ຫຼັງຈາກທີ່ພັກກ້າວໄກໄດ້ປະກາດໄຊຊະນະ ດ້ວຍຄະແນນສຽງທີ່ເປັນອັນດັບ 1 ຈາກການລົງຄະເເນນຂອງປະຊາຊົນໃນການເລືອກຕັ້ງລັດຖະບານຫຼ້າສຸດ.
ພັກກ້າວໄກກໍເປີດຫ້ອງ Discord ເຊິ່ງເປັນຊ່ອງທາງການສື່ສານທີ່ນິຍົມໃນປັດຈຸບັນທີ່ມີຊື່ວ່າ “ກ້າວ Geek” ເພື່ອເປັນພື້ນທີ່ສາທາລະນະໃຫ້ເເກ່ທຸກຄົນເພື່ອສະເໜີ ເເລະ ລະດົມໄອເດຍໃນການເເກ້ໄຂຕໍ່ນະໂຍບາຍເທັກໂນໂລຢີຕ່າງໆ ເພື່ອພັດທະນາປະເທດຫຼັງຂຶ້ນເປັນລັດຖະບານຊຸດຕໍ່ໄປ.

ໃນວັນອັງຄານທີ່ຜ່ານມາ, ທ່ານ ນັດຕະພົງ ເຣືອງປັນຍາວຸດ ສ.ສ ພັກກ້າວໄກ ໄດ້ໂພສລົງໃນເຟສບຸກສ່ວນຕົວ ໂດຍຖາມກ່ຽວກັບເຄື່ອງມືທີ່ສາມາດໃຊ້ເພື່ອ “ຕິດຕາມ ແລະ ສະແດງຄວາມຄືບໜ້າ” ແນວທາງນະໂຍບາຍຂອງພັກກ້າວໄກທັງ 300 ນະໂຍບາຍ ເເລະ ສິ່ງນີ້ໄດ້ນຳໄປສູ່ການສ້າງຫ້ອງ Discord ຂຶ້ນຊື່ວ່າ “ກ້າວ Geek” ໂດຍມີຈຸດປະສົງເພື່ອເປັນບ່ອນສາທາລະນະໃຫ້ປະຊາຊົນໄທທຸກຄົນໄດ້ແລກປ່ຽນຄວາມຄິດເຫັນ, ວິທີການແກ້ໄຂ ຫຼື ແລກປ່ຽນບັນຫາສັງຄົມທີ່ພັກຢາກກ້າວໄປນຳເບິ່ງເພື່ອແກ້ໄຂ.
ທັງນີ້ ທ່ານ ນັດຕະພົງ ກ່າວຕື່ມອີກວ່າ “ໃຜທີ່ຢາກເຂົ້າມາມີສ່ວນຮ່ວມຫຼາຍ, ມີເວລາ, ແຮງງານ ແລະ ຊັບພະຍາກອນ, ພວກເຮົາຈະດຶງພວກເຂົາເຂົ້າໄປໃນຫ້ອງເຮັດວຽກຮ່ວມກັນ”
ໃນຫ້ອງ Discord “ກ້າວ Geek” ໄດ້ແບ່ງຫ້ອງທີ່ມີຊ່ອງທາງການສື່ສານຕ່າງໆ ຄື:
- Onboarding ຫ້ອງແນະນຳຕົນເອງ
- General ຫ້ອງສື່ສານ ທີ່ ສ.ສ ນັດຕະພົງ ຢາກນໍາສະເໜີ.
- Projects ຫ້ອງສໍາລັບການເເນວຮ່ວມເພື່ອຊ່ວຍເຫຼືອໃນການເຮັດວຽກ
- ຫ້ອງທົ່ວໄປ ສໍາລັບການສົນທະນາໂອ້ລົມເລື່ອງມ່ວນຫົວ.
- ຫ້ອງເຮັດວຽກ ທີ່ມີຫ້ອງຍ່ອຍຫົວຂໍ້ຕ່າງໆ ໄວ້ລະດົມຄວາມຄິດເຫັນໂດຍສະເພາະເຊັ່ນ: Cybersecurity, Data Integration, Digital ID, Blockchain, Privacy Tracking ແລະ ອື່ນໆ.

ການສ້າງຫ້ອງ Discord ກໍເພື່ອເປີດຮັບຟັງ ເເລະ ເເລກປ່ຽນຄວາມຄິດເຫັນໂດຍພັກການເມືອງ ຖືວ່າເປັນອີກຊ່ອງທາງໜຶ່ງເພື່ອໃຫ້ພັກການເມືອງມີທ່າອ່ຽງວ່າຈະໄດ້ຂຶ້ນເປັນລັດຖະບານສູງ ເເລະ ໄດ້ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ.
ຢ່າງໃດກໍຕາມ, ຜົນການເລືອກຕັ້ງທີ່ອອກມາໃນຄັ້ງນີ້ ຍັງບໍ່ສາມາດຢືນຢັນໄດ້ວ່າ ພັກໃດຈະຂຶ້ນເປັນລັດຖະບານຕໍ່ໄປ, ດັ່ງນັ້ນເຮົາຈຶ່ງຕ້ອງຕິດຕາມຕໍ່ໄປວ່າໃຜ ຈະໄດ້ຂຶ້ນເປັນນາຍົກລັດຖະມົນຕີຄົນທີ 30 ຂອງປະເທດໄທ.
ສຳລັບໃຜທີ່ຕ້ອງການຢາກເຂົ້າ Discord ສາມາດກົດເຂົ້າລິ້ງນີ້ໄດ້ເລີຍ : https://discord.gg/AxcTxTND
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/