ໃນອາທິດທີ່ຜ່ານມານີ້ ຫຼັງຈາກທີ່ເປີດຕົວແອັບພິເຄຊັນ Clubhouse ໃນ ລະບົບ ແອນດຣອຍ ໄດ້ບໍ່ດົນ ກໍມີການລົງທະບຽນນຳໃຊ້ກັນຢ່າງຫຼວງຫຼາຍ.
ແຕ່ວ່າຖ້າເວົ້າເລື່ອງ ການໃຊ້ງານ, ຂໍ້ກຳນົດ ແລະ ມາລະຍາດໃນການໃຊ້ງານແອັບພິເຄຊັນນີ້ ຫຼາຍຄົນກະອາດຈະຍັງບໍ່ຮູ້ ທາງເພຈ Lao X ຈຶ່ງສະເໜີຄຳແນະນຳທົ່ວໄປ ໃນການໃຊ້ Clubhouse ໃຫ້ເປັນການໃຊ້ສັງຄົມສົນທະນາອອນລາຍທີ່ໃຫ້ກຽດເຊິ່ງກັນແລະກັນ.
Clubhouse ແມ່ນຫຍັງ?
Clubhouse ຖືກອອກແບບມາໃຫ້ເປັນສະຖານທີ່ໃນການໂອ້ລົມສົນທະນາແລກປ່ຽນຄວາມຄິດເຫັນ ໂດຍການເວົ້າພຽງຢ່າງດຽວ, ເຮົາສາມາດຮຽນຮູ້ ແລະ ມ່ວນຊື່ນ ໂດຍການ ແບ່ງປັນ ແລະ ຮັບຟັງປະສົບການ ກັບຄົນໃນທົ່ວໂລກໄດ້ເລີຍ.
ຂໍ້ແນະນຳການຫຼິ້ນ Clubhouse ຈາກຜູ້ທີ່ສ້າງແອັບພິເຄຊັນນີ້:
- ເປັນຕົວຂອງຕົນເອງ
- ໃຫ້ກຽດເຄົາລົບເຊິ່ງກັນແລະກັນ
- ສະແດງຄຳເຫັນຢ່າງເຂົ້າໃຈແຕ່ລະມຸມມອງໃນທາງບວກ
- ມີຄວາມອົດທົນ ແລະ ຕ້ອນຮັບບຸກຄົນທີ່ມີຄວາມເຫັນທີ່ແຕກຕ່າງ
- ສະແດງຄວາມຈິງໃຈໃນການສ້າງຄວາມສຳພັນທີ່ດີຕໍ່ກັນ

ຄຳແນະນຳສຳລັບຜູ້ດຳເນີນການສົນທະນາ (Moderator)
- ຜູ້ດຳເນີນການສົນທະນາທີ່ດີຄວນຈະເຊີນຄົນທີ່ມີຄວາມຄິດເຫັນທີ່ຫຼາກຫຼາຍມາມີສ່ວນຮ່ວມ.
- ການອະນຸຍາດໃຫ້ຜູ້ຟັງທີ່ມີຄວາມຄິດເຫັນທີ່ແຕກຕ່າງ ໃຫ້ມີການຕັ້ງຄຳຖາມ ຫຼື ມີຄຳເຫັນ ຈະສ້າງໃຫ້ເກີດຄວາມຄິດ ຫຼື ທາງອອກ ໃນທາງທີ່ສ້າງສັນໃນຫ້ອງສົນທະນາ.
- ເມື່ອຜູ້ຟັງຂຶ້ນມາມີສ່ວນຮ່ວມໃນການຕັ້ງຄຳຖາມ ຫຼື ສະແດງຄວາມຄິດເຫັນ ຫ້ອງສົນທະນາຄວນຈະໃຫ້ຄວາມສຳຄັນກັບຄົນທີ່ກຳລັງເວົ້າຢູ່.
ຄຳແນະນຳສຳລັບຜູ້ເວົ້າ (Speaker)
- ຜູ້ທີ່ໄດ້ຮັບສິດເວົ້າ ຄວນກົດປຸ່ມ mute ທຸກຄັ້ງທີ່ຜູ້ເວົ້າຄົນອື່ນກຳລັງເວົ້າຢູ່ ເພື່ອຕັດການມີສຽງລົບກວນຕ່າງໆ.
- ຜູ້ເວົ້າມີສິດໃນການປ່ຽນຈາກ ຜູ້ເວົ້າ ເປັນຜູ້ຟັງໄດ້ສະເໝີ ໂດຍການກົດປຸ່ມ Leave quietly.
ຄຳແນະນຳສຳລັບຜູ້ຟັງ
- ເມື່ອຢາກສະແດງຄຳຄິດເຫັນກໍໃຫ້ກົດປຸ່ມຍົກມືໄດ້ເຖິງແມ່ນວ່າຈະບໍ່ໄດ້ຖືກເຊີນມາເປັນຜູ້ເວົ້າໃນເວລານັ້ນກໍຕາມ ເພາະຜູ້ດຳເນີນການສົນທະນາອາດຈະເປີດໂອກາດໃຫ້ຜູ້ເຂົ້າຮ່ວມຂຶ້ນມາສະແດງຄຳເຫັນ ຫຼື ຕັ້ງຄຳຖາມໃນພາຍຫຼັງ.
- ໃນຂະນະທີ່ກຳລັງຮ່ວມຟັງຢູ່ ກໍສາມາດເລືອກຫົວຂໍ້ອື່ນໄປນຳກໍໄດ້ໂດຍບໍ່ຕ້ອງກັງວົນ ຄ້າຍໆກັບຟັງ Podcast.
- ເມື່ອພົບກັບໝູ່ໃນແອັບພິເຄຊັນໃນຫ້ອງສົນທະນາ ທ່ານອາດຈະກົດເບິ່ງໂປຣຟາຍ ແລະ ສາມາດຊວນໄປຫ້ອງໃໝ່ໄດ້
- ຖ້າຖືກເຊີນຂຶ້ນໄປເວົ້າ ແຕ່ຍັງບໍ່ພ້ອມ ກໍສາມາດບໍ່ກົດ Accept ເທື່ອກໍໄດ້.
ກົດລະບຽບຕ່າງໆທີ່ຜູ້ສ້າງ Clubhouse ວາງອອກ
- ທ່ານຕ້ອງໃຊ້ຊື່ແທ້ໃນການຕັ້ງ Account
- ທ່ານຕ້ອງມີອາຍຸບໍ່ຕ່ຳກວ່າ 18ປີ
- ຫ້າມບໍ່ໃຫ້ມີສ່ວນຮ່ວມໃນການລ່ວງລະເມີດ ຫຼື ຄຸກຄາມບຸກຄົນຫຼືກຸ່ມຄົນໃດໜຶ່ງ
- ທ່ານຕ້ອງບໍ່ບັນທຶກ ຫຼື ແບ່ງປັນຂໍ້ມູນໃນການສົນທະນາໃນ Clubhouse ກ່ອນໄດ້ຮັບອະນຸຍາດ
- ທ່ານບໍ່ສາມາດມີສ່ວນຮ່ວມໃນການສົນທະນາ ຫຼື ອັບໂຫຼດເນື້ອຫາໃດໆ ທີ່ລະເມີດຊັບສິນທາງປັນຍາ ຫຼື ກຳມະສິດອື່ນໆ ເຊັ່ນ: ການເປີດເພງທີ່ມີລິຂະສິດ
- ຫ້າມແບ່ງປັນ ຫຼື ສົ່ງເສີມການສົນທະນາທີ່ມີຈຸດປະສົງ ຫຼື ທ່າອ່ຽງໃນການກໍ່ໃຫ້ເກີດອັນຕະລາຍຕໍ່ບຸກຄົນ ຫຼື ກຸ່ມຄົນໃດໆ
- ທ່ານບໍ່ສາມາດໃຫ້ບໍລິການ ຫຼື ດຳເນີນກິດຈະກຳທີ່ບໍ່ໄດ້ຮັບອະນຸຍາດ ແລະຜິດກົດໝາຍ.
ພາບ: PCMag, TNT Guys
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/