5 ພຶດສະພາ ວັນເກີດ ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມາຊີບ ແລະ ຜູ້ໃຫ້ກຳເນີດລັດທິຄອມມູນິດ


ວັນທີ 5 ພຶດສະພາ 2023 ຄົບຮອບວັນເກີດ 205 ປີ ຂອງທ່ານກາກມາກ ນັກທິດສະດີຂອງຊົນຊັ້ນກຳມາຊີບ, ນັກເສດຖະສາດ, ນັກປັດຊະຍາ, ນັກປະຕິວັດ ຊາວເຢຍລະມັນ ແລະ ຜູ້ໃຫ້ກຳເນີດລັດທິຄອມມູນິດ.

ທ່ານ ກາກມາກ ເກີດເມື່ອວັນທີ 5 ພຶດສະພາ ປີ 1818 ໃນຄອບຄົວຊົນຊັ້ນກາງທີ່ເມືອງ ເທຍ ປະເທດ ເຢຍລະມັນ. ໂດຍທ່ານ ກາກ ມາກ ເປັນທີ່ຮູ້ຈັກຈາກການເປັນເຈົ້າຂອງແນວຄວາມຄິດ ມາກຊິສ (Marxist) ຫຼື ລັດທິມາກ (Marxism) ເຊິ່ງເປັນທິດສະດີກ່ຽວກັບສັງຄົມ ເສດຖະກິດ ແລະ ການເມືອງ ເຊິ່ງຮາກຖານຂອງລັດທິຄອມມູນິດທີ່ສືບຕໍ່ກັນມາຈົນເຖິງປັດຈຸບັນ.

ລັດທິມາກ ເກີດຂຶ້ນເນື່ອງຈາກໄດ້ມີການຂະຫຍາຍຕົວທາງດ້ານສັງຄົມ, ການຕໍ່ສູ້ຊົນຊັ້ນ, ວິທະຍາສາດ ແລະ ປັດຊະຍາ ໂດຍທ່ານ ກາກມາກ ໄດ້ຄົ້ນພົບກົດເກນພື້ນຖານທາງດ້ານເສດຖະກິດນາຍທຶນ ແລະ ກຳມະກອນ. ໄດ້ຄົ້ນພົບວ່າ: ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານແມ່ນຜູ້ສ້າງພາລະກຳປະຫວັດສາດ ໂດຍຖືວ່າຊົນຊັ້ນ ແລະ ການຕໍ່ສູ້ຊົນຊັ້ນແມ່ນຈຸດປະສົງເປົ້າໝາຍທີ່ກ້າວໄປເຖິງການປົດປ່ອຍຕົນເອງອອກຈາກສັງຄົມແຫ່ງຄວາມມືດມົນ ແລະ ຄວາມບໍ່ຍຸຕິທຳ. ທ່ານ ກາກມາກ ເປັນນັກພຶດຕິກຳ ແລະ ນັກປະຕິວັດທີ່ກ້າແກ່ນ, ເປັນຜູ້ນຳ ແລະ ເປັນນັກທິດສະດີຂອງຊົນຊັ້ນກຳມະກອນ, ທ່ານ ກາກມາກ ໄດ້ເຂົ້າໃຈບົດບາດປະຫວັດສາດອັນຍິ່ງໃຫຍ່ຂອງຊົນຊັ້ນ ເຊິ່ງເປັນກຳລັງປະຕິວັດທີ່ກ້າວໜ້າທີ່ສະເໝີຕົ້ນສະເໝີປາຍຢ່າງພາວະວິໄສ.

ໂດຍຜົນງານຊື່ດັງຂອງ ທ່ານ ກາກມາກ ທີ່ໄດ້ຮັບການຍ້ອງຍໍຈາກທົ່ວໂລກກໍຄື ໜັງສື “ວ່າດ້ວຍທຶນ” (Das Kapital) ເຊິ່ງມີເນື້ອຫາວິພາກວິຈານ ແລະ ວິເຄາະລະບົບທຶນນິຍົມຢ່າງລະອຽດ.

ເຊິ່ງແນວຄວາມຄິດຂອງທ່ານ ກາກມາກ ນັ້ນເຊື່ອວ່າ ສັງຄົມມະນຸດນັ້ນພັດທະນາຜ່ານຄວາມຂັດແຍ້ງທາງຊົນຊັ້ນ ໂດຍທ່ານ ກາກມາກ ເບິ່ງວ່າລະບົບທຶນນິຍົມເປັນການທຳລາຍຕົນເອງຈາກຄວາມເຄັ່ງຕຶງພາຍໃນ ແລະ ຄວາມຂັດແຍ້ງກັນລະຫວ່າງຜົນປະໂຫຍດຂອງຊົນຊັ້ນກຳມາຊີບທີ່ຖືກກົດຂີ່ກັບຊົນຊັ້ນປົກຄອງ ຫຼື ຊົນຊັ້ນນາຍທຶນທີ່ເຫັນແກ່ຕົວ ແລະ ເບິ່ງວ່າຊົນຊັ້ນແຮງງານເປັນພຽງເຄື່ອງຈັກໃນການຜະລິດ ເຊິ່ງສຸດທ້າຍນຳໄປສູ່ການປະຕິວັດຂອງຊົນຊັ້ນກຳມາຊີບ ແລະ ແທນທີ່ດ້ວຍລິບົບໃໝ່ກໍຄື ລະບອບສັງຄົມນິຍົມ.

ໂດຍທິດສະດີຂອງ ທ່ານ ກາກມາກ ຍັງໄດ້ສົ່ງອິດທິພົນຕໍ່ແນວຄວາມຄິດຂອງຜູ້ນຳຄອມມູນິດຄົນສຳຄັນໃນຫວັດສາດຢ່າງ ວາລາດິເມຍ ເລນິນ ຂອງຣັດເຊຍ, ໂຈເຊບ ສະລາຕິນ ຜູ້ປົກຄອງ ສະຫະພາບໂຊວຽດ  ໃນໄລຍະປີ 1924 ຫາ 1953 ແລະ ທ່ານ ປະທານ ເໝົາ ເຈີຕຸງ ຜູ້ກໍ່ຕັ້ງ ສາທາລະນະລັດ ປະຊາຊົນຈີນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/