Earth Corporation ບໍລິສັດທີ່ອ້າງວ່າເປັນບໍລິສັດກຳຈັດແມງໄມ້ຕາມບ້ານອັນດັບ 1 ຂອງປະເທດຍີ່ປຸ່ນ ໄດ້ມີການຈັດພິທີຂໍຂະມາທຸກໆປີເພື່ອຂໍອະໂຫສິກຳ ແລະ ເພື່ອໃຫ້ກຽດແກ່ບັນດາແມງໄມ້ທີ່ຕ້ອງສະຫຼະຊີວິດໃນການທົດລອງ ແລະ ຄົ້ນຄວ້າວິໄຈຂອງບໍລິສັດ.
ໂດຍພິທີການຂໍຂະມາໄດ້ຈັດຂຶ້ນເມື່ອເດືອນ ທັນວາ 2023 ທີ່ຜ່ານມາ ໃນວັດ ເມຍໂດຈິ ເມືອງ ອາໂກະ ປະເທດຍີ່ປຸ່ນ ພ້ອມກັບມີພະນັກງານຈຳນວນ 60 ຄົນເຂົ້າຮ່ວມພິທີ ແລະ ມີການເຊີນນັກບວດເຕົ໋າມາສູດມົນຕໍ່ໜ້າພາບແມງໄມ້ນານາຊະນິດທີ່ຕາຍໄປແລ້ວ ເຊິ່ງປະກອບມີ ຍຸງ, ເຫັບ, ແມງວັນ, ແມງສາບ ແລະ ອື່ນໆ.
ບໍລິສັດ Earth Corporation ໄດ້ມີການເພາະພັນແມງໄມ້ຊະນິດຕ່າງເພື່ອນຳມາໃຊ້ເປັນສັດທົດລອງເພື່ອຄົ້ນຫາຜະລິດຕະພັນທີ່ສ້າງຄວາມສະບວກສະບາຍ ແລະ ເສີມສ້າງສຸຂະພາບຂອງມະນຸດ ບໍລິສັດຈຶ່ງຕ້ອງໃຫ້ກຽດພວກມັນ ໂດຍຕາມລາຍງານພິທີຂໍຂະມາໄດ້ຈັດຂຶ້ນຍາວນານມາຫຼາຍກວ່າ 40 ປີ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/