ຕຳຫຼວດເກົາຫຼີໃຕ້ ໄດ້ຮັບແຈ້ງໃນວັນທີ 22 ກໍລະກົດ 2023 ວ່າມີພັດສະດຸຕ້ອງສົງໄສເກືອບ 2.000 ອັນທົ່ວປະເທດເກົາຫຼີໃຕ້ໃນ 4 ມື້ທີ່ຜ່ານມາ. ທາງດ້ານປະຊາຊົນຕັ້ງຂໍ້ສົງໄສ ແລະ ກັງວົນວ່າໃນພັດສະດຸທີ່ມີຫຼາຍກວ່າ 2.000 ອັນອາດຈະມີສານອັນຕະລາຍບໍ່ຮູ້ປະເພດບັນຈຸຢູ່.
ເມື່ອວັນທີ 23 ກໍລະກົດ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າໃນ 12 ຊົ່ວໂມງທີ່ຜ່ານມາ ຕຳຫຼວດເກົາຫຼີໃຕ້ໄດ້ຮັບການລາຍງານໃໝ່ຈຳນວນ 257 ຄັ້ງ ເຊິ່ງກ່ຽວຂ້ອງກັບການຈັດສົ່ງພັດສະດຸທີ່ໜ້າສົງໄສ ທີ່ສົ່ງຜົນໃຫ້ການລາຍງານເລື່ອງດັ່ງກ່າວທັງໝົດຢູ່ທີ່ 1.904 ຄັ້ງ.

ໃນຈຳນວນທັງໝົດ ຕຳຫຼວດເກົາຫຼີໃຕ້ໄດ້ລວບລວມພັດສະດຸຈຳນວນ 587 ອັນເພື່ອນຳໄປກວດສອບ ສ່ວນທີ່ເຫຼືອເປັນລາຍງານທີ່ມາຈາກຄວາມເຂົ້າໃຈຜິດ ໂດຍລາຍງານພັດສະດຸຕ້ອງສົງໄສເລີ່ມປາກົດໃນວັນພະຫັດ ທີ 19 ກໍລະກົດ 2023 ເຮັດໃຫ້ປະຊາຊົນເກີດຄວາມຢ້ານກົວໃນສາທາລະນະຊົນ ວ່າອາດຈະມີວັດຖຸອັນຕະລາຍ ຫຼື ມີພິດບັນຈຸຢູ່ພາຍໃນ ແຕ່ຢ່າງໃດກໍຕາມຜ່ານການກວາດຈົນຮອດຕອນນີ້ຍັງບໍ່ພົບສານໃດໆ.

ເມື່ອຕອນເຊົ້າວັນທີ 23 ກໍລະກົດ 2023 ທີ່ຜ່ານມາ ຕຳຫຼວດເກົາຫຼີໃຕ້ໄດ້ຮັບລາຍງານພົບພັດສະດຸຕ່າງປະເທດທີ່ຕ້ອງສົງໄສເຊິ່ງຖືກສົ່ງມາຈາກປະເທດໄຕ້ຫວັນ ໂດຍຫຼັງຈາກການສະແກນກວດສອບຈົນເກີດຄວາມສົງໄສວ່າ ພັດສະດຸທີ່ຖືກສົ່ງມານັ້ນອາດຈະບັນຈຸກ໊າສທີ່ບໍ່ຮູ້ຈັກ ແຕ່ທາງການໄດ້ກວດສອບແລ້ວແຕ່ບໍ່ພົບກ໊າສໃດໆ.

ທາງຕຳຫຼວດເກົາຫຼີໃຕ້ໄດ້ຂໍຄວາມຮ່ວມມືໃຫ້ປະຊາຊົນລະມັດລະວັງພັດສະດຸທີ່ຕ້ອງສົງໄສທີ່ມາຈາກຕ່າງປະເທດທີ່ອາດຈະເປັນສີເຫຼືອງ ຫຼື ສີດຳ ອາດຈະຂຽນວ່າ ຊຸງຮະວາໂພສ ແລະ ອາດຈະລະບຸຜູ້ສົ່ງຈາກຕູ້ໄປສະນີ 100561-003777 ປະເທດໄຕ້ຫວັນ ທາງດ້ານສຳນັກງານໄຕ້ຫວັນໃນປະເທດເກົາຫຼີໃຕ້ແຈ້ງວ່າ ພົບວ່າພັດສະດຸເຫຼົ່ານີ້ມີຕົ້ນທາງມາຈາກຈີນ ແລະ ຈອດແວ່ທີ່ໄຕ້ຫວັນກ່ອນສົ່ງມາທີ່ເກົາຫຼີໃຕ້ ແລະ ທາງສຳນັກງານຂອງໄຕ້ຫວັນໄດ້ດຳເນີນການສອບສວນຫາຕົ້ນທາງຂອງພັດສະດຸຕ້ອງສົງໄສ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/