Moody’s ບໍລິສັດຈັດອັນດັບຄວາມໜ້າເຊື່ອຖືໄດ້ປະກາດລົດລະດັບຄວາມໜ້າເຊື່ອຖືຂອງທະນາຄານໃນສະຫະລັດ 10 ແຫ່ງລົງ 1 ຂັ້ນ ແລະ ທະນາຄານ 4 ແຫ່ງໄດ້ແກ່: Bank of New York Mellon, US Bancorp, State Street ແລະ Truist Financial ແມ່ນກໍາລັງລໍຖ້າພິຈາລະນາເຖິງຄວາມເປັນໄປໄດ້ໃນການປັບລົດລະດັບ.
ຫຼັງຈາກການປະກາດດັ່ງກ່າວໄດ້ເຮັດໃຫ້ລາຄາຂອງ Bitcoin ແລະ ຫຼຽນອື່ນໆເພີ່ມຂຶ້ນຢ່າງຮຸນແຮງໃນຄືນວັນຄານທີ່ຜ່ານມາ ສວນທາງກັບຕະຫຼາດຮຸ້ນທີ່ຢູ່ໃນໄລຍະຂາລົງ. ໂດຍລາຄາຂອງ Bitcoin ໄດ້ເພີ່ມຂຶ້ນເຖິງ 5% ແຕະຈຸດສູງສຸດໃນ 24 ຊົ່ວໂມງທີ່ຜ່ານມາທີ່ລະດັບ 30,244 ໂດລາ ກ່ອນທີ່ຈະລົດລົງມາຢູ່ຕໍ່າກວ່າລະດັບ 30,000 ໂດລາອີກຄັ້ງ.

ທັງນີ້ ນັກວິເຄາະບາງຄົນໄດ້ລະບຸວ່າ ການທີ່ລາຄາຂອງ Bitcoin ເພີ່ມຂຶ້ນຫຼ້າສຸດນີ້, ມີຄວາມເປັນໄປໄດ້ວ່າ ຜູ້ຄົນໄດ້ຫັນມາສົນໃຈໃນ Bitcoin ຫຼາຍຂຶ້ນ ເນື່ອງຈາກເປັນອີກໜຶ່ງທາງເລືອກແທນລະບົບທະນາຄານແບບດັ້ງເດີມ. ປັດຈຸບັນ Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 29,706 ໂດລາ ອີງຈາກຂໍ້ມູນຂອງ CoinMarketCap.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/