ສປປ ລາວ ລົງທຶນສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນສຳເລັດຮູບ ທີ່ມີກຳລັງຜະລິດຂະໜາດໃຫຍ່

ສປປ ລາວ ລົງທຶນສ້າງຕັ້ງໂຮງງານ

ພິທີເຊັນສັນຍາລົງທຶນສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນສຳເລັດຮູບ ທີ່ມີກຳລັງການຜະລິດຂະໜາດ 50.000 ໂຕນຕໍ່ປີ ຈັດຂຶ້ນວັນທີ 5 ມັງກອນ 2023 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ຮ່ວມລົງນາມຂອງທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ແລະ ທ່ານ ສົມຊາຍ ດວງຈະເລີນ ຜູ້ອຳນວຍການບໍລິສັດ ແອວເອັສ ການຄ້າຂາອອກ-ຂາເຂົ້າ ຈຳກັດ ມີການນໍາແຂວງ ຕາງໜ້າຈາກພະແນກການ ບໍລິສັດ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ສປປ ລາວ ລົງທຶນສ້າງຕັ້ງໂຮງງານ

ການເຊັນສັນຍາສໍາປະທານລົງທຶນສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ຢູ່ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໃນການຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດ ເພື່ອພັດທະນາເສດຖະກິດຂອງ ສປປ ລາວ ກໍຄືແຂວງວຽງຈັນ ໂດຍການຫັນເອົາການຜະລິດກະສິກຳເຂົ້າສູ່ການປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກໄປຍັງ ສປ ຈີນ ເຊິ່ງເປັນຕະຫຼາດທີ່ມີຄວາມຕ້ອງການສູງທາງດ້ານສະບຽງອາຫານ, ພ້ອມນີ້ ກໍຈະເປັນການສ້າງວຽກເຮັດງານທຳ ແລະ ກໍຈະເປັນການສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ເປັນການນຳເອົາເງິນຕາຕ່າງປະເທດເຂົ້າມາ ເຮັດໃຫ້ເສດຖະກິດມີຄວາມໝັ້ນຄົງຂຶ້ນເທື່ອລະກ້າວ.

ສປປ ລາວ ລົງທຶນສ້າງຕັ້ງໂຮງງານ

ຂອບໃຈຂໍ້ມູນຈາກ: https://bit.ly/3IKhf5F

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/