ຫຼາຍໆ ຄົນອາດຮູ້ແລ້ວວ່າໂລກເຮົານັ້ນໝຸນອ້ອມຕົວເອງ 1 ຮອບໂດຍໃຊ້ເວລາປະມານ 86,400 ວິນາທີ ຫຼື 24 ຊົ່ວໂມງ ແຕ່ໃນຄວາມເປັນຈິງນັ້ນໂລກຂອງເຮົາອາດໝຸນບໍ່ຮອດ 24 ຊົ່ວໂມງ ເພາະຕັ້ງແຕ່ປີ 1950 ທີ່ໂລກເຮົາໄດ້ປະດິດໂມງອາຕອມທີ່ມີຄວາມຖືກຕ້ອງໃນການຄໍານວນເວລາຂຶ້ນມາເຮັດໃຫ້ນັກວິທະຍາສາດສາມາດເບິ່ງເວລາທີ່ມີຄວາມແຕກຕ່າງພຽງເລັກນ້ອຍໄດ້, ສາມາດບັນທຶກແລະວັດແທກຄວາມຍາວຂອງມື້ເປັນແບບມິນລິວິນາທີ (1 ມິນລິວິນາທີ = 0.001 ວິນາທີ) ໂດຍເຮັດໃຫ້ຮູ້ວ່າ ການໝຸນຂອງໂລກເຮົານັ້ນມີຄວາມຜັນຜວນແລະແຕກຕ່າງໃນແຕ່ລະມື້.

ແລະຫຼ້າສຸດນີ້ (8 ສິງຫາ) ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ໂລກເຮົາມີການບັນທຶກສະຖິຕິໃໝ່ດ້ວຍການໝຸນອ້ອມຕົນເອງໄວຂຶ້ນປະມານ 1.59 ມິນລິວິນາທີ ສົ່ງຜົນໃຫ້ເກີດມື້ທີ່ມີເວລາສັ້ນທີ່ສຸດໃນໂລກເມື່ອວັນທີ 29 ມິຖຸນາທີ່ຜ່ານມາ ເຊິ່ງນີ້ນັບເປັນສະຖິຕິທີ່ສັ້ນທີ່ສຸດນັບຕັ້ງແຕ່ໂມງອາຕອມໄດ້ມີການເລີ່ມບັນທຶກຄວາມຍາວນານຂອງມື້ໃນຍຸກ 1960.

ເຊິ່ງສະຖິຕິໃໝ່ທີ່ຖືກບັນທຶກໄດ້ນີ້ເມື່ອວັນທີ 29 ມິຖຸນາ ພົບວ່າໂລກຂອງເຮົາໝຸນອ້ອມຮອບຕົນເອງໂດຍໃຊ້ໄລຍະເວລາພຽງ 23 ຊົ່ວໂມງ 59 ນາທີ 59.99841 ວິນາທີ ຂາດໄປ 1.59 ມິນລິວິນາທີ ແລະສາມາດທໍາລາຍສະຖິຕິເກົ່າເມື່ອວັນທີ 19 ກໍລະກົດ 2020 ລົງໄດ້ ໂດຍໃນມື້ນັ້ນໂລກເຮົາໝຸນຮອບຕົນເອງໂດຍໃຊ້ໄລຍະເວລາ 23 ຊົ່ວໂມງ 59 ນາທີ 59.99853 ວິນາທີ ຂາດໄປ 1.47 ມິນລິວິນາທີ. ນອກຈາກນີ້ແລ້ວໃນປີ 2020 ຍັງພົບວ່າໂລກເຮົາມີມື້ທີ່ເວລາສັ້ນທີ່ສຸດໂດຍສາມາດວັດແທກໄດ້ເຖິງ 28 ມື້.

ໃນໄລຍະຫຼາຍປີມານີ້ຫຼາຍຄົນຕ່າງກໍຮູ້ວ່າໂລກເຮົາໝຸນຕົວໃນອັດຕາບໍ່ຄົງທີ່ ໂດຍສາເຫດທີ່ໂລກໝຸນຮອບຕົນເອງໄວຂຶ້ນແມ່ນຍັງໄຮ້ຄໍາຕອບທີ່ຊັດເຈນ ແຕ່ນັກວິທະຍາສາດຄາດວ່າມີຫຼາຍປັດໄຈທີ່ອາດສົ່ງຜົນກະທົບຕໍ່ການໝຸນຕົວຂອງໂລກທີ່ແປປວນບໍ່ວ່າຈະເປັນຂະບວນການເຄື່ອນຕົວຫຼືປັບຕົວຂອງຊັ້ນໂລກ, ຄວາມກົດຂອງຊັ້ນບັນຍາກາດ, ກະແສມະຫາສະໝຸດ, ລົມ, ການເຄື່ອນໄຫວຂອງແກນໂລກ, ການດຶງດູດຂອງດວງເດືອນ, ລະດັບຫິມະຕົກ ແລະການເສື່ອມໂຊມຂອງໜ່ວຍພູ ຫຼື ອາດມີສາເຫດມາຈາກສະພາບພູມອາກາດປ່ຽນແປງອີກພ້ອມ.

ຂອບໃຈຂໍ້ມູນຈາກ:
- https://cutt.ly/HZNeTHY
- https://cutt.ly/zZNeOCg
- https://cutt.ly/XZNeFNT
- https://cutt.ly/ZZNeLi0
- https://cutt.ly/FZ232Y0
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment