ເສດຖະກິດຫວຽດນາມປີ 2024 ມີຫຼາຍຂ່າວດີ ເສດຖະກິດຟື້ນ ການສົ່ງອອກດີ


ຫວຽດນາມ ຈະໄດ້ຮັບຜົນປະໂຫຍດໃນການລົງທຶນໂດຍກົງຈາກຕ່າງປະເທດ ເນື່ອງຈາກຄວາມພະຍາຍາມໃນການປະຕິຮູບການບໍລິຫານການຟື້ນຕົວຢ່າງວ່ອງໄວ ມີຫຼາຍປະເທດມາລົງທຶນເປັນຕົ້ນແມ່ນ: ປະເທດເດັນມາກ, ສິງກະໂປ, ຍີ່ປຸ່ນ ແລະ ເກົາຫຼີໃຕ້. ປີຜ່ານມາ ຂໍ້ຕົກລົງລວມມູນຄ່າ 30,000 ລ້ານໂດລາສະຫະລັດ.

ໃນຂະນະທີ່ເສດຖະກິດຂອງຫຼາຍປະເທດກຳລັງຟື້ນຟູຕົວໃນອັດຕາຄວາມໄວ-ຊ້າ ບໍ່ເທົ່າກັນ ຫຼື ບາງປະເທດ ກໍອາດຈະຍັງບໍ່ຟື້ນ ປະເທດໜຶ່ງທີ່ເປັນທີ່ຈັບຕາເບິ່ງແບບສະເໝີຕົ້ນສະເໝີປາຍ ຕັ້ງແຕ່ກ່ອນພົບກັບວິກິດໂຄວິດ ໃນຂະນະ ທີ່ກຳລັງພົບກັບວິກິດ ແລະ ໃນປັດຈຸບັນທີ່ກຳລັງເດີນໜ້າ ພົ້ນວິກິດກໍຄືຫວຽດນາມ.

ຫວຽດນາມເປັນປະເທດທີ່ພົບກັບວິກິດບໍ່ໜັກ ແລະ ປະຄອງຕົນເອງມາໄດ້ເປັນຢ່າງດີ ຕອນນີ້ກໍກຳລັງຟື້ນຕົວຂຶ້ນຢ່າງບໍ່ໜ້າກັງວົນ ຂ່າວເສດຖະກິດຈາກປະເທດຫວຽດນາມ ສ່ວນໃຫຍ່ທີ່ເຫັນຈຶ່ງເປັນຂ່າວດີ.

World Bank ມີມຸມມອງຕໍ່ຫວຽດນາມວ່າດ້ວຍຮາກຖານທີ່ໝັ້ນຄົງເສດຖະກິດຂອງຫວຽດນາມ ໄດ້ຮັບການພິສູດແລ້ວວ່າສາມາດຟື້ນຕົວຈາກວິກິດຕ່າງໆໄດ້ ປີ 2022 ຜ່ານມາກໍເຕີບໂຕຢ່າງຕໍ່ເນື່ອງ ແລະ ປີ 2022 ກໍເພີ່ມຂຶ້ນເຊັ່ນດຽວກັນ ເຊິ່ງສູງສຸດໃນອາຊີຕາເວັນອອກສຽງໃຕ້.

ມີໂຄງການລົງທຶນຈາກຕ່າງປະເທດຫຼາຍ ເປັນຕົ້ນແມ່ນປະເທດ ເດັນມາກ ໄດ້ສ້າງໂຮງງານຂະໜາດ 44 ເຮັກຕາ ມູນຄ່າ 1,000 ລ້ານໂດລາສະຫະລັດ. ປະເທດຕົ້ນທາງທີ່ເຂົ້າມາລົງທຶນໃນຫວຽດນາມອີກກໍຄືປະເທດສິງກະໂປ ການລົງທຶນມູນຄ່າ 1,700 ລ້ານໂດລາສະຫະລັດ; ​ຕໍ່ມາກໍເປັນເກົາຫຼີໃຕ້ ມູນຄ່າ 1,400 ລ້ານໂດລາສະຫະລັດ ຕາມມາດ້ວຍຈີນ ແລະ ຍີ່ປຸ່ນ.

ຫວຽດນາມ ຈະໄດ້ຮັບຜົນປະໂຫຍດໃນການລົງທຶນໂດຍກົງຈາກຕ່າງປະເທດ ເນື່ອງຈາກຄວາມພະຍາຍາມໃນການປະຕິຮູບການບໍລິຫານການຟື້ນຕົວຢ່າງວ່ອງໄວຂອງຕ່ອງໂສ້ອຸປະທານທົ່ວໂລກ ແລະ ກຳລັງການບໍລິໂພກທີ່ເພີ່ມຂຶ້ນ ພ້ອມທັງກິດຈະກຳຄວາມສຳພັນລະຫວ່າງປະເທດຂອງຫວຽດນາມ ກໍເປັນອີກແຮງທີ່ສະນັບສະໜູນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໄດ້ຢ່າງຫຼວງຫຼາຍ ເຫັນໄດ້ຈາກໃນທ້າຍປີ 2021 ລະຫວ່າງການເດີນທາງໄປຢ້ຽມຢູໂຣບຂອງນາຍົກລັດຖະມົນຕີ ມີການລົງນາມຂໍ້ຕົກລົງລວມມູນຄ່າ 30,000 ລ້ານໂດລາສະຫະລັດ.

ຂໍ້ມູນຈາກ: Thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/