ເອີ້ນໄດ້ວ່າໜ້າເສຍດາຍສຸດໆ ສຳລັບແຟນໆຂອງຊາວ Red Devil ຫຼັງພາດໂອກາດທອງ ທີ່ຈະເຮັດຄະແນນຕີຕື້ນກ້າວຂຶ້ນມາເປັນອັນດັບ 2 ຂອງຕາຕະລາງການແຂ່ງຂັນ ພຣີເມຍລີກ ຫຼັງໃນເກມການແຂ່ງຂັນ ຂອງຄໍ່າຄືນທີ່ຜ່ານມາ ຖືກ ຄຣິສຕໍພາເຣດ ຍິງປະຕູຕີສະເໝີໃນນາທີສຸດທ້າຍຂອງເກມ ເຮັດໃຫ້ຈົບເກມສະເໝີກັນໄປ 1 ປະຕູຕໍ 1 ເກັບໄດ້ພຽງ 1 ຄະແນນ ຢ່າງໜ້າເສຍດາຍ.
ສຳລັບເກມນັດນີ້ ແມນຢູ ນັ້ນມາພ້ອມຄວາມຫວັງທີ່ວ່າຈະເກັບ 3 ຄະແນນ ຕີຕື້ນ ກ້າວຂຶ້ນມາເປັນອັນດັບ 2 ຂອງຕາຕະລາງ ຫຼັງເຮັດຜົນງານໄດ້ຢ່າງໂດດເດັ່ນໃນຫຼາຍໆນັດທີ່ຜ່ານມາ ແລະ ໃນເກມນີ້ ແມນຢູ ກໍເຮັດໄດ້ດີ ເປັນຝ່າຍຄຸມເກມໄວ້ທັງໝົດ ກ່ອນຈະມາໄດ້ປະຕູ ໃນທ້າຍເຄິ່ງເວລາທຳອິດ ຈາກ ບຣູໂນ້ ເຟີນັນເດສ ເຮັດໃຫ້ ແມນຢູ ຂຶ້ນນຳ ຄຣິສຕໍພາເຣດ 1 ປະຕູຕໍ່ 0 ແລະ ໝົດເຄິ່ງເວລາທຳອິດດ້ວຍສະກໍນີ້.

ຫຼັງເລີ່ມເຄິ່ງເວລາທີ 2 ມາ ກໍເປັນໄປຕາມຄາດ ທີ່ແມນຢູລົງມາຕັ້ງຮັບ ແລະ ເປັນຝ່າຍຂອງຄຣິສຕໍພາເຣດ ທີ່ເຮັດເກມບຸກຢ່າງຕໍ່ເນື່ອງ ແຕ່ກໍບໍ່ສາມາດສ້າງອັນຕະລາຍໃຫ້ກັບກອງຫຼັງແມນຢູໄດ້. ຈົນເກມດຳເນີນມາຮອດ ນາທີສຸດທ້າຍກ່ອນທົດເວລາ ເບິ່ງຄືວ່າ 3 ຄະແນນນັ້ນຈະຢູ່ໃນມືຂອງແມນຢູແລ້ວ ກ່ອນທີ່ ມິເຊວ ອອຍເຊ ປີກລີລາດີຂອງຄຣິສຕໍພາເຣດຈະມາຍິງຟຣີຄິກເຂົ້າໄປຢ່າງສວຍງາມ ພາໃຫ້ຄຣິສຕໍພາເຣດກັບມາຕີສະເໝີ ແມນຢູ ໄປໄດ້ 1 ປະຕູຕໍ່ 1 ດັບຝັນ 3ຄະແນນຂອງ ແມນຢູ ໄດ້ສຳເລັດ.

ເອຣິກ ເທັນຮາດ ຄູເຝິກຂອງ ແມນຢູໄດ້ໃຫ້ສຳພາດຫຼັງເກມນັດນີ້ວ່າ: “ແນ່ນອນມັນໜ້າຜິດຫວັງ ເມື່ອເຈົ້າເຮັດປະຕູນຳຄູ່ແຂ່ງໄດ້ຕະຫຼອດທັງເກມ ແຕ່ຕ້ອງມາຖືກຍິງຕີສະເໝີໃນ ນາທີສຸດທ້າຍ ຈົນຕ້ອງຈົບລົງດ້ວຍຜົນສະເໝີ ແລະ ເຮັດ 2 ຄະແນນຫຼຸດອອກຈາກມືໄປແບບນີ້”.
ຈາກຜົນການແຂ່ງຂັນໃນນັດນີ້ ເຮັດໃຫ້ ແມນຢູ ນັ້ນ ເກັບໄດ້ ພຽງ 1 ຄະແນນ ໂດຍລົງແຂ່ງທັງໝົດ 19 ນັດ ເຮັດໄດ້ 39 ຄະແນນ ກ້າວຂຶ້ນມາເປັນອັນດັບ 3 ແທນທີ່ຂອງ ນິວຄາສເຊິນ ຢູໄນເຕັດ ແລະ ຕາມຫຼັງ ອັນດັບ 1 ຢ່າງ ອາເຊນອລຢູ່ 8 ຄະແນນ.

ເຊິ່ງໃນນັດນີ້ ນອກຈາກການພາດໂອກາດເຮັດຄະແນນຕີຕື້ນແລ້ວ ໃນນັດນີ້ຍັງໄດ້ເກີດເຫດການທີ່ແຟນບານຫຼາຍຄົນ ແລະ ທີມງານຂອງແມນຢູບໍ່ຢາກໃຫ້ເກີດກໍຄື ການໄດ້ໃບເຫຼືອງຂອງ ກອງກາງຕົວສຳຄັນຂອງທີມ ຢ່າງ ຄາເຊມິໂຣ ທີ່ສະສົມໃບເຫຼືອງຄົບ 5 ໃບ ເຊິ່ງຈະຖືກແບນໃນເກມນັດຕໍ່ໄປ ທີ່ມີຄວາມສຳຄັນຢ່າງຍິ່ງ ເນື່ອງຈາກຈະເປັນເກມທີ່ຕ້ອງ ບຸກໄປຢາມ ແລະ ຕ້ອງຕັດແຕ້ມ ອາເຊນອລ ໃຫ້ໄດ້ ຖ້າຍັງຢາກຢູ່ໃນເສັ້ນທາງການລຸ້ນແຊ້ມຕໍ່ໄປ.

ຄາເຊມິໂຣ ນັ້ນເປັນກອງຕົວຮັບ ອາຍຸ 30 ປີ ຄົນສຳຄັນ ທີ່ໄດ້ກາຍເປັນຟັນເຟືອງຂັບເຄື່ອນເກມຂອງແມນຢູ ໃຫ້ມີຟອມທີ່ດີໄດ້ຄຶໍືກັບໃນປັດຈຸບັນນີ້. ການຂາດຫາຍໄປຂອງ ຄາເຊມິໂຣ ນັ້ນກໍຖືວ່າໜ້າເປັນຫ່ວງພໍສົມຄວນ ໂດຍສະເພາະໃນເກມທີ່ມີຄວາມໝາຍຄວາມສຳຄັນ ທີ່ຕ້ອງອອກໄປພົບກັບ ອາເຊນອລ ໃນນັດຕໍ່ໄປນີ້.

ໂດຍເກມນັດຕໍ່ໄປຂອງ ແມນຢູ ທີ່ຈະພົບກັບ ອາເຊນອລ ນັ້ນ ຈະເລີ່ມລົງສະໜາມໃນວັນອາທິດ ທີ 22 ມັງກອນ ເວລາ 23:30 ແລະ ເຮົາຈະມາເບິ່ງກັນວ່າ ຜີສາດແດງ ໂຕນີ້ຈະຟື້ນຄືນມາ ຫຼື ຈະເປັນ ປືນໃຫຍ່ ທີ່ເຮັດຄະແນນ ກ້າວໄປໃກ້ກັບຄຳວ່າ ແຊ້ມ ພຣີເມຍລີກ ໄດ້ອີກ 1 ກ້າວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/