ສຳນັກງານຂ່າວທ້ອງຖິ່ນຂອງເກົາຫຼີໃຕ້ໄດ້ມີການລາຍງານວ່າ ນັບຕັ້ງແຕ່ວັນຈັນເປັນຕົ້ນໄປ ເກົາຫຼີໃຕ້ຈະບັງຄັບໃຊ້ຄຳສັ່ງຫ້າມ Short Sell ຮຸ້ນອີກຄັ້ງຈົນຮອດເດືອນມິຖຸນາ ປີ 2024 , ເພື່ອສົ່ງເສີມການສ້າງ “ສະໜາມແຂ່ງທີ່ເທົ່າທຽມກັນ” ສຳລັບນັກລົງທຶນສະຖາບັນ ແລະ ນັກລົງທຶນລາຍຍ່ອຍ.
ໂດຍຄຳສັ່ງຫ້າມດັ່ງກ່າວໄດ້ເຄີຍຖືກຍົກເລີກໄປໃນເດືອນພຶດສະພາ ປີ 2021 ສຳລັບການຊື້ຂາຍຮຸ້ນຂອງບໍລິສັດທີ່ມີມູນຄ່າຕະຫຼາດທີ່ສູງລວມຢູ່ໃນດັດຊະນີລາຄາຮຸ້ນ KOSPI200 ແລະ KOSDAQ150 , ແຕ່ຂໍ້ຈໍາກັດນັ້ນຍັງຄົງມີຢູ່ສໍາລັບຮຸ້ນສ່ວນໃຫຍ່. ເຊິ່ງການ Short Sell ເປັນກົນລະຍຸດການຊື້ຂາຍທີ່ກ່ຽວຂ້ອງກັບການຂາຍຮຸ້ນທີ່ກູ້ຢືມມາເພື່ອຫາກໍາໄລໂດຍການຊື້ຄືນໃນລາຄາຕໍ່າກວ່າ.
Kim Joo-hyun ປະທານຄະນະກໍາມະການບໍລິການທາງດ້ານການເງິນ (FSC) ກ່າວວ່າ “ມາດຕະການນີ້ມີຈຸດປະສົງເພື່ອຜ່ອນຄາຍສະໜາມແຂ່ງຂັນທີ່ບໍ່ເທົ່າທຽມກັນ ລະຫວ່າງນັກລົງທຶນລາຍຍ່ອຍ ແລະ ນັກລົງທຶນສະຖາບັນ.
ທ່າມກາງຄວາມບໍ່ແນ່ນອນຢ່າງຕໍ່ເນື່ອງໃນຕະຫຼາດການເງິນ ທະນາຄານລົງທຶນຕ່າງປະເທດທີ່ສໍາຄັນໄດ້ດໍາເນີນການການຄ້າທີ່ບໍ່ຍຸຕິທໍາ … ແລະພວກເຮົາໄດ້ຕັດສິນໃຈວ່າມັນເປັນໄປບໍ່ໄດ້ທີ່ຈະຮັກສາລະບຽບວິໄນທາງການຄ້າທີ່ຍຸຕິທໍາ”
ທັງນີ້ທາງ FSC ຈະທົບທວນຄືນກິດຈະກໍາຂອງຕະຫຼາດອີກເທື່ອໜຶ່ງໃນເດືອນມິຖຸນາ ປີ 2024 ເພື່ອຕັດສິນໃຈວ່າຈະມີການປັບປຸງທີ່ສໍາຄັນສໍາລັບການຍົກເລີກການຫ້າມໄດ້ຫຼືບໍ່. ນອກຈາກນີ້ ຈະມີການຈັດຕັ້ງທີມງານສືບສວນການ Short Sell ຮຸ້ນໂດຍທະນາຄານລົງທຶນຕ່າງປະເທດ ເພື່ອຊອກຫາພຶດຕິກຳທີ່ຜິດກົດໝາຍ ລວມທັງການຂາຍຮຸ້ນແບບ Naked short-selling.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/