ຂໍ້ມູນຫຼ້າສຸດກ່ຽວກັບຄວາມຮ້ອນຂອງໜ້ານ້ຳທະເລຈາກການສຳຫຼວດ ແລະ ການບັນທຶກໂດຍດາວທຽມຕັ້ງແຕ່ຊຸມປີ 1980 ສະແດງໃຫ້ເຫັນວ່າ ອຸນຫະພູມຂອງມວນນ້ຳຂ້າງເທິງໃນມະຫາສະໝຸດທົ່ວໂລກໄດ້ເພີ່ມຂຶ້ນສູງຈົນເຖິງຈຸດທີ່ຈະທໍາລາຍສະຖິຕິທີ່ເຄີຍບັນທຶກໄວ້ທັງໝົດກ່ອນໜ້ານີ້.
ເວັບໄຊຂໍ້ມູນຂ່າວສານສະພາບອາກາດ ClimateReanalyzer.org ໄດ້ລະບຸວ່າ ອຸນຫະພູມໃນໜ້ານ້ຳມະຫາສະໝຸດທົ່ວໂລກສູງເຖິງ 21.1°C (ປະມານ 70°F) ນັບຕັ້ງເເຕ່ວັນທີ 1 ເມສາ ຈົນ ຮອດວັນທີ 6 ເມສາ, ເຊິ່ງເປັນອຸນຫະພູມຢູ່ໜ້ານໍ້າມະຫາສະໝຸດທີ່ສູງທີ່ສຸດເທົ່າທີ່ເຄີຍບັນທຶກມາ ນັບຕັ້ງເເຕ່ເລີ່ມມີການບັນທຶກ. ກ່ອນໜ້ານີ້ສະຖິຕິສູງສຸດຂອງອຸນຫະພູມຢູ່ໜ້ານ້ຳມະຫາສະໝຸດຢູ່ທີ່ 21.0°C ໂດຍຖືກບັນທຶກໃນປີ 2016.

Mike McPhaden ນັກວິທະຍາສາດອາວຸໂສຂອງອົງກອນບໍລິຫານມະຫາສະໝຸດ ເເລະ ຊັ້ນບັນຍາກາດເເຫ່ງຊາດ (NOAA) ຂອງສະຫະລັດ ກ່າວວ່າ ເຫດຜົນທີ່ເຮັດໃຫ້ໜ້ານ້ຳມະຫາສະໝຸດຮ້ອນຂຶ້ນເລື້ອຍໆມີສອງສາເຫດຄື: ໜຶ່ງແມ່ນພາວະໂລກຮ້ອນທີ່ເກີດຈາກການປ່ອຍອາຍພິດເຮືອນແກ້ວ ໂດຍສະເພາະເເມ່ນອາຍຄາບອນທີ່ສະສົມຢູ່ໃນຊັ້ນບັນຍາກາດ.
ເຫດຜົນທີສອງ ໄດ້ເເກ່ການສິ້ນສຸດຂອງປາກົດການ La Niña ເປັນເວລາ 3 ປີຕິດຕໍ່ກັນໃນກາງເດືອນມີນາທີ່ຜ່ານມາ. ເຮັດໃຫ້ບໍ່ມີສະພາບອາກາດເຢັນ ແລະ ຝົນຕົກໜັກໃນເເຖບປາຊີຟິກ ເພື່ອລົດຜ່ອນອຸນຫະພູມຂອງໜ້ານ້ຳທະເລລົງ.

ອຸນຫະພູມໜ້ານໍ້ຳມະຫາສະໝຸດທີ່ເພີ່ມຂຶ້ນ ເຮັດໃຫ້ສັດທະເລຫຼາຍຊະນິດບໍ່ສາມາດທົນຕໍ່ໄປໄດ້ ຕົວຢ່າງ: ການຟອກຂາວຂອງປະກາລັງທີ່ເກີດຂື້ນ ສົ່ງຜົນກະທົບເເບບຕ່ອງໂສ້ຕໍ່ແຫຼ່ງອາຫານ ແລະ ສະຖານທີ່ລ້ຽງສັດນໍ້າ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/