ນອກຈາກບັນດາລົດຄລາສສິກ ບໍ່ວ່າຈະເປັນລົດຈັກ ຫຼື ລົດລາກທີ່ຊາວຄິວບາໃຊ້ເດີນທາງອ້ອມນະຄອນຫຼວງຮາວານາເເລ້ວ. ການເດີນທາງດ້ວຍພາຫະນາຮູບເເບບໃໝ່ກຳລັງຈະຖືກຳເນີດຂຶ້ນຢູ່ເທິງທ້ອງຖະໜົນນັ້ນກໍຄື ລົດຖີບທີ່ຜະລິດຂຶ້ນຈາກໄມ້ໄຜ່ໂດຍໂຮງງານທ້ອງຖິ່ນໃນຄິວບາ.
Velo Cuba ຮ້ານຂາຍລົດຖີບ ເເລະ ບໍລິສັດທົວໄດ້ຮ່ວມມືກັນຜະລິດລົດຖີບທີ່ມີນໍ້າໜັກເບົາ ເເລະ ເປັນມິດກັບສິ່ງເເວດລ້ອມ ເຊິ່ງເປັນສ່ວນໜຶ່ງຂອງໂຄງການທີ່ໄດ້ຮັບການສະໜັບສະໜູນຈາກສະຖານທູດເນເທີເເລນປະຈຳປະເທດຄິວບາ. ໂດຍພວກເຮົາສາມາດເຫັນລົດຖີບໄມ້ໄຜ່ນີ້ໄດ້ທີ່ສວນສັດຂອງເມືອງ ເເລະ ຕາມເສັ້ນທາງລຽບແຄມຝັ່ງທະເລ.
Nayvis Diaz ຜູ້ກໍ່ຕັ້ງ Velo Cuba ກ່າວວ່າ “ໃນຄິວບາມີໄມ້ໄຜ່ຢູ່ປະມານ 28 ສາຍພັນ, ໂຊກດີທີ່ມີ 2 – 3 ສາຍພັນທີ່ສາມາດນໍາມາໃຊ້ເພື່ອຜະລິດລົດຖີບໄດ້”

ພວກເຮົາໄດ້ຈັດເວີກຊັອບໂດຍໄດ້ມີການຮ່ວມມືກັບອາສາສະໝັກນັບຕັ້ງເເຕ່ຜູ້ຢູ່ເຮືອນລ້າໆຈົນໄປເຖິງຊຸມຊົນຄົນພິການທາງດ້ານການໄດ້ຍິນ ເພື່ອສອນກ່ຽວກັບວິທີການເຮັດລົດຖີບ ເເລະ ສ້ອມເເປງລົດຖີບ.
Yaquelin Gonzalez, ຜູ້ພິການທາງການໄດ້ຍິນກ່າວວ່າ: ການຮຽນຮູ້ອາຊີບແມ່ນສິ່ງທີ່ສໍາຄັນສໍາລັບພວກເຮົາ, ໂດຍສິ່ງນີ້ຈະຊ່ວຍພວກເຮົາໄດ້ໃນອະນາຄົດ.

ທັງນີ້ Nayvis Diaz ກ່າວວ່າ ຜູ້ທີ່ຮຽນຈົບຫຼັກສູດຈາກ Velo Cuba ອາດຈະໄດ້ຮັບການວ່າຈ້າງຈາກຮ້ານ ຫຼື ຈະສາມາດອອກໄປເປີດທຸລະກິດເປັນຂອງຕົນເອງກໍໄດ້
ການຄົມມະນາຄົມຂົນສົ່ງ ແລະ ການຈ້າງງານທີ່ໝັ້ນຄົງໃນຄິວບາກາຍເປັນບັນຫາຊໍາເຮື້ອ. ເສດຖະກິດໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງເຊື້ອໄວຣັສ COVID-19.
ໂດຍຄິວບາ ໄດ້ກ່າວໂທດຕໍ່ການຂວ້ຳບາດຂອງສະຫະລັດໃນສະໄໝສົງຄາມເຢັນວ່າເປັນສາເຫດຫຼັກທີ່ຈ່ອງດຶງການເຕີບໂຕທາງເສດຖະກິດ. ນອກຈາກນີ້ຍັງເຮັດໃຫ້ປະເທດຄິວບາຂາດເເຄນລົດນຳເຂົ້າ ເຮັດໃຫ້ປະຊາຊົນຕ້ອງເພິ່ງພາລົດເກັງ ຫຼື ລົດຈັກທີ່ມີອາຍຸຫຼາຍສິບປີຈາກຈີນ ເຊິ່ງໄດ້ເລີ່ມຕົ້ນໃນຊຸມປີ 1990.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/