ຈາກກໍລະນີທີ່ ປະເທດ ອີຣ່ານ ໄດ້ມີການສົ່ງມອບອາວຸດໃຫ້ກັບທາງຣັດເຊຍ ທາງຢູເຄຣນຈຶ່ງຖືວ່າ ອີຣ່ານ ສະໜັບສະໜູນ ຣັດເຊຍ ໃນການເຮັດສົງຄາມກັບຕົນເອງ. ທາງສະຫະພັນບານເຕະ ຢູເຄຣນ ຈຶ່ງໄດ້ມີການຮຽກຮ້ອງໃຫ້ສະຫະພັນບານເຕະໂລກ ຢ່າງ FIFA ໃຫ້ມີການປົດ ທີມຊາດ ອີຣ່ານ ອອກຈາກການແຂ່ງຂັນບານເຕະໂລກ 2022 ທີ່ປະເທດ ກາຕ້າ ທີ່ກຳລັງຈະເລີ່ມຂຶ້ນໃນວັນທີ 20 ພະຈິກນີ້.

ໂດຍກ່ອນໜ້ານີ້ ເຊີເກ ພັລກິນ ປະທານສະໂມສອນ ຊັກຕ້າ ໂດເນສ ສະໂມສອນດັງ ໃນຢູເຄຣນ ໄດ້ມີການພະຍາຍາມຮຽກຮ້ອງໃຫ້ FIFA ພິຈາລະນາປົດ ອີຣ່ານອອກຈາກການແຂ່ງຂັນ ບານໂລກ 2022 ທັງໃນກໍລະນີສົ່ງມອບອາວຸດ ແລະ ທັງກໍລະນີເລື່ອງສິດທິມະນຸດຈາກກໍລະນີຂອງ ມາຊາ ອາມານີ ທີ່ເຈົ້າໜ້າທີ່ເຮັດໜ້າທີ່ເກີນກວ່າເຫດ ຈົນເຮັດໃຫ້ນາງເສຍຊີວິດ ແລະໄດ້ເກີດເຫດການປະທ້ວງຄັ້ງໃຫຍ່ໃນປະເທດ.

ຫຼ້າສຸດ ຕົວແທນຝ່າຍບໍລິຫານ ສະຫະພັນບານເຕະ ຢູເຄຣນ ກໍໄດ້ຍື່ນເລື່ອງໃຫ້ FIFA ພິຈາລະນາອີກເທື່ອໜຶ່ງ ໂດຍເນື່ອໃນສຳຄັນລະບຸວ່າ: “ອີຣ່ານ ໄດ້ໃຫ້ການສະໜັບສະໜູນທາງການທະຫານແກ່ ຣັດເຊຍ ມາຮຸກຮານ ຢູເຄຣນ ແລະ ໄດ້ມີການລະເມີດສິດທິມະນຸດ ເຊິ່ງຂັດຕໍ່ມາດຕະຖານຂອງ FIFA, ສະນັ້ນ ຈຶ່ງໄດ້ຮຽກຮ້ອງໃຫ້ທາງ FIFA ພິຈາລະນາຖອດຖອນ ທີມຊາດ ອີຣ່ານ ອອກຈາກການແຂ່ງຂັນບານໂລກ 2022”

ຢູເຄຣນ ຍັງໄດ້ເນັ້ນຢ້ຳອີກວ່າ ການຮຽກຮ້ອງຄັ້ງນີ້ ບໍ່ໄດ້ມີຂຶ້ນເພື່ອຂໍໃຫ້ອີຣ່ານອອກຈາກການແຂ່ງຂັນ ແລ້ວໃຫ້ ຢູເຄຣນ ເຂົ້າແທນ ພຽງແຕ່ຢ່າງໃຫ້ FIFA ພິຈາລະນາ ກັບສິ່ງທີ່ ອີຣ່ານໄດ້ກະທຳລົງໄປ. (ສຳລັບທີມຊາດຢູເຄຣນ ແມ່ນຕ້ອງຜິດຫວັງກັບການໄປຫຼິ້ນບານໂລກຮອບສຸດທ້າຍ ຫຼັງປະລາໄຊໃຫ້ກັບທີມຊາດ ເວລສ ໃນຮອບ Play Off)
ຢ່າງໃດກໍຕາມ ທາງ FIFA ຍັງບໍ່ໄດ້ສະແດງຄຳຄິດເຫັນໃດໆ ຕໍ່ກັບຄຳຮ້ອງຂອງ ຢູເຄຣນ ແລະ ທາງ FIFA ເອງກໍບໍ່ໄດ້ມີນະໂຍບາຍທີ່ຈະຖອດທີມຊາດໃດທີມຊາດໜຶ່ງອອກຈາກການແຂ່ງຂັນ ຍົກເວັ້ນກໍລະນີດຽວກໍຄື ທາງລັດຖະບານຂອງປະເທດນັ້ນໆ ເຂົ້າໄປແຊກແຊງການເຮັດວຽກຂອງ ສະຫະພັນບານເຕະ ຫຼື ໃຊ້ວົງການບານເຕະ ເປັນເຄື່ອງມືທາງການເມືອງ.

ເຖິງລັດຖະບານ ອີຣ່ານ ຈະກະທຳຫຼາຍສິ່ງຫຼາຍຢ່າງທີ່ຂັດຕໍ່ສາຍຕາໂລກ ແຕ່ຄວາມຈິງກໍຄື ພົນລະເມືອງ ແລະ ນັກເຕະ ທີມຊາດ ອີຣ່ານ ຫຼາຍຄົນກໍບໍ່ໄດ້ເຫັນດີ ແລະ ບໍ່ສະໜັບສະໜູນໃນເລື່ອງຂອງການລະເມີດສິດທິມະນຸດ.
ສຳລັບໂປຣແກຣມຂອງ ທີມຊາດອີຣ່ານ ໃນການແຂ່ງຂັນບານໂລກ 2022 ນີ້ ແມ່ນ ອີຣ່ານ ໄດ້ຖືກຈັດຢູ່ກຸ່ມ B ຮ່ວມກັບ ອັງກິດ, ອາເມຣິກາ ແລະ ເວລສ. ໂດຍຈະລົງແຂ່ງຂັນນັດທຳອິດ ພົບກັບທີມຊາດ ອັງກິດ ໃນວັນທີ 21 ພະຈິກນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/