາວ-ຈີນ-ມີຜູ້ໂດຍສານ

ແຫຼ່ງຂ່າວຈາກສຳນັກງານບໍລິສັດທາງລົດໄຟຄຸນໝິງກຸ່ມບໍລິສັດຈີນຈຳກັດໄດ້ລາຍງານໃຫ້ຮູ້ວ່າ ມາຮອດ ວັນທີ 31 ມັງກອນ 2023, ທາງລົດໄຟລາວຈີນໄດ້ດຳເນີນການຂົນສົ່ງຜູ້ໂດຍສານທັງໝົດ 20.000 ຖ້ຽວ ແລະ ສົ່ງຜູ້ໂດຍສານບັນລຸເຖິງ 1.030 ລ້ານເທື່ອຄົນ.

ທາງລົດໄຟລາວ-ຈີນມີຄວາມຍາວທັງໝົດ 1.035 ກິໂລແມັດ, ເລີ່ມແຕ່ເມືອງຄຸນໝິງ ທາງທິດ   ເໜືອຂອງ ສປ ຈີນ, ຮອດຢູ່ນະຄອນຫຼວງວຽງຈັນ, ນັບຕັ້ງແຕ່ ວັນທີ 3 ທັນວາ 2021 ໄດ້ເປີດນຳໃຊ້ຂົນສົ່ງຜູ້ໂດຍສານເປັນຕົ້ນມາ, ພະແນກການທີ່ກ່ຽວຂ້ອງຂອງລາວໄດ້ວິເຄາະ ຮູບແບບການເດີນທາງດ້ວຍວິທະຍາສາດ ແລະ ກົດລະບຽບ, ຂົນສົ່ງສິນຄ້າ ແລະ ຜູ້ໂດຍສານໃຫ້ອຸດົມສົມບູນ, ປັບປຸງການບໍລິການສະຖານີທີ່ເໝາະສົມ, ເປີດຫ້ອງຂາຍປີ້ຢູ່ຈຸດບັນດາເມືອງສຳຄັນໃນລາວ ແລະ ຂະຫຍາຍເວລາຊື້ປີ້ລ່ວງໜ້າ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານໃຫ້ໄດ້ດີຂຶ້ນ.

ທາງລົດໄຟລາວ-ຈີນ-ມີຜູ້ໂດຍສານ

ຢູ່ໃນລາວ ໄດ້ແລ່ນລົດໄຟໂດຍສານສະເລ່ຍ 8 ຂະບວນຕໍ່ມື້, ພາຍໃນມື້ດຽວມີລົດໄຟແລ່ນສູງສຸດ 10 ຖ້ຽວ, ຂົນສົ່ງຜູ້ໂດຍສານໄດ້8.800ເທື່ອຄົນ, ຂົນສົ່ງຜູ້ໂດຍສານສະເລ່ຍໄດ້ທັງໝົດ 160 ລ້ານເທື່ອຄົນ.ເພື່ອການດໍາເນີນການຂົນສົ່ງຢູ່ໃນສະຖານີ, ຕັ້ງແຕ່ເປີດນຳໃຊ້ໃນໄລຍະຕົ້ນມີ 7 ບ່ອນ ແລະ ຮອດ ປັດຈຸບັນໄດ້ເພີ່ມຂື້ນເປັນ 10 ບ່ອນ, ບັນລຸຂະບວນລົດໄຟຄວາມໄວສູງ ແລະ ລົດໄຟຂະບວນ ຄວາມໄວທຳມະດາທຸກເສັ້ນທາງ.

ທາງດ້ານ ທ່ານ ອາຊານ ພາສາແປຢູ່ພະແນກຈັດການໂຄງການກໍ່ສ້າງ ກຸ່ມບໍລິສັດທາງລົດໄຟຈີນບໍ່ເຕັນ-ນະຄອນຫຼວງວຽງຈັນ ສັນຍາທີ FJSGⅡ ກ່າວວ່າ “ເມື່ອເຫັນສະພາບການປ່ຽນແປງບ້ານເກີດເມືອງນອນມີການພັດທະນາຫຼາຍຂຶ້ນ ແລະ ມີຄວາມພູມໃຈທີ່ໄດ້ເຂົ້າຮ່ວມການກໍ່ສ້າງທັງໝົດ 12 ສະຖານີ, ໃນນັ້ນສະຖານີນະຄອນຫຼວງວຽງຈັນ, ສະຖານີຫຼວງພະບາງ; ສະຖານີວັງວຽງ ແລະ ອີກສະຖານີອື່ນໆ. ພ້ອມນີ້ກຸ່ມບໍລີສັດກໍ່ສ້າງທາງລົດໄຟຈີນ ຍັງໄດ້ແຕ່ງຕັ້ງໃຫ້ມີຄົນປະຈໍາສະຖານີ ເພື່ອບຳລຸງຮັກສາກໍ່ສ້າງໃນແຕ່ລະສະຖານີລະ 10 ຄົນ, ເພື່ອດໍາເນີນງານຄວາມປອດໄພ ແລະ ຄວາມໝັ້ນຄົງຂອງທາງລົດໄຟ. ພ້ອມທັງ ຮັບປະກັນຄວາມປອດໄພທີ່ເຂັ້ມງວດ.

ທາງລົດໄຟລາວ-ຈີນ-ມີຜູ້ໂດຍສານ

ຂອບໃຈຂໍ້ມູນຈາກ:

https://bit.ly/3mkW4hf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/