ເຊື່ອວ່າຫຼາຍຄົນຕ້ອງພົບບັນຫາໃນເວລານອນຢ່າງ “ນອນຕົກໝອນ” ມາແລ້ວຢ່າງແນ່ນອນ ເຊິ່ງເມື່ອເກີດອາການນັ້ນແລ້ວຈະເຮັດໃຫ້ເຮົາຮູ້ສຶກເຈັບປວດບໍລິເວນຄໍເມື່ອມີການເຄື່ອນໄຫວໄປມາ, ເຮັດໃຫ້ເຄື່ອນໄຫວບໍ່ຖະໜັດ, ຮູ້ສຶກຕິດຂັດເມື່ອເຮົາຫັນໜ້າໄປມາ ຫຼື ອາດເຮັດໃຫ້ກ້າມຊີ້ນບໍລິເວນຄໍເກີດເຄັ່ງຕຶງ ແລະ ເກີດການອັກເສບໄດ້. ຈາກບັນຫາດັ່ງກ່າວ ມື້ນີ້ທາງເຮົາເລີຍມີວິທີແກ້ອາການປວດຄໍ ເມື່ອນອນຕົກໝອນມາຝາກທຸກຄົນ ເຊິ່ງຈະເປັນແນວໃດນັ້ນໄປຕິດຕາມພ້ອມໆ ກັນເລີຍ.
- ປະຄົບຮ້ອນ

ໃຊ້ຜ້າແພຈຸ່ມນ້ຳອຸ່ນ ແລ້ວບິດນ້ຳອອກໃຫ້ພໍໝາດໆ. ຫຼັງຈາກນັ້ນໃຫ້ນຳມາປະຄົບບໍລິເວນທີ່ຄ້າງໄວ້ 15 ຫາ 20 ນາທີ.
- ຢືດກ້າມຊີ້ນ
ສັງເກດວ່າເມື່ອເຮົາເຄື່ອນໄຫວຄໍນັ້ນ ຈະຮູ້ສຶກປວດຕຶງ ຫຼື ເຈັບດ້ານໃດ ໃຫ້ໃຊ້ມືຊ່ວຍດັນຫົວໄປໃນທິດທາງນັ້ນ ຈົນກວ່າຈະຮູ້ສຶກຕຶງຫຼາຍແຕ່ບໍ່ເຈັບ ດັນຄ້າງໄວ້ປະມານ 10-15 ວິນາທີ ຈາກນັ້ນໃຫ້ຜ່ອນແຮງທີ່ດັນມືລົງ ແລ້ວເຮັດຊ້ຳຫຼາຍໆຄັ້ງ ຈົນເລີ່ມຮູ້ສືກວ່າອາການເຄັ່ງ ແລະ ຕຶງທີ່ກ້າມຊີ້ນນັ້ນບັນເທົາລົງ.
- ນວດເບົາໆ

ໃຊ້ມືບີບເທິງແນວຂອງກ້າມຊີ້ນທີ່ຮູ້ສຶກຕຶງ ແລະ ປວດເມື່ອຍ ໃຊ້ແຮງບີບພໍປະມານທີ່ເຮັດໃຫ້ຮູ້ສຶກແໜ້ນຕຶງ ແລະ ບໍ່ເຈັບ. ບີບ ແລະ ປ່ອຍເປັນຈັງຫວະ ໂດຍການປະຄົບຮ້ອນກ່ອນນວດຈະຊ່ວຍໃຫ້ນວດງ່າຍຂຶ້ນ ແລະ ຜ່ອນຄາຍກ້າມຊີ້ນໄດ້ໄວຂຶ້ນ.
- ຫຼີກເວັ້ນການຫັນໜ້າ
ຢ່າພະຍາຍາມເຄື່ອນໄຫວຄໍ ແລະ ຢູ່ລ້າໆໂດຍການນອນພຽງຊົ່ວຄາວ ເພື່ອໃຫ້ກ້າມຊີ້ນຄໍໄດ້ພັກ
- ຂໍ້ຄວນລະວັງ

ບໍ່ຄວນກົດ, ບີບ ຫຼື ຢືດ ກ້າມຊີ້ນຈົນຮູ້ສຶກເຈັບ ເພາະຈະເຮັດໃຫ້ກ້າມຊີ້ນເຄັ່ງຫຼາຍຂຶ້ນ ແລະ ບໍ່ຄວນໃຫ້ຜູ້ອື່ນດັດຄໍ ຫຼື ຈັບເສັ້ນເດັດຂາດ ເພາະຈະເຮັດໃຫ້ອັກເສບ ແລະ ເກີດອາຫານຊຳເຮື້ອໄດ້ ຖ້າຍັງບໍ່ເຊົາ ຄ່ອຍໆເຝິກອອກກຳລັງກາຍກ້າມຊີ້ນ ຫຼື ປຶກສານັກກາຍະພາບບຳບັດ.
ແລະ ຖ້າມີອາການນອນຕົກໝອນຢູ່ຫຼາຍຄັ້ງ ໃຫ້ໝັ່ນສັງເກດຕົນເອງວ່າສາເຫດແທ້ຈິງແມ່ນເກີດຈາກຫຍັງກັນແທ້.

- ປັບທ່ານອນໃຫ້ເໝາະສົມ ໂດຍນອນຫງາຍໃຫ້ກັບຫູ ແລະ ບ່າໄຫຼ່ຢູ່ໃນແນວຂະໜານກັນ ໜ້າບໍ່ແຫງນເກີນໄປ ແລະ ບໍ່ກົ້ມຈົນເກີນໄປ.
- ເລືອກໝອນທີ່ມີຄວາມນຸ້ມປານກາງ ຫາກນຸ້ມເກີນໄປ ຈະເຮັດໃຫ້ກະດູກເກີດແຮງສັ່ນຫຼາຍຂຶ້ນ ແລະ ໝອນທີ່ພໍດີກັບຫົວຂອງເຮົານັ້ນຈະເຮັດໃຫ້ລະດັບຄາງບໍ່ເງີຍ ຫຼື ກົ້ມຕ່ຳເກີນໄປ ຄວາມຍາວຂອງໝອນແມ່ນຄວນເຖິງຕົ້ນບ່າໄຫຼ່ປ້ອງກັນການຄໍຕົກ.
- ບໍ່ຄວນນອນຂວ້ຳຕອນເບິ່ງຊີຣີ້, ອ່ານປຶ້ມ ເພາະຈະເຮັດໃຫ້ຕິດເປັນນິດໄສ ເຮັດໃຫ້ບາດເຈັບຊ້ຳໆໄດ້.
ປົກກະຕິແລ້ວອາການປວດຄໍມັກຈະເຊົາເອງພາຍໃນ 1-2 ມື້ ຖ້າອາການຮຸນແຮງຂຶ້ນ ຫຼື ຍັງບໍ່ເຊົາດີ ໃຫ້ຮີບໄປປຶກສາແພດໝໍຜູ້ຊ່ຽວຊານເພື່ອຊອກຫາສາເຫດຂອງອາການທີ່ແທ້ຈິງ ແລະ ປິ່ນປົວໃຫ້ຖືກຕ້ອງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/