ປີ 2023 GDP ຂອງແຂວງອັດຕະປື ຂະຫຍາຍຕົວ 6,77% ພ້ອມມີທ່າອ່ຽງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ເນື່ອງຈາກການເຕີບໃຫຍ່ຈາກຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ ຂົງເຂດກະສິກໍາ ແລະ ການຜະລິດ.
ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ລາຍງານໂດຍຫຍໍ້ກ່ຽວກັບການປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ແລະ ສະພາບທິດທາງແຜນການພັດທະນາເສດຖະກິດ-ສັງຄົມທີ່ເປັນຈຸດສຸມໃນຕໍ່ໜ້າ ໂດຍລວມແລ້ວ ແຂວງອັດຕະປື ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ ໂດຍສະເພາະຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ, ຂົງເຂດກະສິກໍາ ແລະ ການຜະລິດ ເຊິ່ງລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 6,77%, ສະເລ່ຍຕໍ່ຫົວຄົນ 36,53 ລ້ານກີບ ຫລື 1.855 ໂດລາ, ຈັດເກັບລາຍຮັບງົບປະມານບັນລຸໄດ້ 787,25 ຕື້ກວ່າກີບ, ເທົ່າກັບ 147,50% ຂອງແຜນການ; ດ້ານລາຍຈ່າຍປະຕິບັດໄດ້ 448,84 ຕື້ກວ່າກີບ, ເທົ່າກັບ 99,69% ຂອງແຜນການ. ສະເພາະປີ 2024 ມາຮອດວັນທີ 13 ກຸມພາ 2024 ເກັບລາຍຮັບໄດ້ 70,58 ຕື້ກີບ ເທົ່າກັບ 10,18% ຂອງແຜນການປີ, ຊຸກຍູ້ປະຊາຊົນ ແລະ ນັກທຸລະກິດ ສືບຕໍ່ລົງທຶນໃນດ້ານຕ່າງໆ ເຊັ່ນ: ການລ້ຽງສັດແບບເປັນຟາມ, ການປູກຝັງ, ລ້ຽງສັດ ແລະ ອື່ນໆ, ສະເພາະການປູກເຂົ້ານາແຊງປີ 2024 ເຊິ່ງຕາມແຜນ 1.269 ເຮັກຕາ ຄາດຄະເນຜົນຜະລິດ 5.089 ໂຕນ, ຮອດປັດຈຸບັນ ປະຕິບັດໄດ້ 496,20 ເຮັກຕາ ເທົ່າກັບ 39,1% ຂອງແຜນການ. ນອກນີ້, ຍັງໄດ້ຍົກເລີກໂຄງການລົງທຶນ 33 ໂຄງການ ແລະ ໄດ້ອອກຄໍາສັ່ງຂອງແຂວງກ່ຽວກັບການຍຸຕິຂຸດຄົ້ນແຮ່ຄໍາຕົກຂ້ອນ, ຄຳສັ່ງຍຸຕິການສໍາຫຼວດ, ຂຸດຄົ້ນໄມ້ ແລະ ທ້ອນໂຮມໄມ້ໃນທົ່ວແຂວງ ສ່ວນຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆກໍໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.
ຄຳເຫັນດັ່ງກ່າວ ມີຂຶ້ນໃນໂອກາດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະນຳຈາກສູນກາງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ ແຂວງອັດຕະປື.
ທີ່ມາ:
ປະເທດລາວ Pathedlao
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/